ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການອາ​ຊ່ຽນ​ ກ່າວ​ວ່າ ສະມາຄົມ​ອາ​ຊ່ຽນ ຕ້ອງປຸ້ມລຸມ​ກັນ ຫຼາຍ​ຂຶ້ນ


ແຜນທີ່ບັນດາປະເທດ ASEAN
ແຜນທີ່ບັນດາປະເທດ ASEAN

​ເລຂາທິການ​ໃຫຍ່​ສະມາຄົມປະຊາ​ຊາດ ​ແຫ່ງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼື ​ອາ​ຊ່ຽນ​ ກ່າວ​ວ່າ ສະມາຄົມ​ອາ​ຊ່ຽນຕ້ອງການ​ປຸ້ມລຸມ​ກັນຫຼາຍ​ຂຶ້ນ ​ແຕ່​ກໍຈະ​ບໍ່ຍອ​ມ​ຕົກເປັນ​ຕົວ​ປະກັນ ຂອງ​ຄວາມ​ກົດ​ດັນ​ຈາກ​ພາຍ​ນອກ ຫຼື​ ​ຄວາມ​ບໍ່​ເຫັນ​ພ້ອງຕ້ອງ​ກັນ​ຢູ່​ພາຍ​ໃນ​ກຸ່ມ​ ​ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງກັນ​ເລຶ່ອງ​ເຂດ​ທະ​ເລ​ຈີນໃຕ້​ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Sara Schonhardt ລາຍ​ງານຈາກ ​ນະຄອນຫຼວງ​ຈາ​ກາ​ຕ້າ ປະ​ເທດ​ອິນ​ໂດ​ເນ​ເຊຍ ຊຶ່ງ​ທອງ​ປານຈະ​ນໍາ​ເອົາ​ລາຍ​ລະອຽດ​ມາສະ​ເໜີ​ ທ່ານ​​.

ຂະນະ​ນີ້ ​ສະມາຄົມ​ອາ​ຊ່ຽນ​ກໍາລັງ​ດິ້ນຮົນ​ເພື່ອ​ປັດ​ເປົ່າ​ຄວາມ​ເປັນ​ຫ່ວງຕ່າງໆ ​ກ່ຽວ​ກັບ​
ການ​ແຕກ​ແຍກ​ກັນ​ລະ​ຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ຫຼັງ​ຈາກ​ກອງ​ປະຊຸມ​ປະ​ຈໍາປີ​ທີ່
ສັບສົນ​ວຸ້ນວາຍ​ ຢູ່ກໍາປູ​ເຈຍ ​ບໍ່​ສາມາດ​ບັນລຸ ຂໍ້​ຕົກລົງ​ກັນ​ໄດ້ ​ກ່ຽວ​ກັບ​ການ​ປະພຶດ​ປະ
ຕິບັດ​ ຢູ່ໃນເຂດທະ​ເລ​ຈີນ​ໃຕ້​ນັ້ນ.

4 ​ໃນ 10 ປະ​ເທດສະມາຊິກ​ສະມາຄົມ​ອາ​ຊ່ຽນ ກໍ​ຄື​ຫວຽດນາມ ຟິລິ​ບປິນ ມາ​ເລ​ເຊຍ
​ແລະ​ບຣູ​ໄນ ​ໄດ້ພາກັນ​ອ້າງ​ເອົາ​ບາງ​ພາກສ່ວນ​ຂອງ​ເຂດ​ນ່ານນໍ້າ​ເຫຼົ່ານັ້ນ ຊຶ່ງ​ເປັນ​ເຂດ
ທີ່​ມີ​ປາ​ຫຼາຍ ​ເປັນ​ເສັ້ນທາງເດີນ​ເຮືອ​ທີ່​ສໍາຄັນ​ສໍາລັບການ​ຄ້າ ​ແລະ​ເວົ້າ​ກັນ​ວ່າ​ເປັນ​ບ່ອນ
​ທີ່​ອຸດົມສົມ​ບູນ​ໄປ​ດ້ວຍ​ນໍ້າມັນ​.

ແຕ່​ຝ່າຍ​ຈີນ​ກໍ​ເວົ້າ​ວ່າ​ ຕົນ​ມີອະທິປະ​ໄຕເໜືອເກືອບ​ວ່າ​ທັງ​ໝົດ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້. ​

ໄດ້​ມີ​ການ​ຄາດ​ຫວັງ​ກັນ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈັດ​ຂຶ້ນກ່ອນ​ໜ້ານີ້ ຢູ່​ກໍາປູ​ເຈຍ​ນັ້ນ
ຈະ​ຊ່ວຍ​ສະມາຄົມ​ອາ​ຊ່ຽນໃຫ້ປະສົບ​ຜົນສໍາ​ເລັດ​ໃນ​ດ້ານຊື່​ສຽງ ​ແລະ​ເຮັດ​ໃຫ້ມີ​ຄວາມ​
ໝັ້ນ​ໃຈ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ​ແຕ່ກອງ​ປະຊຸມ​ກັບ​ໄດ້ເປີດ​ເຜີຍ​ໃຫ້​ເຫັນ​ເຖິງ​ຄວາມແຕກ
ແຍກ​ທີ່​ມີ​ຢູ່​ຕໍ່​ມາ ຢູ່ພາຍ​ໃນ​ກຸ່ມ ທີ່ບັນ ດາ​ນັກ​ສັງ​ເກດ​ການດ້ານ​ກິດຈະການ​ຕ່າ​ງປະ​ເທດ
ຫລາຍໆ​ຄົນ ​ບໍ່​ແນ່​ໃຈ​ວ່າ ມີ​ຄວາມ​ສໍາຄັນ​ແລະ​ຈໍາ​ເປັນ​ຫລາຍສໍ່າ​ໃດ​ນັ້ນ.

​ເມື່ອ​ວັນ​ພຸດ​ອາທິດ​ຜ່ານ​ມາ​ນີ້ ທ່ານ ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ສະມາ​ຄົມ​ອາ​ຊ່ຽນ​
​ໄດ້ຍອມ​ຮັບໃນຄວາມ​ບົກພ່ອງ​ຢູ່​ພາຍ​ໃນກຸ່ມ​ ​ແລະກ່າວວ່າ​ສະມາຄົມ​ຈະ​ຕ້ອງ​ມີ​ຄວາມ
​ຄ່ອງ​ຕົວ ​ແລະ​ມີ​ປະສິດທິ​ຜົນ​ຫຼາຍ​ຂຶ້ນ ​ເວລາ​ດໍາ​ເນີນ​ການ​ ​ກັບບັນດາປະ​ເທດ​ມະຫາ​ອໍາ
ນາດ​ພາຍ​ນອກ​ນັ້ນ.

ທ່ານສຸຣິນ​ເວົ້າ​ວ່າ: “ບັນດາ​ປະ
​ເທດ​ສະມາຊິກ​ຂອງ​ພວກ​ເຮົາ​
ຈະ​ຕ້ອງ​ໄດ້ສໍາ​ຫຼວດ ພູມິ​ປະ
​ເທດ ​ພື້ນ​ທີ່ ​ແລະນ່ານນໍ້າ
ຢ່າງ​ຖີ່​ຖ້ວນ​ ແລະ​ຢ່າງ​ລະມັດ
ລະວັງ ບ່ອນ​ໃດທີ່​ຄິດ​ວ່າ​ອາດ
​ເປັນ​ຕົວ​ບັນຫາ​ຂອງ​ຂໍ້​ໂຕ້​ແຍ້​ງ
ກັນນັ້ນ​ ​ເພື່ອ​ວ່າພວກ​ເຮົາ​ຈະ
ສາມາດ​ ​ຫຼີກ​ລ່ຽງ ຫຼື​ລົດ​ລະດັບ
​ຜົນ​ກະທົບ​ ໃຫ້​ໜ້ອຍ​ລົງ​ໄປ​ໄດ້.”

ລາຍ​ງານ​ສະບັບ​ນຶ່ງ​ທີ່​ນໍາ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ອັງຄານ​ອາທິດ​ຜ່ານ​ມາ​ ​ໂດຍ​ກຸ່ມ​ວິ​ກິດ​ການ​ນານາ​ຊາດນັ້ນ ​ເວົ້າ​ວ່າ ການ​ຂາດ​ຄວາມ​ມີ​ປະສິດທິພາບ​ຂອງ ສະມາຄົມ​ອາ​ຊ່ຽນ ​ໃນ​ການ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້​ງກັນ ​ແລະ​ບວກ​ກັບ​ພຶດຕິ ການແບບ​ຮຸກ​ຮານ ຂອງ​ບັນດາ​ປະ​ເທດ​ທີ່​ອ້າງ​ເອົາ​ອະທິປະ​ໄຕ​ເໜືອ​ບາງ ສ່ວນຂອງ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ​ແມ່ນ​ໄດ້​ສ້າງ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ທີ່​ວ່າ ການ​ຂັດ​ແຍ້​ງກັນ​ທາງ​ທະຫານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຂົງ​ເຂດ ອາດ​ບານ​ປາຍ​ໄປ​ສູ່​ການ​ສູ້​ລົບ​ກັນ​ດ້ວຍ​ອາວຸດກໍ​ໄດ້ນັ້ນ.

Bryony Lau ນັກວິ​ເຄາະ​ປະ​ຈໍາ​ກຸ່ມ​ວິກິດ​ການ​ທີ່ Jakarta ປະ​ເທດອິນໂດ​ເນ​ເຊຍ ອະທິບາຍ​ເຖິງ​ເຫດ​ຜົນວ່າ ​ເປັນ​ຫຍັງ​ໂອກາດໃນການ​ແກ້​ໄຂ​ບັນຫາ ນັ້ນ ​ຍັງ​ຕໍ່າ​ຢູ່.

ທ່ານ ​ລາວ ​ເວົ້າວ່າ: “ລະດັບຄວາມ​ໄວ້​ວາງ​ໃຈ​ກັນ​ໄດ້​ລົດ​ນ້ອຍ​ຖອຍ​ລົງ​ໄປ ແລ້ວ ແລະທາງ​ເລືອກ​ດ້ານ​ການ​ທູດ ທີ່​ອາດ​ສາມາດ​ນໍາ​ໃຊ້​ໄດ້ ​ເພື່ອ​ພະຍາ ຍາມ ລົດ​ລະດັບ​ຄວາມ​ເຄ່ງ​ຕຶງ​ລົງ ກໍໃຊ້​ບໍ່​ໄດ້ຜົນ​ປານ​ໃດ​ ໃນ​ເວລານີ້.”

ລາຍ​ງານ​ຂອງ​ກຸ່ມ​ວິ​ກິດ​ການ​ເວົ້າອີກ​ວ່າ ​ເວລາ​ນີ້​ ຈີນ​ກໍາລັງສວຍເອົາປະໂຫຍ​ດຈາ​ກການແບ່ງ​ແຍກ​ກັນໃນ​ກຸ່ມ​ອາຊ່ຽນ ​ໂດຍ​ສະ​ເໜີໃຫ້​ສິດທິ​ພິ​ເສດ​ແກ່​ບັນດາ​ປະ​ເທດ​ສະມາຊິກ​ທີ່​ບໍ່​ເຂົ້າ​ຂ້າງ​ກັບກຸ່ມ​ປະ​ເທດ​ທີ່​ເປັນ​ຄູ່​ແຂ່ງ​ຍາດ​ແຍ່ງ​ເອົາ​ກໍາມະສິດ​ຂອງ​ຕົນ​ນັ້ນ.

ແຜນທີ່ເຂດທະເລຈີນໃຕ້ ທີ່ມີຂໍ້ຂັດແຍ່ງກັນນັ້ນ
ແຜນທີ່ເຂດທະເລຈີນໃຕ້ ທີ່ມີຂໍ້ຂັດແຍ່ງກັນນັ້ນ

ຫວຽດນາມ​ເຄີຍ​ໄດ້​ຍົ​ກ​ເອົາ
​ບັນຫາ​ເຂດ​ທະ​ເລີ​ຈີນ​ໃຕ້ນີ້
ຂຶ້ນສະ​ເໜີ​ຕໍ່​ກອງ​ປ​ະຊຸມລະ
ດັບ​ຂົງ​ເຂດ​ປີ 2010 ຂອງ
​ສະມາຄົມ​ອາ​ຊ່ຽນ. ​ໃນ​ປີ
2011 ຟິລິບ​ປິນ ກໍ​ໄດ້ຍົກ​ເອົາ
​ເລຶ່ອງນີ້​ຂຶ້ນ​ມາໃນ​ລັກສະນະ
​ທີ່​ຫ້າວຫັນກວ່າ​ເກົ່າ ຊຶ່ງທ່ານ
​ລາວ​ເວົ້າ​ວ່າ ໄດ້​ກໍ່ໃຫ້​ເກີດ​
ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ພາຍກຸ່ມ​
ທີ່​ເປັນ​ຕົວ​ການເຮັດ​ໃຫ້​ຄວາມ​ແບ່ງ​ແຍກ ທີ່​ມີ​ຢູ່​ແລ້ວ​ນັ້ນ ຂະຫຍາຍ​ກ້ວາງ​ອອກ. ທ່ານລາວເວົ້າ​ອີກ​ວ່າ:

“ຄວາມຈິງ​ທີ່​ວ່າ ມີ​ຫລາຍໆ​ປະ​ເທດ​ຢູ່ພາຍ​ໃນ​ສະມາຄົມ​ອາ​ຊ່ຽນ ທີ່​ມີ​ຜົນ​ປະໂຫຍ​ດ
ທີ່​ແຕກ​ຕ່າງ​ກັນ​ຫລາຍ ມີ​ບຸລິມະສິດ​ທີ່​ແຕກ​ຕ່າງກັນ​ຫຼາຍ ມີ​ຄວາມ​ສໍາ​ພັນ​ທີ່​ແຕກ
​ຕ່າງ​ກັນ​ກັບ​ສະຫະລັດ​ແລະ​ຈີນ ທັງໝົດ​ນັ້ນແມ່ນເປັນ​ປັດ​ໃຈທີ່ຕ້ອງ​ພິຈາລະ​ນາ ​ເມືອ
​ເວົ້າ​ເຖິງ​ສະມັດຖະພາບ​ຂອງ​ສະມາຄົມອາ​ຊ່ຽນໃນ​ການ​ຈັດການ​ກັບ​ບັນຫາຂົງ​ເຂດ
​ທະ​ເລ​ຈີນ​ໃຕ້​ນັ້ນ.”

ຄໍາ​ປະກາດ​ຫົກ​ຂໍ້ສະບັບ​ນຶ່ງ ທີ່​ຮ່າງ​ຂຶ້ນ​ໂດຍ​ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ວິທີ​ການ ທີ່​ສະມາຄົມ​ອາ​ຊ່ຽນ​ຈະ​ເດີນ​ໜ້າ​ຢ່າງ​ໃດ ​ໃນ​ເລຶ່ອງການ​ຕັ້ງກົດຫລື​ຫລັກການ​ປະພຶດປະ​ຕິ​ບັດ ກ່ຽວ​ກັບເຂດ​ທະ​ເລ​ຈີນ​ໃຕ້ນັ້ນ ​ແມ່ນ​ໄດ້ໃຫ້ຄວາມ​ໝັ້ນ​ໃຈ​ ຄືນມາ​ໃໝ່​ແດ່​ເລັກ​ນ້ອຍ ​ແຕ່ວ່າ​ພຶດຕິການ​ເກາະ​ຜິດ​ຈາກ​ຈີນ​ທີ່​ມີ​ຢູ່​ຢ່າງ​ຕໍ່​ເນຶ່ອງນັ້ນ ກໍບໍ່​ໄດ້​ເຮັດ​ໃຫ້ລະດັບ​ຄວາມ​ເຄ່ງ​ຕຶງ​ລົດ​ຕໍ່າລົງ​ໄປ​ແຕ່​ຢ່າງ
​ໃດ​ເລີຍ.

ຈີນ​ເວົ້າ​ເມື່ອ​ວັນ​ອາທິດ​ຜ່ານ​ມາ​ວ່າ ຕົນ​ໄດ້​ສ້າງ​ຕັ້ງ​ເຂດ​ປົກຄອງນຶ່ງຂຶ້ນມາ ຢູ່ໝູ່​ເກາະ​ນ້ອຍໆ
​ທີ່ມີຄົນອາໄສ​ຢູ່​ບໍ່ຫຼາຍ ທີ່​ຈີນ​ເອີ້ນ​ວ່າ​ເຂດ​ປົກຄອງ​ເມືອງ Sansha ​ແລະ​ສົ່ງ​ທະຫານ​ຈຸ​ນຶ່ງ
​ໄປ​ຮັກສາ​ການ​ຍາມ​ພວກ​ໝູ່​ເກາະ​ຕ່າງໆ​ທີ່ຕົນ​ອ້າງ​ເອົາ​ເປັນ​ກໍາມະສິດ​ນັ້ນ. ຝ່າຍ​ຫວຽດນາມ
ທີ່​ເວົ້າ​ວ່າພວກ​ໝູ່ເກາະ​ນ້ອຍໆເຫລົ່ານັ້ນ​ເປັນ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຕົນ ​ໄດ້​ເອີ້ນ​ການ​ເຄຶ່ອນ
​ໄຫວ​ຂອງ​ຈີນ ​ວ່າ​ເປັນ​ການລະ​ເມີດ​ຢ່າງ​ຮ້າຍ​ແຮງ​ຕໍ່​ອະ​ທິປະ​ໄຕ​ຂອງ​ຕົນ. ຝ່າຍ​ຟີ​ລິບ​ປິນກໍ​ໄດ້
ຕອບ​ໂຕ້ຕໍ່​ການ​ລຸກ​ລານເມື່ອ​ບໍ່​ດົນ​ມາ​ນີ້ຂອງ​ຈີນ​ນັ້ນ ​ໂດຍຮຽກຮ້ອງ​ໃຫ້​ມີ​ການເອົາ​ທ່າ​ທີ​ຢ່າງ
ແຂງ​ແຮງ ​ຕໍ່ຕ້ານ​ສໍານວນ​ໂວຫານ​ຂອງ​ຈີນ

​ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ ສະມາຄົມ​ອາ​ຊ່ຽນ​ອາດ​ຕົກ​ຢູ່ໃນ​ອັນຕະລາຍ​ຂອງ​ການແຕກ​ແຍກ​
ກັນ​ໄດ້ ​ພາຍ​ໃຕ້​ອິດ​ທິພົນ​ທີ່​ເຕີບ​ໃຫຍ່​ຂຶ້ນ​ໄປ​ນັບ​ມື້​ຂອງ​ຈີນ​ຢູ່​ໃນ​ຂົງ​ເຂດນັ້ນ. ບາງ​ປະ​ເທດ
​ກໍ​ວິຕົກ​ກັງວົນ​ວ່າ ​ບົດບາດ​ຂອງ​ຈີນ​ຢູ່​ໃນ​ຂົງ​ເຂດນັ້ນ ​ສໍ່​ສະ​ແດງ​ເຖິງ​ການ​ທ້າ​ທາຍ​ໂດຍ​ກົງ
​ຕໍ່​ສະຫະລັດ ​ທີ່​ມີ​ຄວາມ​ສໍາພັນ​ອັນ​ໃກ້ຊິດ​ກັບ​ບາງ​ປະ​ເທດ​ສະມາຊິກ​ຂອງ​ອາ​ຊ່ຽນ ​ໂຮມ​ທັງ​
ຟິລິບ​ປິນນັ້ນນໍາ.

ສະມາຄົມ​ອາ​ຊ່ຽນ​ໄດ້​ເຕີບໂຕ​ຂຶ້ນ​ ທັງ​ໃນ​ຂະໜາດ ​ແລະຄວາມ​ສໍາຄັນ​ທາງເສດຖະກິດ​ໃນ​ບໍ່
​ເທົ່າ​ໃດ​ປີຜ່ານມາ​ນີ້ ​ແລະ​ກໍກໍາລັງ​ຢູ່​ໃນ​ຂັ້ນ​ຈັດ​ຕັ້ງ​ປະ​ຊາຄົມ​ເສດຖະກິດ​ອາ​ຊ່ຽນ​ຂຶ້ນ​ພາຍ​ໃນ​
ປີ 2015. ແຕ່ເລຂາທິການ​ໃຫຍ່​ອາ​ຊ່ຽນ​ ທ່ານ​ສຸຣິນ ພິດ​ສຸວັນ ​ກ່າວ​ວ່າ ສະພາບ​ການ​ຕົກ
ລົງ​ກັນ​ບໍ່​ໄດ້​ກ່ຽວກັບວິທີແກ້​ໄຂບັນຫາເຂດທະ​ເລ​ຈີນ​ໃຕ້​ນັ້ນ ຈະ​ບໍ່​ສົ່ງ​ຜົນ​ກະທົບທີ່​ສໍາຄັນ​ຕໍ່
​ການ​ລວມຕົວ​ດ້ານເສດຖະກິດ​ກັນນັ້ນ ​ແຕ່​ຢ່າງ​ໃດ. ທ່ານ​ສຸຣິນ ​ເວົ້າ​ວ່າ:

“ພວກ​ເຮົາ​ຈະເດີນ​ໜ້າ​ຢ່າງ​ເຕັມທີ່​ ​ໄປ​ສູ່ການ​ເຄື່ອນ​ໄຫວທາງເສດຖະກິດຂອງ​ພວກ​ເຮົາ
ການ​ລວມຕົວ​ເສດຖະກິດຂອງ​ພວກ​ເຮົາ. ມັນ​ຈະ​ມີ​ຜົນ​ກະທົບ​ທາງ​ດ້ານ​ຈິດຕະວິ​ທະ​ຍາ​
ບາງ​ປະການ​ຕໍ່ບັນດາ​ພາຄີ​ພາຍ​ນອກ ​ແຕ່ໃນ​ດ້ານ​ທີ່​ກ່ຽວ​ກັບ​ສະມາຄົມ​ອາ​ຊ່ຽນ​ນັ້ນ ຂ້າ
ພະ​ເຈົ້າຄິດ​ວ່າ ການເສດຖະກິດ​ທີ່​ກໍາລັງ​ຄຶກຄັກ​ຂອງ​ພວກ​ເຮົາ​ນີ້ ຈະ​ບໍ່​ຕົກເປັນ​ຕົວ​ປະກັນ ​
ຂອງບັນຫາ​ຂອງ​ຄວາມ​ບໍ່​ເຫັນ​ພ້ອງ​ຕ້ອງ​ກັນ ຫຼື​ຂັດແຍ້​ງກັນກ່ຽວ​ກັບເຂດ​ທະ​ເລ​ຈີນ​ໃຕ້​
ແຕ່​ຢ່າງ​ໃດ.”

​ເຖິງ​ແມ່ນ​ຈະ​ມີ​ການ​ໃຫ້ຄວາມ​ໝັ້ນໃຈຄືນ​ໃໝ່​ເຊ່ນນັ່ນກໍ​ຕາມ ບັນດາ​ນັກວິ​ເຄາະ​ກໍກ່າວ​ວ່າ
ສະມາຄົມ​ອາ​ຊ່ຽນຈໍາ​ເປັນຕ້ອງ​ໄດ້ສ້າງຄວາມ​ກ້າວໜ້າ​ກ່ຽວ​ກັບ​ກົດ​ເກນການ​ປະພຶດ​ປະຕິບັດ
ນັ້ນໃຫ້​ໄດ້ ​ເພື່ອ​ຮັບປະກັນ​ວ່າ ບັນຫາ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ຈະບໍ່​ສ້າງ​ຄວາມ​ແຕກ​ແຍກ​ອອກ​
ໄປ​ອີກ ​ແລະ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ຂໍ້​ຂັດ​ແຍ້​ງກັນ​ດັ່ງກ່າວນີ້ ກາຍເປັນບັນຫາລະຫວ່າງ​ສະຫະລັດ
​ແລະ​ຈີນໄດ້.

XS
SM
MD
LG