ມຽນມາ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດໃນອາ
ທິດນີ້ ຕ້ອນຮັບບັນດາຜູ້ນຳຂອງສະມາຄົມບັນດາປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊ່ຽນ ແລະຜູ້
ນຳ ຈາກເຂດເອເຊຍຕາເວັນອອກ. ການເຕົ້າໂຮມກັນໃນ
ຄັ້ງນີ້ແມ່ນຮວມທັງປະທານາທິບໍດີສະຫະລັດແລະຣັດເຊຍ
ຜູ້ນຳຈີນແຜ່ນດິນໃຫຍ່ ແລະນາຍົກລັດຖະມົນຕີອິນເດຍ
ພ້ອມທັງບັນດາຜູ້ນຳປະເທດໃນເອເຊຍອາຄະເນ. ນັກຂ່າວ
ວີໂອເອ Steve Herman ມີລາຍງານຈາກບາງກອກ ກ່ຽວ
ກັບ ຄວາມຄາດຫວັງແບບຈຳກັດ ຈາກການເຕົ້າໂຮມກັນ
ໃນຄັ້ງນີ້ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.
ວິທີທາງຂອງສະມາຄົມ ASEAN ກ່ຽວກັບການມີຄວາມເຫັນ
ສອດຄ່ອງເປັນເອກກະສັນ ການປອງດອງ ແລະບໍ່ມີການແຊກ
ແຊງກັນ ໄດ້ຊ່ວຍເຮັດໃຫ້ມີຄວາມສະຫງົບໃນລະຍະສອງສາມປີທີ່ຜ່ານມານີ້ ຢູ່ໃນຂົງເຂດ ທີ່ມີປະຫວັດເຕັມໄປດ້ວຍຄວາມຫລໍ່ແຫຼມນັ້ນ.
ອະດີດເລຂາທິການໃຫຍ່ທ່ານ Rodolfo Severino ຫົວໜ້າສູນກາງການສຶກສາກ່ຽວກັບ ASEAN ທີ່ສະຖາບັນການສຶກສາເອເຊຍອາຄະເນ ໃນສິງກະໂປກ່າວໃນການໃຫ້ສຳພາດ ແກ່ວີໂອເອ ຜ່ານທາງ Skype ວ່າ ແລະນັ້ນແມ່ນວິທີທາງ ທີ່ໄດ້ຜົນຢ່າງດຽວ ທີ່ ASEAN
ສາມາດປະຕິບັດໄດ້.
ທ່ານ Severino ກ່າວຕື່ມວ່າ “ບໍ່ ASEAN ບໍ່ແມ່ນເຮັດວຽກເພື່ອສ້າງຄວາມ ຄືບໜ້າ
ແຕ່ ASEAN ປະຕິບັດງານບົນພື້ນຖານ ຂອງການເພີ້ມຂື້ນເທື່ອລະເລັກລະນ້ອຍ.”
ແຕ່ນັັ້ນອາດຈະເປັນອຸບປະສັກໃນການແກ້ໄຂບັນຫາສຳຄັນຕ່າງໆ ອີງຕາມສາສະດາຈານ Jason Briggs ທີ່ ມະຫາວິທະຍາໄລ Webster ວິທະຍາເຂດ ບາງກອກ.
ສາສະດາຈານ Briggs ເວົ້າວ່າ “ASEAN ຕາມປົກກະຕິແລ້ວ ທີ່ກອງປະຊຸມສຸດຍອດ
ແລະເວລາບັນດາສະມາຊິກປະຊຸມກັນ ຜົນອອກມາກໍຄື ເປັນບົດບັນທຶກຄວາມຈຳ ຄຳ
ປະກາດ ແລະຖະແຫລງການຮ່ວມ ເປັນກົນໄກແບບກົດໝາຍທີ່ອ່ອນໆແທນທີີ່ຈະເປັນ
ກົດໝາຍທີ່ເປັນການບັງຄັບໃຫ້ມີການປະຕິບັດ."
ທ່ານ Severino ອະດີດເລຂາທິການໃຫຍ່ ຂອງສະມາຄົມ ASEAN ຈາກຟິລິບປີນ ກ່າວ
ວ່າ ນຶ່ງໃນບັນດາຜົນສຳເລັດທີ່ສຳຄັນສຸດກໍຄືການຄາດໝາຍທີ່ຈະ ສະຫລອງກັນໃນປີໜ້າ
ປະຊາຄົມເສດຖະກິດ ASEAN ຊຶ່ງຈະອຳນວຍຄວາມສະດວກໃນການຄ້າຂາຍແລະການ
ເດີນທາງຂ້າມຊາຍແດນ. ແຕ່ລາຍລະອຽດກ່ຽວກັບເລື່ອງນີ້ ຍັງບໍ່ຈະແຈ້ງເທື່ອ ອັນເປັນສິ່ງ
ທີ່ຄວນຈະໄດ້ຮັບການຢືນຢັນຢູ່ທີ່ ກອງປະຊຸມສຸດຍອດໃນປີນີ້.
ທ່ານ Severino ກ່າວວ່າ “ໝາຍຄວາມວ່າ ເປັນປະຊາຄົມປະເພດໃດທີ່ພວກເຮົາຢາກ
ເຫັນ ແລະຢູ່ທີ່ນີ້ ບັນດາຜູ້ນຳຕ້ອງກຳນົດໃຫ້ຊັດແຈ້ງ ເພາະວ່າ ມັນຍັງອີກບໍ່ດົນ ແລະ
ມັນຈະເກີດຂື້ນໃນລະຫວ່າງການເປັນປະທານຂອງມາເລເຊຍ ມັນຈະຕ້ອງເກີດແທ້.”
ຢູ່ກອງປະຊຸມສຸດຍອດປີກາຍນີ້ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້
ຍົກເລີກການເດີນທາງຂອງທ່ານໄປຮ່ວມທ່າມກາງທີ່ມີການປິດ ລັດຖະບານກາງ ຊຶ່ງອຳ
ນວຍໃຫ້ບັນດາຜູ້ນຳຈີນກາຍເປັນຈຸດສົນໃຈທີ່ສຳຄັນ.
ຄວາມສຳຄັນ ສຳຫລັບດ້ານການທູດຂອງສະຫະລັດປີນີ້ ກໍຍັງຈະເປັນເວລາພົບ ປະແບບ
ນຶ່ງຕໍ່ນຶ່ງ ກັບບັນດາຜູ້ນຳລັດຖະບານ ທີ່ຢູ່ນອກສິບປະເທດສະມາຊິກ ຂອງ ASEAN.
ສາສະດາຈານ Briggs ກ່າວວ່າ “ບັນດາຜູ້ນຳຈາກອິນເດຍ ຂອງລັດຖະບານໃໝ່ ທ່ານ
Modi ແລະຣັດເຊຍ ແນ່ນອນວ່າ ພວກເຮົາມີຄວາມເປັນຫ່ວງ ກ່ຽວກັບຄວາມສຳພັນ
ສອງຝ່າຍຫລາຍໆຢ່າງ ກັບຣັດເຊຍ ຢູ່ໃນສະຫະລັດ ເຂົາເຈົ້າກໍໄດ້ຖືກເຊີນຄືກັນ. ມັນ
ຍັງເປັນໂອກາດຢູ່ທີ່ນັ້ນເພື່ອໃຫ້ມີການສົນທະນາທີ່ອາດ ເປັນການຫາລືແບບສ້າງສັນ ຢູ່ນອກກອງປະຊຸມ ລະຫວ່າງປະທານາທິບໍດີObama ແລະບັນດາຜູ້ນຳເຫລົ່ານັ້ນ.
Steve Herman ນັກຂ່າວວີໂອເອ ກ່າວວ່າ ການສົນທະນາ ນອກກອງປະຊຸມ ຂອງທ່ານ Obama ຈະກວມເອົາ ບັນຫາທີ່ສຳຄັນໆຫລາຍຢ່າງ ຮວມທັງຂະ ບວນການເຄື່ອນໄຫວ
ພວກຫົວຮຸນແຮງຈັດລັດອິສລາມ ວິກິດການທີ່ຍັງດຳເນີນ ຢູ່ຕໍ່ມາໃນຢູເຄຣນ ຄວາມຫຍຸ້ງ
ຍາກກ່ຽວກັບການເຈລະຈາສ້າງຕັ້ງເຂດການຄ້າ ຂ້າມມະຫາສະມຸດປາຊິຟິກ ການຂະຫຍາຍອິດທິພົນທາງທະເລຂອງຈີນ ແລະ ຈະຄວບຄຸມການລະບາດຂອງເຊື້ອອີໂບລາ ຢູ່
ອາຟຣິກາຕາເວັນຕົກແບບໃດ.