ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນໍາອາຊຽນຕົກລົງໃຈ ທີ່ຈະເຈລະຈາກັນ ໃຫ້ສໍາເລັດ ໃນເລື້ອງຫລັກການປະພຶດ ກ່ຽວກັບໝູ່ເກາະSpratlys ນັ້ນ


ກອງປະຊຸມສຸດຍອດຂອງກຸ່ມອາຊຽນ ທີ່ກຸງ Jakarta ອິນໂດເນເຊຍ
ວັນທີ 8 ພຶດສະພາ 2011
ກອງປະຊຸມສຸດຍອດຂອງກຸ່ມອາຊຽນ ທີ່ກຸງ Jakarta ອິນໂດເນເຊຍ ວັນທີ 8 ພຶດສະພາ 2011

ບັນດາ​ປະ​ເທດ​ໃນກຸ່ມ​ອາ​ຊຽນກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ຕັ້ງ​ໃຈ​ຢ່າງ​ແນ່​ວ​ແນ່​ທີ່​ຈະ​ເຮັດ​ໃຫ້​ສໍາ​ເລັດ​ ການ​ເຈລະຈາ​ວ່າ​ດ້ວຍຫລັກເກນການ​ປະພຶດປະຕິບັດ​ກ່ຽວ​ກັບ​ທະ​ເລ​ຈີນໃຕ້ ນັ້ນ ເພື່ອ​ໃຫ້ເສັດ​ສິ້ນ​ຂັ້ນ​ຕອນ​ທີ່​ໄດ້​ເລີ້ມຕົ້ນ​ກັບ​ຈີນເມື່ອ​ເກືອບ 10 ປີກ່ອນ​ນີ້.

ໃນ​ຖະ​ແຫລ​ງການຢ່າງເປັນ​ທາງ​ການສະບັບ​ນຶ່ງຫລັງ​ຈາກ​ເສັດ​ສິ້ນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ເຂົາ​ເຈົ້າ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ​ທີ່ກຸງ​ຈາ​ກາ​ຕ້າ ບັນດາ​ຜູ້​ນໍາ​ກຸ່ມ​ອາ​ຊຽນ​ກ່າວເນ້ນເຖິງ​ຄວາມ​ຈໍາ​ເປັນ​ໃນ​ການ​ບັນລຸ​ຂໍ້ຕົກລົງ​ກັນ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ຈະອໍານວຍໃຫ້​ມີ​ການ​ພັດທະນາຢ່າງ​ສັນຕິແຫ​ລ່ງຊັບພະຍາ​ກອນ​ຕ່າງໆ​ໃນ​ໝູ່​ເກາະ Spratlys ທີ່​ອາດ​ຈະ​ອຸດົມສົມບູນ​ໄປ​ດ້ວຍ​ບໍ່​ນໍ້າມັນ​ແລະ​ແກ​ສທໍາ​ມະ​ຊາດ​ນັ້ນ.

ພວກ​ຜູ້​ນໍາ​ເຫລົ່າ​ນີ້​ໃຫ້​ຂໍ້​ສັງ​ເກດ​ວ່າ ປີ​ນີ້​ເປັນ​ຂີດ​ໝາຍ​ຄົບຮອບ 20 ປີ​ຂອງ​ຄວາມ​ສໍາພັນ​ລະຫວ່າງ​ຈີນ​ແລະ​ກຸ່ມ​ອາ​ຊຽນ ​ແລະ​ປີໜ້າ​ຈະ​ເປັນ​ຂີດໝາຍ​ຄົບຮອບ 10 ປີ​ ນັບ​ແຕ່​ພວກ​ປະ​ເທດ​ເຫລົ່າ​ນີ້​ໄດ້​ລົງ​ນາມໃນ​ຄໍາ​ປະກາດ​ສະບັບ​ນຶ່ງ​ ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່ຈະ​ປະຕິບັດ​ຕາມຫລັກ​ການປະພຶດສໍາລັບ​ເຂດ​ທະ​ເລ​ດັ່ງກ່າວ.

ພວກ​ຜູ້​ນໍາ​ເຫລົ່າ​ນີ້​ກ່າວ​ວ່າ ​ເຂົາ​ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ສວາຍໃຊ້ສອງໂອກາດ​ຄົບຮອບດັ່ງກ່າວ ເພື່ອ​ເຮັດ​ໃຫ້​ສໍາ​ເລັດ​ເສັດ​ສິ້ນ ຫລັກ​ຊີ້​ນໍາ​ທີ່ໄດ້​ຊັກ​ຊ້າມາ​ເປັນ​ເວລາ​ດົນ​ນານ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຫລັກ​ເກນ​ປະພຶດ​ດັ່ງກ່າວນັ້ນ.

ຈີນ​ແລະ 4 ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ອາ​ຊຽນ ຄື: ຫວຽດນາມ ມາ​ເລ​ເຊຍ ຟີ​ລິບ​ປິນ​ແລະ​ບຣູ​ໄນ ຕະຫລອດ​ທັງ​ໄຕ້​ຫວັນ​ ຕ່າງ​ກໍ​ໄດ້​ອ້າງ​ເອົາ​ກໍາມະສິດ​ໃນ​ໝູ່​ເກາະ​ດັ່ງກ່າວ​ທັງ​ໝົດ ​ຫລື​ເປັນ​ບາງ​ສ່ວນ.

XS
SM
MD
LG