ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ພົບປະແຍກຕ່າງ
ຫາກ ກັບ ລັດຖະມົນຕີການຕ່າງປະເທດ ມຽນມາ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໃນຂະນະທີ່
ທ່ານໄດ້ເລີ່ມເດີນທາງຢ່າງເປັນທາງການຄັ້ງທຳອິດໄປ ເອເຊຍຕາເວັນອອກສຽງໃຕ້.
ທູດລະດັບສູງ ສະຫະລັດ ໄດ້ເຂົ້າຮ່ວມໃນກອງປະຊຸມຫຼາຍຄັ້ງກັບບັນດາສະມາຊິກ
ກອງປະຊຸມພາກພື້ນ ຂອງສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື
ASEAN ໃນຂະນະທີ່ທ່ານໄດ້ພະຍາຍາມທີ່ຈະສ້າງຄວາມກົດດັນໃສ່ ເກົາຫຼີເໜືອ.
ໃນວັນອາທິດມື້ນີ້ ຫຼັງຈາກການພົບປະກັບລັດຖະມົນຕີຕ່າງປະເທດ ເກົາຫຼີໃຕ້ ທ່ານ
Kang Kyung-wha ແລ້ວ, ທ່ານກໍໄດ້ເອີ້ນການລົງຄະແນນສຽງວາງມາດຕະການລົງ
ໂທດຄັ້ງໃໝ່ ໂດຍສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດວ່າ “ເປັນຜົນທີ່ອອກ
ມາດີ.” ທ່ານ Kang ກໍໄດ້ອະທິບາຍມາດຕະການລົງໂທດຮອບໃໝ່ຕໍ່ ເກົາຫຼີເໜືອ ວ່າ
ເປັນ “ຜົນທີ່ອອກມາດີຫຼາຍໆ.”
ທ່ານ Tillerson ມີກຳນົດທີ່ຈະພົບກັບລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ
Sergei Lavrov ແລະ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Wang Yi ໃນຕອນ
ແລງຂອງວັນອາທິດມື້ນີ້.
ສະຫະລັດ ກໍຍັງຈະສືບຕໍ່ຮຽກຮ້ອງໃຫ້ຈັດຕັ້ງກົນໄກພັນທະຢ່າງຖືກຕ້ອງຕາມກົດໝາຍ
ເຊັ່ນກັນ ເພື່ອປ້ອງກັນຄວາມຂັດແຍ້ງໃນການອ້າງເອົາກຳມະສິດເຂດແດນໃນທະເລ
ຈີນໃຕ້ ຈາກການກາຍເປັນການປະເຊີນໜ້າກັນດ້ວຍຄວາມຮຸນແຮງ.
ບັນດາລັດຖະມົນຕີຕ່າງປະເທດຈາກ ອາຊຽນ ຄາດວ່າຈະຮັບຮອງເອົາໂຄງຮ່າງຂອງ
ລະບຽບວິໄນ ກ່ຽວກັບ ທະເລຈີນໃຕ້ ເມື່ອພວກເພິ່ນພົບປະກັນກັບບັນດາເຈົ້າໜ້າທີ່
ຈີນ ໃນວັນອາທິດມື້ນີ້.
ໃນຂະນະທີ່ໂຄງຮ່າງດັ່ງກ່າວແມ່ນບໍ່ໄດ້ມີຂໍ້ຜູກມັດຢ່າງຖືກກົດໝາຍນັ້ນ, ມັນກໍມີຂໍ້ຜູກ
ພັນຕໍ່ການຮ່ວມມື ກ່ຽວກັບ ການປະເຊີນໜ້າກັນ ແລະ ມັນກໍຍັງຖືກພິຈາລະນາວ່າ ເຂົ້າ
ທາງອິດທິພົນຂອງ ຈີນ ອີກດ້ວຍ.
ສະຫະລັດ ຈະສືບຕໍ່ກົດດັນ ເພື່ອສ້າງກົນໄກແກ້ໄຂຄວາມຂັດແຍ້ງ ແລະ ສົ່ງເສີມ ເສລີ
ພາບໃນການເດີນເຮືອ.