ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕີ​ມໍ ​ເລ​ສ​ເຕ ຈະສະມັກເປັນສະມາຊິກຂອງ​​ ASEAN ໃນປີນີ້


ທ່ານ Natalegawa ຍິນດີນໍາ​ການ​ຈະເອົາບາດກ້າວຂອງຕີ​ມໍ ​ເລ​ສ​ເຕ ໃນກອງປະຊຸມຂອງບັນດາ​ລັດຖະມົນຕີການຕ່າງປະເທດຂອງກຸ່ມ ASEAN
ທ່ານ Natalegawa ຍິນດີນໍາ​ການ​ຈະເອົາບາດກ້າວຂອງຕີ​ມໍ ​ເລ​ສ​ເຕ ໃນກອງປະຊຸມຂອງບັນດາ​ລັດຖະມົນຕີການຕ່າງປະເທດຂອງກຸ່ມ ASEAN

ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ກ່າວວ່າ ຕີ​ມໍ ຕາ​ເວັນ​ອອກຫລື​ຕີ​ມໍ ​ເລ​ສ​ເຕ ຈະສະມັກເຂົ້າເປັນສະມາຊິກຂອງສະມາຄົມ​ກຸ່ມ​ປະ​ເທດ​ເອ​ເຊຍຕາ​ເວັນ​ອອກສຽງໃຕ້ ຫລື
ASEAN ຢ່າງ​ເປັນ​ທາງ​ການ ໃນປີນີ້.

ທ່ານ Marty Natalegawa ໄດ້ສະ​ແດ​ງຄວາມຍິນດີນໍາ​ການ​ຈະເອົາບາດກ້າວດັ່ງກ່າວ
ຂອງຕີ​ມໍ ​ເລ​ສ​ເຕ ໃນກອງປະຊຸມຂອງບັນດາ​ລັດຖະມົນຕີການຕ່າງປະເທດຂອງກຸ່ມ
ASEAN ແລະກ່າວວ່າ ມັນສໍາ​ຄັນຢ່າງຍິ່ງໃນດ້ານສັນຍາລັກທີ່ການຂໍ​ເຂົ້າເປັນສະມາຊິກ
ຂອງ​ຕີ​ມໍ ​ເລ​ສ​ເຕ ຈະ​ມີ​ຂຶ້ນໃນຂະນະທີ່ອິນໂດເນເຊຍເປັນປະທານຂອງກຸ່ມຈັດ​ຕັ້ງປະ​ຈໍາ
ຂົງ​ເຂດ​ທີ່​ວ່າ​ນີ້. ອິນໂດເນເຊຍ ໄດ້ຄອບຄອງຕີ​ມໍ ​ເລ​ສ​ເຕ ເປັນເວລາ 24 ປີ ກ່ອນທີ່
ອະດີດ​ຫົວເມືອງຂຶ້ນຂອງປອກຕຸຍການ​ແຫ່ງ​ນັ້ນປະກາດເປັນເອກກະລາດໃນປີ 2002.

ໃນ​ການ​ກ່າວໃນວັນອາທິດວານນີ້ ທີ່ເກາະຕາກ​ອາກາດ Lombok ຂອງ​ອິນ​ໂດ​ເນ​ເຊຍ
ທ່ານ Natalegawa ​ເວົ້າວ່າ ທາງເຈົ້າໜ້າທີ່ Timor Leste ແມ່ນເຂົ້າໃຈດີວ່າການທີ່​
ຈະ​ມາເປັນສະມາຊິກປະເທດທີ່ 11 ຂອງ ASEAN ນັ້ນເປັນຂັ້ນຕອນທີ່​ຍາວ​ນານແລະ
ຈະບໍ່ເສັດສິ້ນໃນປີນີ້.

ໃນອີກດ້ານນຶ່ງ ລັດຖະມົນຕີຕ່າງປະເທດອາ​ຊ່ຽນ ໄດ້ຮ້ອງຂໍໃຫ້ຍົກເລີກການລົງໂທດ
ຂອງນາໆຊາດຕໍ່ມຽນມາຫຼັງຈາກທີ່ມຽນມາໄດ້ຈັດການເລືອກຕັ້ງຄັ້ງທໍາອິດໃນຮອບ 20
ປີ ຂຶ້ນ​ແລະ​ໄດ້ປ່ອຍຕົວທ່ານນາງອອງ ຊານ ຊູຈີ ຜູ້ນໍາຝ່າຍ​ສະໜັບສະໜຸນ​ປະຊາທິ
ປະ​ໄຕ​ໃນມຽນມາ. ​ແຕ່ຫຼາຍໆປະເທດໄດ້ປະນາມການເລືອກຕັ້ງດັ່ງກ່າວວ່າເປັນການ
ຫລອກ​ລວງ.

XS
SM
MD
LG