ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ອາຊ່ຽນ ເປັນຫ່ວງ ກ່ຽວກັບ ຄວາມເຄັ່ງຕຶງ ຢູ່ ແຫຼມເກົາຫຼີ


ລມຕ ຕ່າງປະເທດ ເກົາຫຼີໃຕ້ ທ່ານນາງ Kang Kyung-wha (ກາງ) ຂະນະທີ່ ໄປເຖິງນະຄອນມະນີລາ ເພື່ອເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດ ຄັ້ງທີ 50 ຂອງອາຊ່ຽນ. (5 ສິງຫາ 2017)
ລມຕ ຕ່າງປະເທດ ເກົາຫຼີໃຕ້ ທ່ານນາງ Kang Kyung-wha (ກາງ) ຂະນະທີ່ ໄປເຖິງນະຄອນມະນີລາ ເພື່ອເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດ ຄັ້ງທີ 50 ຂອງອາຊ່ຽນ. (5 ສິງຫາ 2017)

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຂອງ​ສະມາຄົມ​ບັນດາ​ປະຊາ​ຊາດ ​ໃນ​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ຫຼືອາ​ຊ່ຽນ ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ເປັນ​ຫ່ວງ​ຢ່າງ​ແທ້​ຈິງ​ຂອງ​ຕົນກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ ທີ່​ເພີ່ມ​ທະວີ​ຂຶ້ນ ​ໃນ​ແຫຼມ​ເກົາຫຼີ.

​ໃນ​ຖະ​ແຫຼງການ ທີ່​ນຳ​ອອກ​ເຜີຍ​ແຜ່ ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທີ່​ນະຄອນຫຼວງມະນີ​ລາໃນ​ວັນ​ເສົາ​ມື້ນີ້ ປະ​ເທດ​ສະມາຊິກ​ທັງ 10 ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ເມື່ອ​ໄວໆ​ມານີ້ ​ແລະ​ການ​ທົດ​ລອງ​ອາວຸດ​ນິວ​ເຄລຍ ຂອງ​ເກົາຫຼີ​ເໜືອ ​ເປັນ​ໄພ​ຂົ່ມຂູ່​ຕໍ່​ສັນຕິພາບ ຄວາມ​ໝັ້ນຄົງ ​ແລະ​ສະຖຽນ​ລະ​ພາບ ຢູ່ໃນ​ພາກພື້ນ ​ແລະ​ໃນໂລກ​ນຳ​ດ້ວຍ.

ບັນດາ​ລັດຖະມົນຕີ​ກ່າວ​ວ່າ “ພວກ​ເຮົາ​ຂໍ​ກ່າວ​ຢ້ຳ ​ເຖິງ​ການ​ໃຫ້​ຄວາມ​ສະໜັບສະໜຸນ​ ຂອງ​ພວກ​ເຮົາ ຕໍ່​ການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ ​ເປັນ​ເຂດ​ປອດ​ນິວ​ເຄລຍ ​ໂດຍ​ເຕັມ ທີ່​ສາມາດ​ກວດ​ພິສູດ ​ແລະ​ຕ່າວ​ປີ້ນບໍ່​ໄດ້ ດ້ວຍ​ວິ​ທີທາງ​ແບບ​ສັນຕິ.”

​ໃນ​ຂະນະ​ທີ່​ເດີນທາງ​ໄປ​ເຖິງ​ນະຄອນ​ມະນີ​ລາ ​ໃນ​ວັນ​ເສົາ​ມື້ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫຼີ​ໃຕ້ ທ່ານ Kang Kyung-Wha ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ຍິນ​ດີ ທີ່​ຈະມີ​ການ​ໂອກາດ​ໂອ້​ລົມ​ກັບ​ຄູ່​ຕຳ​ແໜ່​ງ ຝ່າຍ​ເກົາຫຼີ​ເໜືອ​ ທ່ານ Ri Hong-Yo ທີ່​ກອງ​ປະ​ຊຸມ​ຄວາມ​ໝັ້ນຄົງ​ພູມີພາກ​ອາ​ຊ່ຽນ ຊຶ່ງ​ຈະ​ເລີ່​ມຂຶ້ນ​ໃນ​ມື້ວັນ​ຈັນ. ກອງ​ປະຊຸມ​ປະຈຳ​ປີ ຂອງ​ກຸ່ມ​ທີ່​ປະກອບ​ດ້ວຍ 27 ປະ​ເທດ ທີ​ຮວມທັງ​ສອງ​ເກົາຫຼີ ຣັດ​ເຊຍ ​ແລະ​ສະຫະລັດ​ນຳ​ດ້ວຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດສະ​ຫະລັດ ທ່ານ Rex Tillerson ຄາດ​ວ່າ​ຈະ​ເດີນທາງ​ໄປເຖິງ​ນະຄອນຫຼວງມະນີ​ລາ ​ໃນ​ວັນ​ເສົາ​ມື້ນີ້ ​ແລະ​ຈະ​ເລີ້ມພົບ​ປະ​ກັບເຈົ້າໜ້າ​ທີ່​ຂອງ​ປະ​ເທດ​ຕ່າງໆ​ໃນ​ວັນ​ອາທິດ​ມື້ອື່ນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG