ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະ​ນະທີ່​ຈີນ ​ພະ​ຍາ​ຍາມໂນ້ມ​ນ້າວຈິດ​ໃຈ​ເຂົາ​ເຈົ້າຢູ່ນັ້ນ​ ປະ​ເທດອາ​ຊຽນ ​ຄັດ​ຄ້ານ​​ບໍ່​ໃຫ້​ທະ​ຫານ ມຽນ​ມາ ເຂົ້າ​ກອງ​ປະ​ຊຸມ​ສຸດຍອດຮ່ວ​ມ


ຜູ້​ບັນ​ຊາ​ການ​ທະ​ຫານ​ມຽນ​ມາ ພົນ​ເອກ​ລະ​ດັບ​ສູງ ມິນ ອອງ ລາຍກ່າວ​ຄຳ​ປາ​ໄສທີ່ກອງ​ປະ​ຊຸມ​ສາ​ກົນ​ດ້ານ​ຄວາມ​ໝັ້ນ​ຄົງ​​ຄັ້ງ​ທີ IX ທີ່​ຈັດ​ຢູ່​ມົ​ສ​ກູ, ຣັດ​ເຊຍ, 23 ມິ​ຖຸ​ນາ, 2021
ຜູ້​ບັນ​ຊາ​ການ​ທະ​ຫານ​ມຽນ​ມາ ພົນ​ເອກ​ລະ​ດັບ​ສູງ ມິນ ອອງ ລາຍກ່າວ​ຄຳ​ປາ​ໄສທີ່ກອງ​ປະ​ຊຸມ​ສາ​ກົນ​ດ້ານ​ຄວາມ​ໝັ້ນ​ຄົງ​​ຄັ້ງ​ທີ IX ທີ່​ຈັດ​ຢູ່​ມົ​ສ​ກູ, ຣັດ​ເຊຍ, 23 ມິ​ຖຸ​ນາ, 2021

ທູດ​ພິ​ເສດ​ຈີນ​ໄດ້​ພະ​ຍາ​ຍາມ​ໂນ້ມ​ນ້າວ​ຈິດ​ໃຈ​ຂອງ​ບັນ​ດາປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃຫ້ອະ​ນຸ​ຍາດ​ຜູ້​ປົກ​ຄອງ​ທະ​ຫານ​ຂອງ​ມຽນ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດລະ​ດັບ​ພາກ​ພື້ນ​ທີ່​ປະ​ທາ​ນປະ​ເທດ​ຈີນ​ເປັນ​ເຈົ້າ​ພາບ​ໃນ​ອາ​ທິດ​ໜ້ານີ້ ແຕ່​ກໍໄດ້ປະເຊີນ​ກັບການ​ຄັດຄ້ານ​ຢ່າງ​ແຮງ, ອີງ​ຕາມ​ແຫລ່ງ​ຂ່າວ​ທາງ​ການ​ທູດ​ທັງ​ຫລາຍ​ທີ່​ລາຍ​ງານ​ໂດຍ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ສະຖານະ​ພາບ​ຂອງ​ມຽນມາ​ໃນ​ການ​ເປັນ​ສະມາຊິກ​ຂອງສະ​ມາ​ຄົມ​ຂອງ​ບັນ​ດາ​ປະ​ເທດ ​ໃນ​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫລື ອາ​ຊ​ຽນ​ທີ່​ມີ 10 ປະ​ເທດ ໄດ້ກາຍ​ເປັນ​ເລື້ອງ​ທີ່​ເດັ່ນ​ຂຶ້ນ​ມາ ​ຍ້ອນ​ການ​ກໍ່​ລັດຖະປະຫານ​ໃນ​ວັນ​ທີ 1 ກຸມພາ​ຜ່ານ​ມາເມື່ອ​ທະຫານ​ຂອງ​ປະ​ເທດນັ້ນ ໄດ້​ຂັບ​ໄລ່​ລັດຖະບານ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບລ ຊຶ່ງ​ພາ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຢ່າງ​ນອງ​ເລືອດນັ້ນ.

ສະມາຊິກ​ອາ​ຊຽນ​ຫຼາຍ​ປະ​ເທດ​ທີ່ຮູ້ສຶກເສົ້າໃຈ​ທີ່ມີ​ວິ​ກິດ​ການ​ກັບ​ຄືນ​ມາໃໝ່​ອີກ ແລະ​ການ​ປາບ​ປາມ​ປະຊາທິປະ​ໄຕ​ໃນ​ມຽນມານັ້ນ ​ໄດ້​ພະຍາຍາມ​ກົດ​ດັນ​ພວກນາຍ​ພົນ​ຂອງ​ປະ​ເທດ​ດັ່ງ​ກ່າວ​ ໂດຍການ​ບໍ່ໃຫ້​ເຂົາ​ເຈົ້າ​ຮ່ວມ​ກອງ​ປະຊຸມຕ່າງໆ​ຂອງ​ອາ​ຊຽນ.

​ໃນ​ການ​ຕັດສິນ​ໃຈ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ເດືອນ​ແລ້ວ​ນີ້, ບັນດາ​ຜູ້ນຳ​ອາ​ຊຽນ​ໄດ້​ສະກັດ​ກັ້ນ​ບໍ່​ໃຫ້​ຜູ້​ບັນຊາ​ການ​ທະຫານ​ຂອງ​ມຽນມາ, ພົນ​ເອກ​ລະ​ດັບ​ສູງມິນ ອອງ ລາຍ (Min Aung Hlaing) ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ພາຍຫຼັງ​ທີ່​ທ່ານ​ບໍ່​ໄດ້​ຮັກ​ສາ​ຄຳ​ໝັ້ນ​ສັນຍາ​ທີ່ເວົ້າ​ວ່າ​ຈະ​ອະນຸຍາດ​ໃຫ້​ທູດ​ພິ​ເສດ​ຂອງອາ​ຊຽນ​ພົບ​ປະ​ກັບ​ບັນດາ​ສະມາຊິກ​ສະພາ​ທີ່​ຖືກ​ໂຄ່ນ​ລົ້ມ​ໃນ​ການ​ກໍ່ລັດຖະປະຫານນັ້ນ.

​ກົງ​ກັນ​ຂ້າມ, ບັນດາ​ຜູ້ນຳ​ອາ​ຊຽນ​ກ່າວ​ວ່າ ບຸກຄົນ​ທີ່​ບໍ່​ຢູ່​ໃນ​ວົງ​ການ​ການ​ເມືອງ​ຂອງ​ມຽນມາ ຄວນ​ໄດ້​ຮັບ​ການ​ຮ້ອງ​ຂໍໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແທນ, ຊຶ່ງໃນທີ່ ສຸດ, ມຽນມາກໍ​ເລີຍບໍ່ໄດ້ຜູ້​ຕາງ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ແຫຼ່ງຂ່າວ​ທາງການ​ທູດ​ແລະ​ການ​ເມືອງ​ໃນ​ພາກ​ພື້ນ​ 4 ແຫຼ່ງກ່າວ​ວ່າ ອິນ​ໂດ​ເນ​ເຊຍ, ບຣູ​ໄນ, ມາ​ເລ​ເຊຍ​ ແລະ​ສິງກະ​ໂປ ​ຢາກ​ໃຫ້​ທ່ານມິນ ອອງ ລາຍ (Min Aung Hlaing) ຖືກ​ຫ້າມ​ບໍ່​ໃຫ້ເຂົ້າ​ຮ່ວມກອງ​ປະຊຸມ​ຈີນ-ອາ​ຊຽນ​ ໃນ​ວັນ​ທີ 22 ພະຈິກ​ນີ້ ທີ່ທ່ານ​ສີ ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ ເປັນ​ເຈົ້າພາບນັ້ນ.

"ມາເລເຊຍ, ອິນໂດເນເຊຍ, ສິງກະໂປ ແລະບຣູໄນ ຕົກ​ລົງທີ່ຈະຮັກສາທ່າ​ທີ​ແບບດຽວກັນ ກັບທ່າ​ທີ​ຢູ່​ໃນກອງປະຊຸມສຸດຍອດອາຊຽນ" ນັ້ນ​ຄື​ຄຳ​ເວົ້າ​ຈາກ ແຫຼ່ງຂ່າວຂອງລັດຖະບານປະເທດອາຊຽນປະ​ເທດ​ນຶ່ງ ທີ່ບໍ່​ໃຫ້ລະບຸຊື່, ຊຶ່ງ​ໝາຍ ເຖິງການຮຽກຮ້ອງໃຫ້ມຽນມາ ມີ​ຜູ້​ຕາງ​ໜ້າ​ເຂົ້າ​ຮ່ວມ ທີ່​ເປັນບຸກຄົນທີ່ບໍ່ຢູ່​ໃນ​ວົງ​ການການເມືອງ.


ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG