ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​​ບັນຊາການ ຂອງອາຊ່ຽນ ຂໍໃຫ້ ຕົກລົງໂດຍໄວ ກ່ຽວກັບ ກົດການປະພຶດ ຢູ່ທະເລຈີນໃຕ້


ທ່ານນາຍພົນ Min Aung Hlaing ຖະແຫຼງຕໍ່ພວກນັກຂ່າວ ທີ່ກຸງ Naypyitaw (5 ມີນາ 2014)
ທ່ານນາຍພົນ Min Aung Hlaing ຖະແຫຼງຕໍ່ພວກນັກຂ່າວ ທີ່ກຸງ Naypyitaw (5 ມີນາ 2014)
ຜູ້​ບັງຄັບ​ບັນຊາ​ທະຫານ​ຈາກກຸ່ມ​ສະມາຄົມບັນດາປະຊາຊາດ
ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ໄດ້ຮຽກຮ້ອງ
ອີກຄັ້ງໃໝ່ ເພື່ອໃຫ້ບັນລຸ ການຕົກລົງໂດຍໄວ ກ່ຽວກັບການ
ເຈລະຈາ ວ່າດ້ວຍກົດການປະພຶດປະຕິບັດໃນເຂດທະເລຈີນ
ໃຕ້ ທີ່ມີການຂັດແຍ້ງກັນນັ້ນ.

ຫລັງຈາກທີ່ໄດ້ມີການປະຊຸມ ໃນເມືອງຫຼວງ Naypyitaw
ເມື່ອວັນພຸດ ວານນີ້ແລ້ວ ຜູ້ບັນຊາການ ທະຫານມຽນມາ
ນາຍພົນ Min Aung Hlaing ໄດ້ກ່າວວ່າ ກົດການປະພຶດ
ປະຕິບັດດັ່ງກ່າວນີ້ ແມ່ນເປັນສິ່ງຫຼໍ່ແຫຼມສຳຄັນຕໍ່ຂົງເຂດ.

ທ່ານນາຍພົນ Min ກ່າວວ່າ “ພວກເຮົາຂໍກ່າວຢໍ້າວ່າ ການສຳເລັດເສັດສິ້ນໂດຍໄວ
ກ່ຽວ ກັບກົດການປະພຶດປະຕິບັດ ທີ່ກ່ຽວຂ້ອງກັບທະເລຈີນໃຕ້ນັ້ນແມ່ນເປັນ
ຄວາມສໍາຄັນສຸດຍອດ​ເພື່ອໃຫ້ມີສະຖຽນລະພາບ ແລະຄວາມປອດໄພໃນທະເລ
ດັ່ງກ່າວ.”


ຖະແຫຼງການຂອງຜູ້ບັນຊາການອາຊ່ຽນໃນວັນພຸດວານນີ້ ໄດ້ກ່າວເພີ້ມຕື່ມວ່າ ກຸ່ມອາຊຽນ
ຈະຊ່ອຍຊອກຫາທາງແກ້ໄຂ ກ່ຽວກັບການຜິດຂ້ອງຕ້ອງຖຽງທາງທະເລກັບຈີນນັ້ນ.

ແຕ່ວ່າທ່ານນາຍພົນ Min ເນັ້ນໃຫ້ເຫັນວ່າ ທ່າທີຂອງກອງທັບຕົນນັ້ນ ແມ່ນຄ້າຍຄືກັບ
ທ່າທີຂອງຈີນຫຼາຍກວ່າ.
XS
SM
MD
LG