ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte ໄດ້ກ່າວເປີດພິທີໃນມື້ສຸດທ້າຍ
ຂອງ ຂອງກອງປະຊຸມສຸດຍອດຂອງສະມາຊິກຂອງສະມາຄົມບັນດາປະເທດໃນເຂດ
ເອເຊຍອາຄະເນ ຫລືອາຊຽນ ASEAN ທີ່ດໍາເນີນໄປເປັນເວລາສີ່ມື້ ດ້ວຍການ
ເຕືອນວ່າ ທັງໝົດທຸປະເທດໃນກຸ່ມນັ້ນກຳລັງປະເຊີນໜ້າກັບ “ການຄ້າແລກປ່ຽນອຸບປະ
ກອນຢາເສບຕິດທີ່ຜິດກົດໝາຍ.” ທ່ານໄດ້ກ່າວເພີ້ມໃນໃນເສົາມື້ນີ້ຢ່າງໄວອີກວ່າ ການ
ຄ້າຢາເສບຕິດທີ່ “ບໍ່ແມ່ນເລື້ອງທີ່ບໍ່ສາມາດເອົາຊະນະໄດ້” ແລະໃນສາມາດຖືກທັບມ້າງ
ໄດ້ “ດ້ວຍເຈດຕະນາທາງການເມືອງ ແລະການຮ່ວມມືກັນ.”
ທ່ານໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳ 10 ປະເທດ ASEAN ເຕົ້າໂຮມກັນທີ່ນະຄອນມານິ
ລາເພື່ອມີຄວາມກ້າຫານທີ່ຈະຮັບຮູ້ການເຮັດໃຫ້ບັນປະເທດໃນກຸ່ມ ASEAN ເປັນເຂດ
ປອດຢາເສບຕິດ.”
ກອງປະຊຸມສຸດຍອດ ບໍ່ທັນໄດ້ມີການກ່າວຕິຕຽນໃດໆ ຈາກບັນດາຜູ້ນຳປະເທດຕ່າງໆ
ກ່ຽວກັບການທີ່ຈີນຂະຫຍາຍອໍານດໄປຢູ່ໃນເຂດທີ່ມີການຂັດແຍ້ງກັນໃນທະເລຈີນໃຕ້
ຊຶ່ງຕາມການວິເຄາະຂອງນັກວິເຄາະເຫດການຈຳນວນນຶ່ງເວົ້າວ່າ ອັນນີ້ສັນຍານບົ່ງ
ບອກເຖິງການມີອິດທິພົນທາງດ້ານເສດຖະກິດ ແລະການທູດຂອງລັດຖະບານປັກກິ່ງ.
ບັນດານັກວິເຄາະ ແລະສື່ມວນຊົນລາຍງານໃນຕອນຕົ້ນອາທິດນີ້ວ່າ ມີການຄາດກັນວ່າ
ຈະມີຄຳເວົ້າຢູ່່ໃນຖະແຫລງການປິດປະຊຸມຢ່າງລະມັດລະວັງ ໂດຍປາດສະຈາກການ
ອອກຊື່ ປະເທດໃດປະເທດນຶ່ງວ່າເປັນຜູ້ຊອກເລື້ອງ.
ທ່ານ Collin Koh ນັກຄົ້ນຄວ້າດ້ານຄວາມໝັ້ນຄົງທາງນ່ານນໍ້າ ທີ່ມະຫາວິທະຍາໄລ Nanyang Technological ທີ່ສິງກະໂປ ກ່າວວ່າ ມີການຕ້ານຈີນໜ້ອຍນຶ່ງ ເຊັ່ນໄດ້
ມີການເຕືອນຈີນຄືນວ່າ ຈີນໄດ້ເສຍໄນການຕັດສິນຢູ່ສານໂລກ ໃນວັນທີ 12 ກໍລະກົດ
ກ່ຽວກັບພື້ນຖານທາງ ກົດໝາຍພື້ນທີ່ບອກວ່າການກ່າວອ້າງເອົາ 95 ເປີເຊັນຂອງພື້ນ
ທີ່ຂອງເຂດທະເລນັ້ນ “ເປັນການກໍ່ກວນຄວາມສະຫງົບທີ່ຈະບໍ່ມີຄວາມຈຳເປັນ."
ອ່່ານຂ່າວນີເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ