ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ASEAN ຈະສວມບົດບາດທີ່ໃຫຍ່ກວ່າເກົ່າ ໃນວິກິດການຊົນເຜົ່າ ໂຣຮິງຢາ


ລັດຖະມົນຕີການຕ່າງປະເທດ ໄທ ທ່ານ ດອນ ປຣະໝຸດວິໄນ, ນຳໜ້າ, ເດີນທາງຮອດສະຖານທີ່ຈັດກອງປະຊຸມກັບບັນດາ
ປະເທດ ອາຊຽນ ໃນເມືອງ ຢາງກຸ້ງ, ມຽນມາ. Yangon, Myanmar, 19 ທັນວາ, 2016.
ລັດຖະມົນຕີການຕ່າງປະເທດ ໄທ ທ່ານ ດອນ ປຣະໝຸດວິໄນ, ນຳໜ້າ, ເດີນທາງຮອດສະຖານທີ່ຈັດກອງປະຊຸມກັບບັນດາ ປະເທດ ອາຊຽນ ໃນເມືອງ ຢາງກຸ້ງ, ມຽນມາ. Yangon, Myanmar, 19 ທັນວາ, 2016.

ມຽນມາ ຈະສະໜອງຂໍ້ມູນໃໝ່ ກ່ຽວກັບ ວິກິດການທີ່ກຳລັງດຳເນີນຢູ່ໃນລັດ Rakhine ຕໍ່ ບັນດາປະເທດສະມາຊິກ ອາຊຽນ ຢ່າງສະໝໍ່າສະເໝີ ແລະ ອາດມີຄວາມເປັນໄປໄດ້ທີ່ຈະ ເຮັດວຽກກັບພວກເຂົາເຈົ້າ ເພື່ອປະສານງານການຊ່ວຍເຫຼືອນຳກັນ, ບັນດາເຈົ້າໜ້າທີ່ໄດ້ ກ່າວຫຼັງຈາກການປະຊຸມຂອງກຸ່ມລັດຖະມົນຕີການຕ່າງປະເທດໃນເມືອງ Yangon ວັນ ຈັນມື້ນີ້.

ກອງປະຊຸມດັ່ງກ່າວ ແມ່ນກອງປະຊຸມຜູ້ແທນລະດັບສູງ ໃນພາກພື້ນ ທີ່ຖືກຈັດຂຶ້ນເປັນຄັ້ງ ທຳອິດ, ມີຈຸດປະສົງລາຍງານກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນໃນພາກຕາເວັນຕົກຂອງ ມຽນມາ, ບ່ອນທີ່ກອງທັບໄດ້ດຳເນີນການຕາມລ່າຢ່າງນອງເລືອດໃນຂົງເຂດລັດ Rakhine ທີ່ມີ ຊາວມຸສລິມອາໄສຢູ່ສ່ວນໃຫຍ່, ຫຼັງຈາກພວກເຈົ້າໜ້າທີ່ຕຳຫຼວດ 9 ຄົນຖືກຂ້າຢູ່ທີ່ນັ້ນໃນ ຕົ້ນເດືອນຕຸລາທີ່ຜ່ານມາ.

ລັດຖະມົນຕີການຕ່າງປະເທດຂອງ ເມເລເຊຍ ທ່ານ Anifah Aman ໄດ້ກ່າວໃນກອງປະ ຊຸມວ່າ “ຂ້າພະເຈົ້າເຊື່ອວ່າ ການທີ່ຈະຮັກສາ ອາຊຽນ ໃຫ້ເປັນຈຸດສູນກາງ ແລະ ເປັນ ເອກະພາບກັນນັ້ນ, ພວກເຮົາຕ້ອງໄດ້ແກ້ໄຂບັນຫານີ້ຮ່ວມກັນ.”

ທ່ານກ່າວວ່າ ມຽນມາ “ຕ້ອງເຮັດວຽກເພີ່ມຂຶ້ນ.” ໂດຍກ່າວເຈາະຈົງໃສ່ຄວາມສຳຄັນຂອງ ການເຂົ້າເຖິງປະຊາກອນທີ່ໄດ້ຮັບຜົນກະທົບໂດຍວິກິດການຢ່າງບໍ່ມີຂໍ້ຈຳກັດ ດ້ວຍການ ປະສານງານຈາກ ອາຊຽນ.

ທ່ານ Aman ຜູູ້ທີ່ໄດ້ເຕືອນວ່າ ກຸ່ມຕ່າງໆຄືພວກລັດອິດອິສລາມ ສາມາດຖືຄວາມໄດ້ປຽບ ຈາກວິກິດການນີ້, ຍັງໄດ້ສະເໜີການສ້າງຕັ້ງ “ກຸ່ມຂອງຜູ້ຊ່ຽວຊານ ອິດສະຫຼະ” ເພື່ອສືບ ສວນສອບສວນການກ່າວຫາ ກ່ຽວກັບ ການລ່ວງລະເມີດໃນລັດ Rakhine.

ອຳນາດການປົກຄອງລັດ Rakhine ກັບ ລັດຖະບານແຫ່ງຊາດ ໄດ້ສ້າງຕັ້ງຄະນະກຳມະ ການສືບສວນສອບສວນຂຶ້ນມາແລ້ວ, ເຖິງຢ່າງໃດກໍຕາມຄວາມເປັນເອກະລາດຂອງ ພວກເຂົາເຈົ້າກໍຍັງເປັນຂໍ້ສົງໄສຢູ່.

ຊາວມຸສລິມຂອງ ຊົນເຜົ່າກຸ່ມນ້ອຍ Rohingya ທີ່ອາໄສຢູ່ໃນປະເທດທີ່ຄົນສ່ວນໃຫຍ່ນັບ ຖືສາສະໜາພຸດນັ້ນ ໄດ້ເສຍຊີວິດຫຼາຍສິບຄົນໃນການໂຈມຕີກ່ອນໜ້ານີ້, ເຊິ່ງລັດຖະບານ ໄດ້ກ່າວຫາກຸ່ມຫົວຮຸນແຮງໃໝ່ນີ້ວ່າ ໄດ້ຮັບແຫຼ່ງທຶນຈາກຕ່າງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ASEAN Rohingya
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG