ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊ່ຽນ ຂໍໃຫ້ລາວ ສືບສວນຫາຄວາມຈິງ ກ່ຽວກັບເລື້ອງ ທ່ານສົມບັດ ສົມພອນ


ຮູບຂອງທ່ານ ສົມບັດ ສົມພອນ (ຊ້າຍ) ຖ່າຍກັບ ທ່ານບຸນຍັງ ວໍລະຈິດ ອະດີດນາຍົກລັດຖະມົນຕີລາວ.
ຮູບຂອງທ່ານ ສົມບັດ ສົມພອນ (ຊ້າຍ) ຖ່າຍກັບ ທ່ານບຸນຍັງ ວໍລະຈິດ ອະດີດນາຍົກລັດຖະມົນຕີລາວ.

ຜູ້ແທນລັດຖະສະພາອາຊ່ຽນ ທີ່ເດີນທາງໄປຄົ້ນຫາຄວາມຈິງ ກ່ຽວກັບ ການຫາຍຕົວໄປ ຂອງທ່ານສົມບັດ ໄດ້ຮຽກຮ້ອງ ໃຫ້ທາງການລາວ ສືບສວນຫາຄວາມຈິງ ຕໍ່ໄປຢ່າງຕັ້ງໜ້າ.

ຄະນະຜູ້ແທນລັດຖະສະພາອາຊ່ຽນ ທີ່ປະກອບດ້ວຍສະມາຊິກ
ລັດຖະສະພາຈາກ ຟິລິບປິນ ອິນໂດນີເຊຍ ແລະມາເລເຊຍນັ້ນ ໄດ້ເດີນທາງໄປຍັງນະຄອນວຽງຈັນ ເມື່ອວັນທີ່ 13-15 ມັງກອນ
ທີຜ່ານມາ ໂດຍມີເປົ້າໝາຍເພື່ອຄົ້ນຫາຄວາມຈິງ ກ່ຽວກັບການ
ຫາຍຕົວໄປຂອງ ທ່ານສົມບັດ ສົມພອນ ນັກພັດທະນາດີເດັ່ນ
ຂອງລາວ ທີ່ໄດ້ຮັບລາງວັນ Magsaysay ໃນຖານະນັກພັດທະ
ນາດີເດັ່ນຂອງເອ ເຊຍ ເມື່ອປີ 2005.

ການເດີນທາງໄປນະຄອນວຽງຈັນໃນຄັ້ງນີ້ ຄະນະຜູ້ແທນລັດຖະ
ສະພາອາຊ່ຽນ ໄດ້ພົບປະເຈລະຈາກັບທ່ານພົງສະຫວັດ ບຸບຜາ
ລັດຖະມົນຕີປະຈໍາສໍານັກງານ ປະທານປະເທດລາວໃນຖານະ
ປະທານຄະນະກໍາມະການຊີ້ນໍາລະດັບຊາດດ້ານສິດທິມະນຸດ
ຂອງລັດຖະບານລາວ ທັງຍັງໄດ້ພົບປະເຈລະຈາກກັບຫົວໜ້າ
ຫ້ອງການກະຊວງຕ່າງປະເທດ ແລະຄະນະຜູ້ຕາງໜ້າຂອງສະ
ພາແຫ່ງຊາດລາວດ້ວຍ ຊຶ່ງກໍປາກົດວ່າ ຍັງຄົງບໍ່ມີຄວາມຄືບໜ້າຈາກການສືບສວນຫາ
ຄວາມຈິງ ເກີດຂື້ນແຕ່ຢ່າງໃດ.

ທັງນີ້ໂດຍທາງການລາວກໍໄດ້ໃຫ້ການຢືນຢັນວ່າ ການສືບສວນຫາຄວາມຈິງ ຍັງຄົງດໍາ ເນີນການຢ່າງຕໍ່ເນື່ອງ ຫາກແຕ່ກໍຍອມຮັບວ່າ ເປັນກໍລະນີທີ່ຫຍຸ້ງຍາກຫຼາຍທີ່ຈະສາມາດ ສືບສວນຫາຄວາມຈິງໄດ້ໃນໄວໆນີ້ ເນື່ອງຈາກຍັງບໍ່ມີຄວາມຊັດເຈນວ່າ ເປັນຍ້ອນສາ ເຫດໃດແທ້ ທີ່ເຮັດໃຫ້ຕ້ອງມີການລັກພາຕົວທ່ານສົມບັດໄປໃນຄັ້ງນີ້ ດັ່ງທີ່ທ່ານ ສົມສະ
ຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານດ້ານເສດຖະກິດຂອງລັດ
ຖະບານລາວໄດ້ໃຫ້ການອະທິບາຍກັບວີໂອເອ ໃນກໍລະນີດຽວກັນນີ້ວ່າ:
ສະພາປະຊາຊົນປະຈໍາອາຊ່ຽນ
ສະພາປະຊາຊົນປະຈໍາອາຊ່ຽນ

ກໍຄືວ່າແມ່ນອັນພວກເຮົາຮູ້ຫັ້ນແຫຼະ ເຄຶ່ອງຂອງເຮົາ ແລ້ວມີຄົນມາລັກໄປຈັ່ງຊີ້ ມັນມາລັກມັນບໍ່ບອກເຮົາເດ
ດັ່ງນັ້ນ ເຮົາຕ້ອງໄດ້ໄປຊອກເດ ບໍ່ງ່າຍເດີອັນນີ້ກະ
ດາຍ ກະເປັນໜ້າເສຍໃຈວ່າມັນໄດ້ເກີດຂຶ້ນ ພວກເຮົາ ກະບໍ່ຢາກໃຫ້ມັນເກີດດອກ ແລ້ວເລຶ່ອງນີ້ນີ້ ທ່ານກະສິ
ຮູ້ແລ້ວ ຄືສິແມ່ນຊາວກວ່າປີກ່ອນ ຫຼືສາມສິບປີກ່ອນ ມີ ກໍລະນີຍີ່ປຸ່ນຄືສິແມ່ນນັກທຸລະກິດຖືກລັກພາຕົວ ສຸດ
ທ້າຍເປັນດົນເຕີບເດ ໄດ້ໄປ ຊອກເຫັນຢູ່ຕ່າງປະເທດ
ຂ້າງຄຽງ. ສະນັ້ນ ອັນນີ້ກະບໍ່ຮູ້ວ່າມັນແມ່ນແນວໃດ.”


ກ່ອນໜ້າທີ່ ທ່ານຍົງ ຈັນທະລັງສີ ເອກອັກຄະລັດຖະທູດລາວຜູ້ຕາງໜ້າຖາວອນ ປະຈໍາ
ອົງການສະຫະປະຊາຊາດຢູ່ທີກຸງເຈນີວາ ສະວິດເຊີແລນດ໌ ກໍໄດ້ສົ່ງຈົດໜາຍເຖິງສະພາ
ສິດທິມະນຸດແຫ່ງສະຫະປະຊາຊາດ ຢ່າງເປັນທາງການ ໃນທ້າຍສັບປະດາທີ່ຜ່ານມາ ເພື່ອຢືນຢັນວ່າ ກໍລະນີທີ່ເກີດຂື້ນນີ້ ບໍ່ມີສ່ວນກ່ຽງຂ້ອງຫຍັງເລີຍກັບທາງການລາວ ເພາະ
ສະນັ້ນ ຈຶ່ງອາດຈະເປັນໄປໄດ້ວ່າ ເປັນກໍລະນີທີ່ເກີດຂື້ນຈາກບັນຫາສ່ວນຕົວ ຫຼືຂໍ້ຂັດ ແຍ້ງທາງທຸລະກິດຂອງຜູ້ກ່ຽວເອງ.

ພ້ອມກັນນີ້ ຈົດໝາຍດັ່ງກ່າວຍັງໄດ້ຕັ້ງຂໍ້ສັງເກດ ກ່ຽວກັບພາບທີ່ບັນທຶກໄວ້ ຈາກກ້ອງວົງ
ຈອນປິຂອງທາງການລາວເອງວ່າ ບຸກຄົນທີ່ປາກົດໃນພາບທີ່ບັນທຶກໄວ້ນັ້ນ ບໍ່ສາມາດ
ຢືນຢັນໄດ້ຢ່າງຄັກແນ່ວ່າ ແມ່ນທ່ານສົມບັດ ຫຼືບໍ່? ນອກຈາກນັ້ນ ບຸກຄົນທີ່ປາກົດໃນພາບ
ກໍບໍ່ໄດ້ຖືກບັງຄັບໃຫ້ເຂົ້າໄປໃນປ້ອມຕໍາຫຼວດຂອງທາງການລາວ ທີ່ປະຕິບັດໜ້າທີ່ຂອງ ຕົນຕາມປົກກະຕິ ຊຶ່ງກໍເຊັ່ນດຽວກັນກັບພາບບຸກຄົນທີ່ຂຶ້ນໄປນັ່ງໃນລົດກະບະ ກ່ອນທີ່
ຈະຫາຍຕົວໄປນັ້ນ ກໍບໍ່ມີອາການຂອງການຖືກບີບບັງຄັບອີກດ້ວຍ.

ທ່ານສົມບັດ ໄດ້ຖືກກຸ່ມຄົນບໍ່ໍຊາບຝ່າຍຄວບຄຸມຕົວໄປຈາກປ້ອມຕໍາຫຼວດແຫ່ງນຶ່ງຢູ່ທາງ
ໄປທ່າເດື່ອ ໃນເຂດນະຄອນວຽງຈັນ ຕັ້ງແຕ່ຕອນແລງຂອງວັນທີ 15 ເປັນຕົ້ນມາ ຊຶ່ງຈາກ
ການກວດສອບພາບທີ່ບັນທຶກໄວ້ ໂດຍກ້ອງວົງຈອນປິດຂອງທາງການລາວເອງ ກໍພົບວ່າ
ຜູ້ທີ່ສັ່ງໃຫ້ທ່ານສົມບັດ ຈອດລົດຍົນສ່ວນຕົວ ແລະລົງຈາກລົດຍົນ ແລ້ວຍ່າງໄປທີ່ປ້ອມ
ຕໍາຫຼວດດັ່ງກ່າວ ກໍຄືເຈົ້າໜ້າທີ່ຕໍາຫຼວດລາວ ຊຶ່ງທາງການລາວຢືນຢັນວ່າ ເປັນການປະຕິ
ບັດງານຕາມປົກກະຕິຂອງເຈົ້າໜ້າທີ່ຕໍາຫຼວດລາວຢູ່ແລ້ວ.
XS
SM
MD
LG