ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ນໍາກຸ່ມອາຊຽນ ຮັບເອົາມຽນມາ ເປັນປະທານກຸ່ມ ໃນປີ 2014


ບັນດາຜູ້ນໍາປະເທດຂອງກຸ່ມອາຊຽນພົບປະກັນ ທີ່ເກາະບາຫລີ ອິນໂດເນເຊຍ.
ວັນທີ 17 ພະຈິກ 2011.
ບັນດາຜູ້ນໍາປະເທດຂອງກຸ່ມອາຊຽນພົບປະກັນ ທີ່ເກາະບາຫລີ ອິນໂດເນເຊຍ. ວັນທີ 17 ພະຈິກ 2011.

ບັນດາ​ຜູ້​ນໍາ​ປະ​ເທດຂົງ​ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້​ ໄດ້​ຮັບຮອງ​ເອົາ​ຄວາມ​ພະຍາຍາມ
ຂອງ​ມຽນມາ​ ທີ່​ຈະ​ເປັນ​ປະທານ​ຂອງ​ກຸ່ມ​ອາ​ຊຽນ​ໃນ​ປີ 2014 ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ທ່ານ Marty Natalegawa ກ່າວ​ຕໍ່​ບັນດາ
​ນັກ​ຂ່າວ​ວ່າ ພວກ​ຫົວໜ້າ​ລັດຖະບານ​ປະ​ເທດ​ໃນ​ກຸ່ມ ​ໄດ້​ຕົກລົງ​ເຫັນ​ດີ​ຕໍ່​ຄໍາ​ຮ້ອງ​ຂໍ​ຂອງ
​ມຽນມາໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ເປັນ​ມື້​ທໍາ​ອິດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາປີ ​ທີ່​ເກາະ​ບາ
​ຫລີນັ້ນ​.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ແລະ​ພວກ​ລັດຖະບານ​ຕ່າງ​ປະ​ເທດຈໍານວນ​ນຶ່ງ ​ໄດ້​ຄັດຄ້ານ
​ຕໍ່​ຄວາມ​ພະຍາຍາມດັ່ງກ່າວ​ຂອງ​ມຽນມາ ​ໂດຍ​ໂຕ້​ແຍ່ງ​ວ່າ ກ່ອນ​ອື່ນ​ມຽນມາ​ຈະ​ຕ້ອງ​ດໍາ​ເນີນ
​ການຫລາຍ​ຂຶ້ນ​ ເພື່ອ​ອໍານວຍ​ໃຫ້​ມີ​ເສລີພາບ​ແບບ​ປະຊາທິປະ​ໄຕ​ນັ້ນ. ​ແຕ່​ພວກ​ລັດຖະມົນຕີ
​ຕ່າງປະ​ເທດ​ຂອງ​ກຸ່ມ​ອາ​ຊຽນ​ ໄດ້ແນະ​ນໍາໃຫ້ຕົກລົງ​ຮັບ​ເອົາ​ຄໍາ​ຮ້ອງ​ຂໍ​ເປັນ​ປະທານ​ຂອງ​ມຽນ
ມາ ​ໃນ​ຕົ້ນ​ສັບປະດາ​ນີ້ ​ໂດຍ​ກ່າວ​ວ່າ ມັນ​ຈະ​ຊ່ອຍ​ຊຸກຍູ້​ການ​ປະຕິ​ຮູບໃນ​ມຽນມາ​ນັ້ນ.

ມີ​ການ​ຄາດຄະ​ເນເຊ່ນ​ກັນ​ວ່າ ກອງ​ປະຊຸມພວກ​ 10 ປະ​ເທດ​ສະມາຊິກອາ​ຊຽນ ຈະເວົ້າ​ກັນ​
ເລື້ອງ​ຄວາມ​ປອດ​ໄພ​ແລະ​ເສດຖະກິດ​ນໍາ. ​ໃນ​ທ້າ​ຍສັບປະດາ​ນີ້​ ​ພວກຜູ້​ນໍາ​ຂອງ 8 ປະ​ເທດ
ມະຫາ​ອໍານາດ​ໃນ​ພາກພື້ນ ຈະ​ໄປ​ສົມທົບ​ກັບ​ພວກ​ຜູ້ນໍາ​ອາ​ຊຽນ​ໃນ​ກອງ​ປະຊຸມ​ສຸດ​ຍອດ
​ເອ​ເຊຍ​ຕາ​ເວັນ​ອອກ ຊຶ່ງ​ຮວມທັງ​ປະທານາທິບໍດີ​ ບາຣັກ ໂອ​ບາ​ມາ ​ແຫ່ງ​ສະຫະລັດ ທີ່ໃນ​ວັນ
​ພຸດ​ວານ​ນີ້​ ​ໄດ້ປະກາດ​ແຜນການ​ທີ່​ຈະ​ສົ່ງ​ທະຫານ​ມາຣິນຂອງ​ສະຫະລັດ​ ຈໍານວນ​ຫລາຍ​ເຖິງ
2500 ຄົນ​ໄປ​ປະ​ຈໍາ​ການ​ຢູ່​ໃນ​ອອສ​ເຕຣ​ເລຍ​ນັ້ນ.

XS
SM
MD
LG