ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຊຽນ ຮ​ຽກ​ຮ້ອງ ​ໃຫ້ສາ​ມັກ​ຄີກັນ ທ່າມ​ກາງ ​ທີ່​ມີ​ການ​ແຂ່ງຂັນ ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ


ພວກ​ຜູ້​ນຳ​ອາ​ຊ່ຽນ ຖ່າຍ​ຮູບ​ຮ່ວມ​ກັນ ທີ່​ສິງ​ກະ​ໂປ (ວັນ​ທີ 14 ພະ​ຈິກ 2018)
ພວກ​ຜູ້​ນຳ​ອາ​ຊ່ຽນ ຖ່າຍ​ຮູບ​ຮ່ວມ​ກັນ ທີ່​ສິງ​ກະ​ໂປ (ວັນ​ທີ 14 ພະ​ຈິກ 2018)

ສິງ​ກະ​ໂປ ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ນຳ​ຂົງ​ເຂດ ທີ່​ເຕົ້າ​ໂຮມ​ກັນ​ໃນ​ວັນ​ພຸດ​ມື້​ນີ້ ​ຢູ່ ກອງ​ປະ​ຊຸມ​ສຸດຍອດອາ​ຊຽນ ​ໃຫ້​ມີ​ຄວາມ​ສາ​ມັກ​ຄີ​ກັນແລະ​ເຕືອນ​ກ່ຽວ​ກັບ​ໄພຂົ່ມ ​ຂູ່ຕໍ່​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ແລະ​ມາດ​ຕະ​ຖານ​ຂອງ​ສາ​ກົນ.

ນາ​ຍົກ​ສິງ​ກະ​ໂປ ທ່ານ​ລີ ຊຽນ ລຸ​ງ ກ່າວ​ຢູ່​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ ຄັ້​ງ​ທີ 33 ​ຂອງປະ​ເທດ​ສະມາຊິກ ​ສະມາຄົມ​ບັນດາ​ປະ​ຊາຊາດ ​ໃນ​ເຊ​ດ​ເອ​ເຊຍ​ອາ ຄະ​ເນ ຫລື ​ອາ​ຊຽນ ASEAN ແລະ​ກອງ​ປະ​ຊຸມ​ອື່ນໆ​ວ່າ “ສິດເສ​ລີ​ພາບ​ທີ່​ມີ​ຢູ່ ​ໃນ​ປັດ​ຈຸ​ບັນ ຢ່າງເປີດກວ້າງ ແລະ​ ​ລະ​ບົບທີ່​ມີ​ກົດ​ໝາຍ​ເປັນ​ຫຼັກ​ແບບຫຼາຍ​ຝ່າຍ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕໍ່ການ​ເຕີບ​ໂຕຂອງອາ​ຊຽນ ແລະ​ສະ​ຖຽນ​ລະ​ພາບ ​ແມ່ນ​ພວມ​ໄດ້​ຮັບ​ການ​ກົດ​ດັນ.”

ທ່ານ​ໄດ້​ເຕືອນ​ວ່າ “​ຍັງບໍ່​ເປັນ​ທີ່ຈະ​ແຈ້ງວ່​າ ​ໂລກ​ຈະ​ຮັບ​ເອົາກົດ​ລະ​ບຽບ​ໃໝ່​ຫລື
ມາດ​ຕະ​ຖານ​ການ​ພົວ​ພັນ ​ຂອງ​ສາ​ກົນ ຫຼື​ວ່າ​ລະ​ບຽບ​ຫຼັການ​ຂອງ ສາ​ກົນ​ຈະ​ຖືກ​ທັບ​ມ້າງ​ໃຫ້​ກາຍ​ເປັນ​ກຸ່ມ​ແຂ່ງ​ຂັນຫຼື​ບໍ່.”

ທ່ານ​ລີ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ສິບ​ປະ​ເທດ​ຂອງ​ອາ​ຊຽນ​ສືບ​ຕໍ່​ສາ​ມັກ​ຄີ​ກັນແລະ​ກ່າວ​ວ່າ ​ບັນ​ຫາ​ທ້າ​ທາຍຕ່າງໆ​ເຊັ່ນ​ວ່າ ​ຄວາມ​ບໍ່​ແນ່ນອນ​ທາງ​ດ້ານ​ການ​ຄ້າ ແລະ ​ການ​ລົບ​ກວນທາງ​ດ້ານ​ເທັກ​ໂນ​ໂລ​ຈີ ການ​ຮ່ວ​ມ​ມື​ຫຼາຍ​ປະ​ເທດ​ ບັດ​ນີ້ “ເປັນ​ເລື່ອງ​ຮີບ​ຮ້ອນ ແບບທີ່​ບໍ່​ມີ​ມາ​ກ່ອນ.”

ອາ​ຊຽນ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ຈາກ​ພາຍນອກ ຮວມ​ທັງ​ການ​ແຂ່ງ​ຂັນເພີ້ມ​ຂຶ້ນ ລະ​ຫວ່າງສະ​ຫະ​ລັດ ​ແລະຈີນ ຢູ່​ໃນ​ຂົງ​ເຂດ. ບັນ​ດາ​ຊະ​ມາ​ຊິກ​ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບຄວາມ​ເຄັ່ງຕຶງທາງ​ດ້ານການ​ຄ້າລະ​ຫວ່າງວໍ​ຊິງ​ຕັນແລ​ະ ​ປັກ​ກິ່ງ ທີ່ອາດ​ຈ​ະ​ກະ​ຕຸ້ນ ​ໃຫ້​ມີ​ການ​ເອົາ​ມາດ​ຕະ​ການ​ປົກປ້ອງ​ສິນ​ຄ້າ​ຂອງ​ຕົນ ​ໂດຍ​ບັນ​ດາ​ປະ​ເທດ​ຕ່າງໆ.

ນະ​ໂຍ​ບາຍ​ຕ່າງ​ປະ​ເທດ “ອາ​ເມ​ຣິ​ກາ​ກ່ອນ​ອື່ນ​ໝົດ” ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ການ​ຫລີກ​ລ່ຽງໂຄງ​ຮ່າງ​ຫຼາຍ​ຝ່າຍ ​ຂອງ​ທ່ານ​ທ​ຣຳ ຍັງ​ເຮັດ​ໃຫ້​ມີ​ຄວາມ​ກັງ​ວົນ​ ສຳ​ລັບ​ຂົງ​ເຂດ​ທີ່ກາງ​ຕໍ່ອາ​ໄສ​ການ​ຄ້າ​ເສ​ລີ​ໃນ​ທົ່ວ​ໂລກ.

ທ່ານ​ນາງ​ແຄ​ຕ​ເທີ​ຣິນ ເຊັງ ​ຈາກມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຂອງ​ສະ​ຖາ​ບັນ ​ເອ​ເຊຍຕາ​ເວັນ​ອອກຂອງສິງ​ກະ​ໂປ ກ່າວ​ວ່າ ທ່ານ​ທ​ຣຳ​ເຮັດ​ໃຫ້​ເກີດ “ຄວາມ​ເປັນ​ຫ່ວງ​ໃຫຍ່ ຖ້າ​ຫາກ​ມີ​ການ​ຍົກ​ເລີກ ການ​ແນຈຸດໃສ່ຄວາມ​ເປັນ​ສູນ​ກາງ​ຂອງ ​ອາ​ຊຽນ.”

ຄວາມ​ຄິດ​ກ່ຽວ​ກັບ​ຄວາມ​ເປັນ​ສູນກາງ​ຂອງອາຊຽນ ​ແມ່ນ​ໝາຍ​ເຖິງ​ບົດ​ບາດ​ຂອງ ອາ​ຊຽນ ຢູ່​ໃນໂຄງ​ຮ່າງ​ການ​ຮັກ​ສາ​ຄວາມ​ປອດ​ໄພຂອງຂົງ​ເຂດ ແລ​ະ​ອຳ​ນ​າດ​ທີ່​ຫ້າ​ວ​ຫັນ​ ຮວມ​ຢູ່​ນຳ​ອຳ​ນາດ​ພາຍນອກ ທີ່​ມີ​ຜົນ​ປະ​ໂຫຍ​ຢູ່​ໃນ​ຂົງ​ເຂດນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG