ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຢູ່ຂ້າງນອກ ກອງປະຊຸມສຸດຍອດ ສະຫະລັດ ອາຊຽນ


ASEAN Summit Draws Strong Protests
please wait

No media source currently available

0:00 0:01:57 0:00

ປະທານາທິບໍດີ Barack Obama ຕ້ອນຮັບບັນດາຜູ້ນຳ 10 ປະເທດ ຂອງ​ສະມາຊິກ​ສະມາຄົມ​ບັນດາ​ປະ​ເທດ​ຊາດໃນ​ເຂ​ດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊຽນ ຂະນະທີ່ການປະທ້ວງ ມີຂຶ້ນຢູ່ຂ້າງນອກ.

ໃນ​ຂະນະ​ທີ່ ປະທານາທິບໍດີ ສະຫະລັດ ທ່ານ Barack Obama
ຕ້ອນຮັບ​ບັນດາ​ຜູ້​ນຳ 10 ປະ​ເທດຂອງ​ສະມາຊິກ​ສະມາຄົມ​ບັນດາ​
ປະ​ເທດ​ຊາດໃນ​ເຂ​ດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊຽນ ຢູ່​ທີ່ບ່ອນ​ຕາກ
​ອາກາດ Sunnylands ​ໃນ​ເຂດ Rancho Mirage ລັດ Cali-
fornia ໃນວັນ​ຈັນ​ວານ​ນີ້ ພວກ​ປະ​ທ້ວງ​ຢູ່​ຂ້າງ​ນອກກ່າວ​ວ່າ ​ເຂົາ​
ເຈົ້າ​ຕ້ອງການຢາກ​ໃຫ້​ນຳ​ເອົາ​ເລື້ອງ​ສິດທິ​ມະນຸດຂຶ້ນມາເປັນ​ຫົວ
ຂໍ້​ຂອງການ​ປະຊຸມ.

ທ່ານ Obama ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້ນຳ ທີ່ເຂົ້າຮ່ວມ ​ກອງ​ປະຊຸມສຸດ
ຍອດ​ເປັນ​ເວລາ​ສອງ​ວັນກ່ຽວ​ກັບ​ເ​ລື້ອງການ​ຄ້າ​ແລະ​ຄວາມໝັ້ນຄົງ
ນັ້ນວ່າລັດ​ຖະບານ​ຂອງ​ທ່ານ​ໄດ້​ສ້າງ​ຄວາມ​ກໍ້າ​ເກິ່ງໃນນະ​ໂຍບາຍ
​ຕ່າງປະ​ເທດ​ໄປ​ສູ່​ເຂດເອ​ເຊຍ​ ​ແລະປາຊິ​ຟິກຄືນ​ໃໝ່. ປະທານາທິບໍດີ​ ໂອ​ບາ​ມາ ກ່າວ​ວ່າ
“ນີ້​ແມ່ນ​ຮວມທັງ​ການ​ພົວພັນ​ກັບ​ເຂດເອ​ເຊຍ​ອາຄະ​ເນ ​ແລະ​ອາ​ຊຽນ ທີ່ເປັນ​ສູນ​ກາງຂອງ​
ສັນຕິພາບ ​ແລະ​ຄວາ​ມອຸດົມຮັ່ງມີຢູ່​ໃນ​ຂົງ​ເຂດ​. ແລະ​ການ​ມີ​ເປົ້າ​ໝາຍ​ຮ່ວມ​ກັນຂອງ​ພວກ
ເຮົ​າ ​ໃນ​ການ​ສ້າງ​ຂົງ​ເຂດ​ໃນ​ການ​ເສີມ​ສ້າງ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຢູ່​ໃນ ຂົງ​ເຂດ
ບ່ອນ​ທີ່​ທຸກໆປະ​ເທດ​ຢູ່​ພາຍ​ໃຕ້​ກົດ​ລະບຽບອັນ​ດຽວ​ກັນ.”

ຮວມຢູ່ໃນ​ບັນດາ​ພວກ​ປະ​ທ້ວງ ​ຫລາຍ​ຮ້ອຍ​ຄົນ​ຢູ່​ຂ້າງນອກນັ້ນ ຫຼາຍໆ​ຄົນ​ມາ​ຈາກ​ກຳປູ​
ເຈຍ ບ່ອນ​ທີ່​ນາ​ຍົກ​ລັດຖະມົນຕີ Hun Sen ​ໄດ້​ຄອບງຳ​ການ​ເ​ມື​ອງ ມາ​ເປັນ​ເວລາ 30 ປີ
​ແລ້ວ. ທ່ານ Bona Chhith ຈາກ​ອົງການພັນທະ​ມິດ​ກຳ ປູເຈຍອາ​ເມຣິກັນກ່າວ​ວ່າ “ພວກ​
ເຮົາ​ມາໃນ​ມື້​ນີ້ ​ເພື່ອ​ສົ່ງ​ຄຳ​ເຕືອ​ນ​ອັນ​ແຈ້ງ​ຂາວ​ໄປ​ຫາທ່ານ Hun Sen ວ່າ ​ພວກ​ເຮົາ​ບໍ່​ສະ
ໜັບສະໜູນ​ຄອມ​ມິ​ວນິສ ພວກ​ເຮົາ​ບໍ່​ສະໜັບສະໜູນ​ຜະ​ເດັດ​ການ ພວກ​ເຮົາ​ບໍ່​ສະໜັບສະ​ໜູນ​ຜູ້​ປົກຄອງ​ທີ່​ໃຊ້​ອຳນາດ​ບາດ​ໃຫຍ່ ​ແລະ​ທ່ານ Hun Sen ຕ້ອງ​ລາອອກ​."

ສ່ວນ​ພວກ​ອຶ່ນໆ​ນັ້ນ ໄດ້​ຕິຕຽນລັດຖະບານ​ລາວ ​ແລະ​ຫວຽດນາມ​ ທີ່​ຄອບ​ງໍາ​ປະ​ເທ​ດລາວ
​ແລະ​ປະ​ເທດເພື່ອນ​ບ້ານອື່ນໆ. ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ກ່າວ​ວ່າ "ຫວຽດນາມ ກັບບ້ານ ປະ​ເທດ​
ລາວ ​ເປັນ​ຂອງ​ລາວ.” ທ່ານ​ອ່າງ​ຄຳ ສີ​ບັງອອນ ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ກ່າວ​ວ່າ :

"ພວກເຮົາອອກມາຊ່ອຍ ພວກເຮົາອອກມາສູ້ ອອກມາເຮັດນຳກັນ ເພື່ຄວາມຍຸຕິທຳ ເພື່ອຄວາມຢູ່ລອດ ມີວຽກມີງານເຮັດຢູ່ໃນບ້ານເຮົາ ແລະມີການສຶກສາທີດີ ລະບໍ່ໄດ້
ຂາຍໜ້າໃຜ ເຮົາສູ້ກັນມາ ລະເຮົາຈະສູ້ໄປຕໍ່ຈົນເຮົາໄດ້ເອກກະລາດ ຈົນເຮົາຈະໄດ້
ມີສຽງ ຈະໄດ້ປະຊາຊົນປົກຄອງບ້ານເມືອງຂອງເຮົາ ບໍ່ແມ່ນວ່າ ພັກລັດຈະປົກຄອງ

ປະເທດ ຕ້ອງແມ່ນປະຊາຊົນ ທີຈະປົກຄອງປະເທດຂອງເຮົາ ມັນຈຶ່ງຈະຖືກ ອັນນີ້
ຈຶ່ງແມ່ນ democracy."

Angkham
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG