ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາຊຽນ ຕົກລົງກັນ ເພື່ອຫຼີກລ່ຽງ ອຸບັດຕິເຫດ ໃນທະເລຈີນໃຕ້


ລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ Ri Yong Ho, ຊ້າຍ, ໄດ້ຮັບການຕ້ອນຮັບທັກທາຍ ຈາກຄູ່ຮ່ວມຕຳ
ແໜ່ງ ຈີນ ທ່ານ Wang Yi ກ່ອນເຂົ້າຮ່ວມກອງປະຊຸມ
ສອງຝ່າຍຂອງພວກເພິ່ນ ແຍກຕ່າງຫາກຈາກກອງປະຊຸມ
ລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 ແລະ ກອງ
ປະຊຸມຄູ່ຮ່ວມເຈລະຈາ. 6 ສິງຫາ, 2017.
ລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ Ri Yong Ho, ຊ້າຍ, ໄດ້ຮັບການຕ້ອນຮັບທັກທາຍ ຈາກຄູ່ຮ່ວມຕຳ ແໜ່ງ ຈີນ ທ່ານ Wang Yi ກ່ອນເຂົ້າຮ່ວມກອງປະຊຸມ ສອງຝ່າຍຂອງພວກເພິ່ນ ແຍກຕ່າງຫາກຈາກກອງປະຊຸມ ລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 ແລະ ກອງ ປະຊຸມຄູ່ຮ່ວມເຈລະຈາ. 6 ສິງຫາ, 2017.

ຈີນ ກັບ ກຸ່ມຂອງສິບປະເທດເອເຊຍຕາເວັນອອກສຽງໃຕ້ ໄດ້ປະເຊີນໜ້າກັນ ໃນການ
ເຈລະຈາທີ່ລຳບາກ ກ່ຽວກັບ ຂໍ້ປະຕິບັດສຳລັບການຫຼີກລ່ຽງອຸບັດຕິເຫດຕ່າງໆໃນທະ
ເລຈີນໃຕ້ທີ່ມີບັນຫາ ເຖິງແມ່ນວ່າ ຈະໄດ້ມີການຮອງຮັບເອົາໂຄງຮ່າງສຳລັບການເຈລະ
ຈານັ້ນກໍຕາມ.

ບັນດາຜູ້ຊ່ຽວຊານກ່າວວ່າ ປັກກິ່ງ ຈະຄັດຄ້ານການກຳນົດຂອບເຂດຂອງທະເລດັ່ງ
ກ່າວ, ເຮັດໃຫ້ຂໍ້ຜູກມັດຂອງການປະຕິບັດ ແລະ ການບັງຄັບໃຊ້ໃດໆ ທີ່ຈະຈຳກັດກິດ
ຈະກຳຕ່າງໆທາງທະເລ ຂອງພວກເຂົາ, ໃນຂະນະທີ່ອາຊຽນ ຈະຂໍຂໍ້ມູນພວກນັ້ນໃນ
ເວລາທີ່ການປຶກສາຫາລືດຳເນີນຕໍ່ໄປ. ຂໍ້ຕົກລົງດັ່ງກ່າວ ໄດ້ມີການຊັກຊ້ານັບຕັ້ງແຕ່
ປີ 2002 ເປັນຕົ້ນມາ, ເຊິ່ງ ຈີນ ໄດ້ຕໍ່ຕ້ານເປັນເວລາສ່ວນໃຫຍ່ໃນ 6 ປີທີ່ຜ່ານມາ. ຈີນ
ແລະ ບັນດາລັດຖະມົນຕີ ອາຊຽນ ທັງຫຼາຍໄດ້ຮັບຮອງເອົາຂໍ້ປະຕິບັດໂຄງຮ່າງສະບັບ
ໜຶ່ງ ໃນນະຄອນຫຼວງ ມະນີລາ ເມື່ອວັນອາທິດວານນີ້.

ທ່ານ Jonathan Spangler ຜູ້ອຳນວຍການຂອງຄະນະວິໄຈທະເລຈີນໃຕ້ ໃນນະ
ຄອນຫຼວງ ໄທເປ ຂອງ ໄຕ້ຫວັນ ກ່າວວ່າ “ຖ້າ ແລະ ເມື່ອໃດ ຂໍ້ປະຕິບັດໄດ້ຖືກສະຫຼຸບ
ແລ້ວ, ພວກເຮົາກໍຈະສາມາດແນ່ໃຈໄດ້ວ່າ ມັນຈະເບົາບາງລົງ ເຖິງຈຸດທີ່ມັນບໍ່ສ້າງ
ຄວາມເສຍຫາຍ ຕໍ່ຜົນປະໂຫຍດຂອງ ຈີນ ໃນທະເລຈີນໃຕ້.”

ປັກກິ່ງ ໄດ້ອ້າງກຳມະສິດ 90 ເປີເຊັນຂອງທະເລຈີນໃຕ້ ທີ່ມີເນື້ອທີ່ 3 ລ້ານ 5 ແສນ
ຕາລາງກິໂລແມັດ, ທັບຊ້ອນກັບເນື້ອທີ່ທີ່ປະເທດ ບຣູໄນ, ມາເລເຊຍ, ຫວຽດນາມ
ແລະ ຟີລິບປິນ ກ່າວວ່າ ເປັນຂອງປະເທດຂອງເຂົາເຈົ້າ. ຂໍ້ປະຕິບັດດັ່ງກ່າວຈະຖືກ
ເພັ່ງເລັງໃສ່ການຫຼີກລ່ຽງອຸບັດຕິເຫດຕ່າງໆ ໃນເວລາທີ່ປະເທດຜູ້ອ້າງກຳມະສິດທຳ
ການຫາປາ, ຊອກຫານໍ້າມັນ ແລະ ແກ໊ສ ຫຼື ພັດທະນາສິ່ງທີ່ບາງຄົນໄດ້ຄາດເດົາເອົາ
ບາງສ່ວນຂອງ ເກາະດອນຂະໜາດນ້ອຍປະມານ 500 ແຫ່ງ.

ຫວຽດນາມ ແລະ ຈີນ ໄດ້ປະທະກັນ ໃນປີ 1974,​ 1988 ແລະ 2014. ການຕໍ່ສູ້ສອງ
ຄັ້ງທຳອິດແມ່ນຮຸນແຮງເຖິງຂັ້ນເສຍຊີວິດ ແລະ ກໍລະນີຫຼ້າສຸດແມ່ນກ່ຽວກັບ ອຸປະກອນ
ຂຸດເຈາະນໍ້າມັນຂອງ ຈີນ. ຂໍ້ປະຕິບັດໃໝ່ ຈະເພັ່ງເລັງໃສ່ການປ້ອງກັນເຫດການດັ່ງ
ກ່າວເພີ່ມຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG