ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

ຫົວຂໍ້ ກ່ຽວກັບ ດິຈິຕອລ ໄດ້ຮັບຄວາມສົນໃຈເປັນຢ່າງສູງໃນກອງປະຊຸມ ອາຊຽນ-ສາທາລະນະລັດ ເກົາຫຼີ


ກອງປະຊຸມສຸດຍອດ ອາຊຽນ-ເກົາຫຼີ ຄັ້ງ 25 ໄດ້ໄຂຂຶ້ນໃນວັນພະຫັດມື້ນີ້ໂດຍ ການນຳພາຂອງທ່ານ ສອນໄຊ ສີພັນດອນ ຍານົກລັດຖະມົນຕີແຫ່ງສປປ ລາວ ໃນນາມປະທານ ອາຊຽນ ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ຢູນ ຊຸກ ຢອລ ນຳໜ້າຄະນະຜູ້ແທນ ເກົາຫຼີໃຕ້ ເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມນີ້, ບັນດາທ່ານຜູ້ນຳໄດ້ປຶກສາຫາລືກັນເພື່ອຜັນຂະຫຍາຍການ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເປັນຮູບປະທຳ ລວມທັງຊຸກຍູ້ເພີ່ມທະວີ ການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ເສດຖະກິດດິຈິຕອລ ແລະ ໄພພິບັດທຳມະຊາດ ແລະ ການໄປມາຫາສູ່ຂອງປະຊາຊົນ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຄຳປາໄສໃນກອງປະຊຸມວ່າ “ການພົວພັນ ອາຊຽນ-ສ ເກົາຫຼີ ເປັນການພົວພັນທີ່ສຳຄັນ ມີຄວາມໝາຍ ມີເນື້ອໃນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງໄດ້ຮັບການຂະຫຍາຍຢ່າງຕໍ່ເນື່ອງ ກວມເອົາສາມເສົາຄໍ້າຂອງປະຊາຄົມອາຊຽນຄື ການເມືອງ ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ແລະ ໄດ້ຖືກຢູ່ໃນລະດັບຄູ່ຮ່ວມມື ຮອບດ້ານໃນປີ 2024. ຊຶ່ງເປັນປີ 2024 ເປັນປີທີ່ມີິຄວາມສໍາຄັນ ເພາະເປັນ ປີຄົບ ຮອບ 35 ປີການພົວພັນຄູ່ເຈລະຈາອາຊຽນ-ສເກົາຫຼີ ແລະ ເປັນປີທີ່ ອາຊຽນ-ສ ເກົາຫຼີ ເຫັນດີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.”

ສຳລັບບັນຫາທີ່ເກີດຂຶ້ນໃນພາກພື້ນອາຊຽນນັ້ນ, ປະເທດໄທ ກໍໄດ້ຍົກບັນຫາຂໍ້ ຕົກລົງການຄ້າເສລີ ເກົາຫຼີ, ເຊິ່ງເຂົາເຈົ້າໄດ້ຂໍໃຫ້ທຸກປະເທດໃຊ້ປະໂຫຍດຈາກ ຂໍ້ຕົກລົງດັ່ງກ່າວ, ນອກນັ້ນກໍມີເລື່ອງປັນຍາປະດິດ ເຊິ່ງຢາກຈະໃຫ້ມີການຮ່ວມ ມືຍິ່ງຂຶ້ນລະຫວ່າງ ອາຊຽນ ກັບ ເກົາຫຼີໃຕ້, ແລະ ດ້ານຄວາມໝັ້ນຄົງດ້ານ ໄຊເບີ ຫຼື ຄອມພິວເຕີ ເປັນການຕໍ່ຕ້ານອາຊະຍາກຳອອນໄລນ໌. ນອກຈາກນັ້ນ ກໍຍັງມີການສົ່ງເສີມສັນຕິພາບໃນແຫຼມເກົາຫຼີ, ເຊິ່ງແມ່ນການໃຫ້ຄວາມສຳຄັນ ແກ່ຂໍ້ລິເລີ່ມຂອງເຂົາເຈົ້າທີ່ໄດ້ສະແດງອອກເມື່ອວັນທີ​ 15 ສິງຫາທີ່ຜ່ານມາ ທີ່ເອີ້ນວ່າ August 15 Unification Doctrine ກໍຄືນະໂຍບາຍໃໝ່ທີ່ຕ້ອງ ການໃຫ້ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ລວມຕົວກັນ. ມີການຮັບຮອງເອກະ ສານສອງສະບັບ ເຊິ່ງອັນທີນຶ່ງກໍແມ່ນເອກະສານຖະແຫຼງເລື່ອງການຈັດຕັ້ງ ASEAN ROK Comprehensive strategic Partnership ແລະ ຖະແຫຼງການຮ່ວມ ກ່ຽວກັບ ການສະເຫຼີມສະຫຼອງ 35 ຂອງສາຍພົວພັນ ການເຈລະຈາ.

ຫຼາຍໆປະເທດກໍໄດ້ຍົກຍ້ອງ ເກົາຫຼີ ໃນເລື່ອງການເປັນຜູ້ນຳຂອງການປ່ຽນ ຜ່ານດ້ານດິຈິຕອລ ແລະ ເປັນຜູ້ນຳໃນດ້ານເທັກໂນໂລຈີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG