ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມອາຊ່ຽນ ໄຂກອງປະຊຸມ ສຸດຍອດຂຶ້ນ ທີ່ກໍາປູເຈຍ


ບັນດາຜູ້ນໍາກຸ່ມອາຊ່ຽນ ຖ່າຍຮູບຮ່ວມກັນໃນຕອນໄຂກອງປະຊຸມສຸດຍອດ ທີ່ກຸງພະນົມເປັນ. ວັນທີ 3 ເມສາ 2012.
ບັນດາຜູ້ນໍາກຸ່ມອາຊ່ຽນ ຖ່າຍຮູບຮ່ວມກັນໃນຕອນໄຂກອງປະຊຸມສຸດຍອດ ທີ່ກຸງພະນົມເປັນ. ວັນທີ 3 ເມສາ 2012.

ບັນດາ​ຜູ້​ນໍາ 10 ປະ​ເທດ​ສະມາຊິກ​ຂອງ​ສະມາຄົມ​ປະ​ເທດ​ໃນເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ຫຼືກຸ່ມ​ອາ​ຊ່ຽນ​ພາກັນ​ເຕົ້າ​ໂຮມ​ກັນ​ທີ່​ກຸງ​ພະນົມ​ເປັນ ​ເພື່ອ​ປະຊຸມ​ກັນ​ເປັນ​ເວລາ 2 ມື້​ທີ່​ຄາດ​ວ່າ​ຈະ​ຮັບ​ມື​ກັບ​ບັນຫາ​ຂັດ​ແຍ່ງ​ກັນ​ເລື້ອງ​ຊາຍ​ແດນ​ທາງ​ທະ​ເລ​ ແລະການ​ທີ່​ເກົາຫຼີ​ເໜືອ​ຈະ​ຍິງລູກຈະ​ຫຼວດຂຶ້ນ​ສູ່​ອະວະກາດຕາມ​ທີ່​ໄດ້​ກໍານົດ​ໄວ້​ນັ້ນ.

ນາຍົກລັດຖະມົນຕີ​ຮຸນ​ແຊນຊຶ່ງ​ເປັນປະທານ​ວຽນ​ເປັນ​ເຈົ້າພາບ​ຈັດ​ກອງ​ ປະຊຸມ​ສຸດ​ຍອດ​ຂຶ້ນ​ນີ້ໄດ້​ເພ່ງ​ເລັງ​ໃສ່​ເລື້ອງເສດຖະກິດ​ໃນ​ຖ້ອຍ​ຖະ​ແຫຼ​ງ​ເປີດ​ກອງ​ປະຊຸມ​ໃນວັນ​ອັງຄານ​ມື້​ນີ້ ​ໂດຍ​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໃນ​ກອງປະຊຸມ​ດໍາ​ເນີນ​ງານ​ເພື່ອ​ເຮັດ​ໃຫ້​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ພວກປະ​ເທດ​ທີ່​ຮັ່ງມີ​ທີ່​ສຸດ​ແລະ​ທຸກ​ຍາກ​ທີ່​ສຸດ​ໃນ​ພາກ​ພື້ນ​ໃຫ້​ແຄບ​ເຂົ້າ.

ທ່ານ​ຮຸ​ນ​ແຊນ​ກ່າວ​ວ່າ ພາຍ​ໃນ​ພາກ​ພື້ນ ​ເຖິງ​ແມ່ນ​ຊ່ອງ​ຫວ່າງ​ໃນ​ການ​ພັດທະນາ ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ອາ​ຊ່ຽນ​ໄດ້​ແຄບ​ເຂົ້າທີ່​ສັງ​ເກດ​ເຫັນ​ໄດ້​ກໍ​ຕາມ ​ແຕ່​ຊອ່ງຫວ່າງ​ດັ່ງກ່າວ ​ແມ່ນຍັງກວ້າງ​ໃຫຍ່ຢູ່ ​ແລະ​ນີ້ເປັນ​ສິ່ງ​ຈໍາ​ເປັນ​ທີ່​ພວກ​ເຮົາ​ຕ້ອງ​ທໍາ​ຄວາມ​ພະຍາຍາມ​ຂຶ້ນ​ເປັນ​ສອງ​ເທົ່າ​ໂຕ​ເພື່ອ​ສົ່ງ​ເສີມ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂຶ້ນ​ອີກ​ໃນ​ຂັ້ນ​ຕໍ່​ໄປ ​ແລະ​ປັບ​ປຸງ​ການ​ແຈກ​ຢາຍ​ຜົນ​ຂອງ​ການ​ເຕີບ​ໂຕ​ທີ່​ຍຸຕິ​ທໍາ​ໃຫ້​ດີ​ຂຶ້ນ​ທັງ​ພາຍ​ໃນ​ຊາດ​ແລະ​ໃນ​ພາກ​ພື້ນ​ສຳຫຼັບບັນດາ​ພວກ​ປະ​ເທດ​ສະມາຊິກ​ນໍາ​ກັນ​ນັ້ນ.

ລາຍການ​ປະຊຸມ​ຢ່າງ​ເປັນ​ທາງ​ການ​ແມ່ນ​ເນ້ນ​ເຖິງ​ການ​ໂອ້​ລົມ​ສົນທະນາ​ກັນເລື້ອງ​ເປົ້າ​ໝາຍ​ຂອງ​ກຸ່ມ​ອາ​ຊ່ຽນ​ໃນ​ການ​ພັດທະນາ​ຕະຫຼາດ​ດຽວ​ຂຶ້ນ ແບບ​ດຽວ​ກັນ​ກັບ​ຂອງ​ສະຫະພາບ​ຢູ​ໂຣບພາຍ​ໃນ​ອີກ 3 ປີ​ຂ້າງ​ໜ້າ​ນີ້. ແຕ່​ພວກ​ທີ່​ມາ​ຮ່ວມ​ໃນ​ກອງ​ປະຊຸມ​ຫຼາຍ​ທ່ານ​ໄດ້​ຮັບ​ຮູ້​ວ່າ ພວກ​ຜູ້​ນໍາທັງຫຼາຍ​ຈະ​ບໍ່​ສາມາດ​ຫຼີກ​ລ້ຽງ​ການ​ໂອ້​ລົມ​ສົນທະນາ​ກັນ​ໄດ້​ໃນ​ເລື້ອງຄວາມ​ໝັ້ນຄົງທີ່​ຮີບ​ດ່ວນ​ໃນ​ພາກ​ພື້ນ​ນັ້ນ.

XS
SM
MD
LG