ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນຫາ ໝູ່ເກາະສະແປຣັດລີ


ບັນຫາ ໝູ່ເກາະສະແປຣັດລີ
ບັນຫາ ໝູ່ເກາະສະແປຣັດລີ

ພວກນັກການທູດ ກ່າວວ່າ ຈີນໄດ້ເປັນຝ່າຍຕັ້ງຮັບ ໃນມື້ວັນສຸກ ວານນີ້ ເວລາຄະນະຜູ້ຕາງໜ້າ ຂອງຫຼາຍໆປະເທດ ທີ່ເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ ພູມີພາກາຂອງອາຊ່ຽນ ໄດ້ຍົກເອົາ ບັນຫາຂັດແຍ້ງ ໃນເລື່ອງ ເຂດນໍ້າແດນດິນ ຂຶ້ນມາສົນທະນາຫາລືກັນ.

ຜູ້ຕາງໜ້າທ່ານນຶ່ງ ກ່າວຕໍ່ອົງການຂ່າວ ຣອຍເຕີ້ວ່າ ລັດຖະມົນຕີ ຕ່າງປະເທດຈີນ ທ່ານ YANG JIECHI ແມ່ນຈະແຈ້ງ ໄດ້ມີຄວາມໂກດແຄ້ນ ກ່ຽວກັບການໂຈມຕີ ຊຶ່ງມີຂຶ້ນ ໃນກອງປະຊຸມ ແບບປິດລັບ.

ພວກນັກການທູດ ກ່າວວ່າ 12 ຂອງຈຳນວນ ຜູ້ເຂົ້າຮ່ວມທັງໝົດ 27 ທ່ານ ໄດ້ຮຽກຮ້ອງໃຫ້ ໃຊ້ວິທີການແກ້ໄຂ ແບບຫຼາຍຝ່າຍ ຕໍ່ບັນຫາຂັດແຍ້ງ ທາງທະເລ ເຊັ່ນບັນຫາ ໝູ່ເກາະສະແປຣັດລີ ຊຶ່ງທັງໝົດ ຫຼືບາງສ່ວນ ຂອງໝູ່ເກາະ ດັ່ງກ່າວນີ້ ໄດ້ມີການອ້າງ ກຳມະສິດ ໂດຍສະມາຊິກຂອງ ກອງປະຊຸມວ່າດ້ວ ຍຄວາມໝັ້ນຄົງ ພູມີພາກ ຄືຈີນ ບຣູໄນ ມາເລເຊຍ ຟີລິບປິນ ແລະ ຫວຽດນາມ.

ຈີນ ໄດ້ສົ່ງກອງທັບເຮືອ ຂອງຕົນເພີ້ມຂຶ້ນ ເຂົ້າໄປໃນເຂດດັ່ງກ່າວ ຊຶ່ງເຊື່ອກັນວ່າ ອາດອຸດົມສົມບູນ ໄປດ້ວຍບໍ່ນໍ້າມັນ ແລະແກັສທຳມະຊາດ. ຈີນຕ້ອງການ ຢາກຈະທຳການຕົກລົງ ກັບແຕ່ລະປະເທດ ເປັນການສ່ວນໂຕ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ HILLARY CLINTON ກໍຮວມຢູ່ໃນບັນດາ ຜູ້ທີ່ໄດ້ຍົກເອົາ ບັນຫາດັ່ງກ່າວນີ້ ຂຶ້ນມາສົນທະນາ ຫາລືກັນ.

XS
SM
MD
LG