ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງປະຊຸມ ລມຕ ດ້ານວັດທະນະທຳ ແລະສັງຄົມ ອາຊຽນ ຮັບຮອງເອົາ ເອກະສານ ສຳຄັນ 5 ສະບັບ


ລາວ ຈະເປັນເຈົ້າພາບ ແລະ ປະທານ ກອງປະຊຸມສຸດຍອດ ຜູ້ນຳອາຊຽນ ຄັ້ງທີ 28 ໃນເດືອນກັນຍາ 2016 ນີ້ ຢູ່ນະຄອນຫຼວງວຽງຈັນ
ລາວ ຈະເປັນເຈົ້າພາບ ແລະ ປະທານ ກອງປະຊຸມສຸດຍອດ ຜູ້ນຳອາຊຽນ ຄັ້ງທີ 28 ໃນເດືອນກັນຍາ 2016 ນີ້ ຢູ່ນະຄອນຫຼວງວຽງຈັນ

ກອງປະຊຸມລັດຖະມົນຕີ ດ້ານວັດທະນະທຳ ແລະສັງຄົມ ອາຊຽນ ໄດ້ຮັບຮອງເອົາ ເອກະສານສຳຄັນ 5 ສະບັບ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳ ອາຊຽນ ຄັ້ງທີ 28 ໃນເດືອນກັນຍາ 2016 ຢູ່ນະຄອນຫຼວງວຽງຈັນ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີ ວ່າການກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະທ່ອງທ່ຽວ ໃນຖານະປະທານກອງປະຊຸມລັດຖະມົນຕີ ດ້ານວັດທະ ນະທຳ-ສັງຄົມຂອງອາຊຽນ ຄັ້ງທີ 15 ທີ່ມີຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້ ຢູ່ແຂວງຫຼວງພະບາງ ຖະແຫລງຢືນຢັນວ່າ ກອງປະຊຸມໄດ້ພິຈາລະນາ ຮັບຮອງ ເອົາເອກະສານ ສຳຄັນ 5 ສະບັບ ເພື່ອສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ໃນເດືອນກັນຍາ 2016 ນີ້ ຢູ່ນະຄອນຫຼວງວຽງຈັນ ຊຶ່ງປະກອບດ້ວຍ:

ຖະແຫລງການວຽງຈັນ ວ່າດ້ວຍການຈ້າງງານ ໃນລະບົບ ຖະແຫລງການອາຊຽນ ທີ່ເປັນໜຶ່ງດຽວກັນ ໃນການຕອບໂຕ້ໄພພິບັດ ຂະໜາດໃຫຍ່ ຖະແຫລງການວ່າ ດ້ວຍການສ້າງຄວາມເຂັ້ມແຂງໃຫ້ກັບຊາວໜຸ່ມ ທີ່ບໍ່ມີໂອກາດເຂົ້າໂຮງຮຽນ ຖະແຫລງການວ່າດ້ວຍຄວາມຫຼາກຫຼາຍ ໃນດ້ານຊີວະນານາພັນ ແລະຖະແຫລງ ການວຽງຈັນວ່າດ້ວຍການສົ່ງເສີມການຮ່ວມມື ດ້ານມໍລະດົກວັດທະນະທຳອາຊຽນ ດ້ວຍເປົ້າໝາຍທີ່ຈະເສີມສ້າງການມີສ່ວນຮ່ວມ ຂອງປະຊາຊົນຢ່າງແທ້ຈິງ ດັ່ງທີ່ ທ່ານບໍ່ສະແດງຄຳ ຖະແຫລງຢືນຢັນວ່າ:

“ກອງປະຊຸມໄດ້ປຶກສາຫາລືເຖິງຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແລະປະເມີນຜົນ ການຈັດຕັ້ງປະຕິບັດແຜນແມ່ບົດ ປະຊາຄົມວັດທະນະທຳ- ສັງຄົມອາຊຽນ 2025 ໄດ້ຮັບຮູ້ດ້ວຍຄວາມພໍອົກພໍໃຈ ຕໍ່ການຜັນຂະຫຍາຍ ແຜນວຽກ ທີ່ສຳຄັນ ປີ 2016-2020 ຂອງບັນດາກະຊວງ ແລະຂະແໜງການ ຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນຂອງພວກເຮົາ ພ້ອມກັນນັ້ນ ກໍໄດ້ຊຸກຍູ້ໃຫ້ບັນດາກະຊວງທັງໝົດ ຂອງຂະແໜງການປະຊາຄົມ ວັດທະ ນະທຳ-ສັງຄົມອາຊຽນ ໃນການຈັດຕັ້ງປະຕິບັດ ຖະແຫລງການຕ່າງໆ ຂອງ ອາຊຽນ ໃນການກ້າວໄປສູ່ການພົວພັນເຊື່ອມຕໍ່ ລະຫວ່າງປະຊາຊົນ ກັບປະຊາຊົນ.”

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ໃນໂອ ກາດທີ່ລັດຖະບານລາວ ເປັນປະທານຂອງອາຊຽນ ຊຶ່ງເຮັດໃຫ້ຈະຕ້ອງຈັດກອງປະ ຊຸມສຸດຍອດຂອງອາຊຽນ ໃນເດືອນກັນຍາ 2016 ຢູ່ນະຄອນຫຼວງວຽງຈັນ ໂດຍ ຜູ້ນຳຈາກ 10 ປະເທດສະມາຊິກຂອງອາຊຽນ ຈະໃຫ້ການຮັບຮອງເອົາ ຖະແຫລງ ການວຽງຈັນ 2 ສະບັບ ກໍຄື ຖະແຫລງການວຽງຈັນວ່າດ້ວຍການຈ້າງງານໃນລະບົບ ແລະ ຖະແຫລງການວຽງຈັນ ວ່າດ້ວຍການຮ່ວມມືດ້ານມໍລະດົກວັດທະນະທຳອາຊຽນ ຊຶ່ງກໍເປັນໝາກຜົນ ຈາກກອງປະຊຸມສະພາປະຊາຄົມວັດທະນະທຳ ແລະສັງຄົມ ອາຊຽນ ຄັ້ງທີ 15 ດັ່ງກ່າວ.

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ໃຫ້ບຸລິມະສິດກັບເອກະສານສຳຄັນ 2 ສະບັບ ກໍຄືແຜນວຽກຂໍ້ລິເລີ້ມສຳລັບການເຊື່ອໂຍງອາຊຽນ ສະບັບທີ 3 ແລະ ວາລະການ ເຊື່ອມຈອດອາຊຽນ ຫຼັງປີ 2015 ທັງຍັງໃຫ້ຄວາມສຳຄັນ ເປັນພິເສດກັບວິໄສທັດ 2025 ດ້ານການເມືອງ ແລະຄວາມໝັ້ນຄົງໃນອາຊຽນອີກດ້ວຍ.

ທ່ານທອງລຸນ ຢືນຢັນວ່າ ລັດຖະບານລາວ ຈະຮັບປະກັນຄວາມປອດໄພໃຫ້ໄດ້ທັງ 100 ເປີເຊັນ ທັງຍັງຈະຕ້ອງກະກຽມສະຖານທີ່ ຈັດກອງປະຊຸມ ບ້ານພັກຮັບຮອງ ຜູ້ນຳ ແລະຄະນະຜູ້ແທນ ຂອງທຸກປະເທດ ຕະຫຼອດຈົນຄວາມພ້ອມດ້ານບຸຄະລາ ກອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ໄດ້ຢ່າງຄົບຖ້ວນ ແລະເຊື່ອໝັ້ນວ່າ ການເປັນປະທານຂອງອາຊຽນ ຈະເຮັດໃຫ້ບົດບາດໃນເວທີສາກົນຂອງລັດຖະບານ ລາວ ໂດດເດັ່ນຂຶ້ນ ອັນຈະເຮັດໃຫ້ການດຳເນີນນະໂຍບາຍການຕ່າງປະເທດຂອງລາ ໄດ້ຮັບຜົນສຳເລັດເປັນຢ່າງດີ ໃນທຸກໆດ້ານ.

ໂດຍໃນປັດຈຸບັນ ສປປ ລາວ ມີສາຍພົວພັນທາງການທູດກັບ 138 ປະເທດ ທັງກໍຍັງ ມີສາຍພົວພັນກັບພັກການເມືອງ 124 ພັກ ໃນທົ່ວໂລກ ໃນຂະນະທີ່ລາວກໍມີສຳນັກ ງານຜູ້ຕາງໜ້າທາງການທູດຢູ່ຕ່າງປະເທດ 38 ແຫ່ງ ໂດຍໃນນີ້ ເປັນສະຖານເອກອັກ ຄະລັດຖະທູດ 26 ແຫ່ງ ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ສະຖານກົງສຸນໃຫຍ່ 8 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ.

ການພົວພັນກັບຕ່າງປະເທດຢ່າງກວ້າງຂວາງຫຼາຍຂຶ້ນນັບມື້ດັ່ງກ່າວ ກໍຍັງເຮັດໃຫ້ບົດ ບາດຂອງລາວ ໃນເວທີສາກົນ ເປັນທີ່ຍອມຮັບຂອງນານາຊາດເພີ່ມຂຶ້ນ ໂດຍສະເພາະ ແມ່ນການທີ່ລາວ ໄດ້ເປັນສະມາຊິກຂອງອາຊຽນແຕ່ປີ 1997 ເປັນຕົ້ນມາ ແລະເປັນ ສະມາຊິກອົງການການຄ້າໂລກ (WTO) ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງກໍສົ່ງຜົນດີ ຕໍ່ການພັດທະນາເສດຖະກິດ ການຄ້າ ແລະການລົງທຸນ ໃນລາວເປັນຢ່າງດີ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນ ຢືນຢັນວ່າ ແຜນການພັດທະນາເສດຖະກິດ-ສັງຄົມໃນຊ່ວງປີ 2016-2020 ລັດຖະບານລາວ ຈະສູ້ຊົນເພື່ອຍາດແຍ່ງເອົາ ຄວາມຊ່ວຍເຫຼືອ ຈາກຕ່າງປະເທດໃຫ້ໄດ້ເຖິງ 3,500 ລ້ານໂດລາ ຫຼື 700 ລ້ານໂດລາຕໍ່ປີ ທີ່ຄິດ ເປັນ 12.5 ເປີເຊັນຂອງການລົງທຶນພາກລັດຖະບານທັງໝົດ ໂດຍສຳລັບ ໃນລະຍະ ແຜນການປີ 2011-2015 ທີ່ຜ່ານມາ ລັດຖະບານລາວ ກໍໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດຄິດເປັນມູນຄ່າລວມ 3,368 ລ້ານໂດລາ ຫຼືປະມານ 673 ລ້ານ ໂດລາຕໍ່ປີ.

XS
SM
MD
LG