ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ອາຊ່ຽນ ປະຊຸມສຸດຍອດ ກັບຄູ່ຕໍາແໜ່ງ ຈາກ ສຫລ ແລະປະເທດອື່ນໆ


ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ ກ່າວໃນກອງປະຊຸມຖະແຫລງຂ່າວ ຫລັງກອງປະຊຸມຂອງ ລັດຖະມົນຕີປ້ອງກັນປະເທດອາຊ່ຽນ ຢູ່ບ່ອນຕາກອາກາດ Bandar Seri Begawan, ຂອງບຣູໄນ, ວັນທີ 29 ສິງຫາ 2013.
ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ ກ່າວໃນກອງປະຊຸມຖະແຫລງຂ່າວ ຫລັງກອງປະຊຸມຂອງ ລັດຖະມົນຕີປ້ອງກັນປະເທດອາຊ່ຽນ ຢູ່ບ່ອນຕາກອາກາດ Bandar Seri Begawan, ຂອງບຣູໄນ, ວັນທີ 29 ສິງຫາ 2013.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel
ເວົ້າວ່າ ມີຄວາມເປັນຫ່ວງກ່ຽວກັບຄວາມເປັນໄປໄດ້ ທີ່ວ່າຈະມີ
ບັນຫາຂັດແຍ້ງກັນຕື່ມອີກ ສືບເນື່ອງມາຈາກຄວາມເຄັ່ງຕຶງ ຢູ່
ໃນເຂດນ່ານນໍ້າໃນເອເຊຍ ທີ່ບັນຫາການຜິດຖຽງກັນ.

ຄໍາເຫັນດັ່ງກ່າວຂອງທ່ານ Hagel ໄດ້ປະກົດຢູ່ໃນການກ່າວຄໍາ
ປາໄສທີ່ໄດ້ກະກຽມໄວ້ ເພື່ອກ່າວໃນວັນພະຫັດມື້ນີ້ ຕໍ່ບັນດາລັດ
ຖະມົນຕີປ້ອງກັນປະເທດຂອງເຫລົ່າປະເທດໃນ ຂົງເຂດເອເຊຍ ທີ່ມາເຕົ້າໂຮມກັນຢູ່ບ່ອນຕາກອາກາດໃນປະເທດ Brunei ທີ່
ອ່ວຍໜ້າ ໄປຫາທະເລຈີນໃຕ້ ບ່ອນທີ່ຫລາຍໆສະມາຊິກຂອງ
ກຸ່ມອາຊ່ຽນ ໄດ້ອ້າງເອົາກໍາມະສິດ ກວມກັນກັບຈີນນັ້ນ.

ຫົວໜ້າທໍານຽນຫ້າແຈເວົ້າວ່າ ການດໍາເນີນການໃດໆໃນເຂດທະເລດັ່ງກ່າວ “ເພື່ອສົ່ງເສີມ
ການກ່າວອ້າງເອົາເຂດນໍ້າແດນດິນນັ້ນ” ບໍ່ມີປະສິດທິຜົນ ແລະ “ຈະເພີ້ມທະວີ ຄວາມສ່ຽງ
ຕໍ່ການປະເຊີນໜ້າກັນ ທັງບ່ອນທໍາລາຍສະຖຽນລະພາບຂອງຂົງເຂດ ແລະເຮັດໃຫ້
ຊ່ອງທາງສໍາລັບການດໍາເນີນການພົວພັນການທູດມືດມົວ.”

ຫລາຍໆປະເທດອາຊ່ຽນ ໄດ້ກ່າວຫາຈີນ ແລະການພັດທະນາກອງທັບຂອງຕົນ ໃຫ້ ກ້າວໜ້າຢ່າງວ່ອງໄວນັ້ນ ວ່ານໍາໃຊ້ວິທີການທີ່ນັບມື້ນັບຮຸນແຮງຂຶ້ນ ໃນການປ້ອງກັນ ການອ້າງເອົາກໍາມະສິດຂອງຕົນ ຕໍ່ຂົງເຂດດັ່ງກ່າວທີ່ອຸດົມສົມບູນໄປ ດ້ວຍພະລັງງານ ແລະສໍາຄັນທາງຍຸດທະສາດນັ້ນ.

ສະຫະລັດໄດ້ກ່າວວ່າ ຕົນບໍ່ໄດ້ເຂົ້າຂ້າງຝ່າຍໃດໃນການຂັດແຍ້ງດັ່ງກ່າວ ແຕ່ກໍໄດ້ ເພີ້ມທະວີການຮ່ວມມືທາງທະຫານ ກັບຫລາຍປະເທດໃນເຂດນັ້ນ ຊຶ່ງເດັ່ນທີ່ສຸດ ກໍຄືຫວຽດນາມ ແລະຟີລິປິນ.

ທ່ານ Wang Yi ລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວຕໍ່ກອງປະຊຸມຂອງ ອາ
ຊ່ຽນໃນວັນພະຫັດມື້ນີ້ວ່າ ເຂດທະເລຈີນໃຕ້ ແມ່ນ “ມີຄວາມທຸ່ນທ່ຽງ” ແລະບໍ່ຄວນ ຈະມີ
ຄວາມກັງວົນໃຈກ່ຽວກັບສິດເສລີພາບໃນການເດີນເຮືອ ຢູ່ໃນເຂດດັ່ງກ່າວ ຊຶ່ງເປັນ ປະເດັນ
ທີ່ກຸງວໍຊິງຕັນຍົກຂຶ້ນມາເວົ້າແລ້ວເວົ້າອີກ.

ບັນດາປະເທດສະມາຊິກອາຊ່ຽນ ປະກອບມີ ສິງກະໂປ, ບຣູໄນ, ກໍາປູເຈຍ, ມາເລເຊຍ, ຫວຽວນາມ, ຟີລິບປິນ, ອິນໂດເນເຊຍ, ໄທ, ມຽນມາ ແລະລາວ.

ກອງປະຊຸມຂອງລັດຖະມົນຕີປ້ອງກັນປະເທດອາຊ່ຽນ ບວກປະເທດຄູ່ສົນທະນາ ທີ່ເອີ້ນ
ວ່າ ກອງປະຊຸມ ADMM-Plus ນັ້ນ ຈະຊ່ວຍປູພື້ນຖານໃຫ້ແກ່ກອງປະຊຸມສຸດຍອດ ເອເຊຍ
ຕາເວັນອອກ ໃນເດືອນຕຸລາ ກໍຄືເດືອນໜ້ານີ້ ທີ່ຈະມີຜູ້ນໍາໂລກຫລາຍຄົນ ລວມທັງ ປະທາ
ນາທິ ບໍດີສະຫະລັດ ທ່ານບາຣັກ ໂອບາມາເຂົ້າຮ່ວມນໍາອີກດ້ວຍ.
XS
SM
MD
LG