ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊ່ຽນ ຮຽກຮ້ອງໃຫ້ ໃຊ້ຄວາມຢັບຢັ້ງ ໃນການຂັດແຍ້ງ ຢູ່ທະເລຈີນໃຕ້ (ວີດີໂອ)


ບັນດາລັດຖະມົນຕີຕ່າງປະເທດ ແລະຜູ້ຕາງໜ້າ ຂອງສະມາຄົມອາຊ່ຽນ ພາກັນຕົບມື ຫລັງຈາກ ຖ່າຍຮູບຮ່ວມກັນ ໃນລະຫວ່າງກອງປະຊຸມສຸດຍອດ ຂອງອາຊ່ຽນ ຄັ້ງທີ 24 ຢູ່ນະຄອນຫຼວງເນປີດໍ ຂອງມຽນມາ (10 ພຶດສະພາ 2014)
ບັນດາລັດຖະມົນຕີຕ່າງປະເທດ ແລະຜູ້ຕາງໜ້າ ຂອງສະມາຄົມອາຊ່ຽນ ພາກັນຕົບມື ຫລັງຈາກ ຖ່າຍຮູບຮ່ວມກັນ ໃນລະຫວ່າງກອງປະຊຸມສຸດຍອດ ຂອງອາຊ່ຽນ ຄັ້ງທີ 24 ຢູ່ນະຄອນຫຼວງເນປີດໍ ຂອງມຽນມາ (10 ພຶດສະພາ 2014)
ລັດຖະມົນຕີການຕ່າງປະເທດ ຈາກ 10 ປະເທດສະມາຊິກຂອງ
ສະມາຄົມອາຊ່ຽນໄດ້ປະຊຸມກັນທີ່ນະຄອນຫຼວງເນປີດໍຂອງມຽນ
ມາ ເພື່ອກະກຽມຫົວຂໍ້ ສຳລັບການພົບປະສຸດຍອດຂອງອາຊ່ຽນ
ຊຶ່ງຈະມີຂຶ້ນ ໃນວັນອາທິດມື້ອື່ນນີ້.

ພວກເຈົ້າໜ້າທີ່ກ່າວໃນວັນເສົາມື້ນີ້ວ່າ ສະມາຄົມອາຊ່ຽນຊຶ່ງເປັນ
ກຸ່ມຈັດຕັ້ງລະດັບພູມີພາກ ຈະອອກຖະແຫຼງການຮ່ວມຮຽກຮ້ອງ
ໃຫ້ໃຊ້ຄວາມຢັບຢັ້ງ ໃນການຂັດແຍ້ງ ກ່ຽວກັບເລື່ອງໝູ່ເກາະໝູ່
ດອນ ໃນທະເລຈີນໃຕ້.

ຈີນແມ່ນໄດ້ພົວພັນກ່ຽວກັບເຫດຮ້າຍຫລາຍໆຄັ້ງທີ່ຍັງດຳເນີນຢູ່ຕໍ່ມາກັບຫວຽດນາມ ແລະຟີ ລິບປິນ ຊຶ່ງເປັນສະມາຊິກຂອງສະມາຄົມອາຊ່ຽນ.

ໃນຕົ້ນອາທິດນີ້ຟີລິບປິນໄດ້ຈັບກຸມຊາວປະມົງຈີນ 11 ຄົນທີ່ໄດ້ລ່ວງລ້ຳເຂົ້າໄປຫາປາໃນເຂດ ທີ່ມີການຂັດແຍ້ງກັນ ຢູ່ໃນບໍລິເວນໃກ້ໆຫາດ Half Moon ຂອງໝູ່ເກາະ Spratly. ຕຳຫຼວດ ຟີລິບປິນບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການຮຽກຮ້ອງຂອງຈີນ ທີ່ຢາກໃຫ້ຟີລິບປິນປ່ອຍຊາວປະມົງ ຈຸນີ້.

ຂະນະດຽວກັນ ກຳປັ່ນຈີນແລະຫວຽດນາມກໍໄດ້ຕຳກັນໃນອາທິດນີ້ ໃນການຂັດແຍ້ງກ່ຽວກັບ ການທີ່ປັກກິ່ງໄດ້ທຳການຂຸດເຈາະນ້ຳມັນຢູ່ໃນເຂດນ່ານນ້ຳທີ່ມີການຂັດແຍ້ງກັນ ໃກ້ໝູ່ເກາະ Paracel.
ASEAN BURMA CHINA SOTVO
please wait

No media source currently available

0:00 0:00:52 0:00
XS
SM
MD
LG