ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມສຸດຍອດອາຊ່ຽນ


ກອງປະຊຸມສຸດຍອດອາຊ່ຽນ ບວກ 3 ທີ່ນະຄອນຫຼວງຮ່າໂນ່ຍ (29 ຕຸລາ 2010)
ກອງປະຊຸມສຸດຍອດອາຊ່ຽນ ບວກ 3 ທີ່ນະຄອນຫຼວງຮ່າໂນ່ຍ (29 ຕຸລາ 2010)

ບັນດາຜູ້ນຳຂອງປະເທດຕ່າງໆໃນສະມາຄົມອາຊ່ຽນ ທີ່ໄປ
ຮ່ວມກອງປະຊຸມສຸດຍອດຢູ່ນະຄອນຫຼວງຂອງຫວຽດນາມ
ພົບປະໃນວັນສຸກມື້ນີ້ກັບເລຂາທິການໃຫຍ່ອົງການສະຫະ
ປະຊາຊາດທ່ານ Ban Ki Moon ເພື່ອປຶກສາຫາລືກ່ຽວ
ກັບເລື່ອງມຽນມາ ແລະການເລືອກຕັ້ງຄັ້ງຈະມາ ຢູ່ໃນປະ
ເທດດັ່ງກ່າວ.

ກ່ອນພົບປະກັບເລຂາທິການໃຫຍ່ຂອງອົງການສະຫະປະ
ຊາຊາດນັ້ນ ພວກຜູ້ນຳຂອງສະມາຄົມອາຊ່ຽນກໍໄດ້ພົບປະ
ກັບຜູ້ນຳຂອງຍີ່ປຸ່ນແລະເກົາຫຼີໃຕ້. ສ່ວນຜູ້ນຳຂອງຈີນ
ແລະຜູ້ນຳຂອງ 10 ປະເທດສະມາຊິກອາຊ່ຽນ ກໍຈະທຳ
ການພົບປະສອງຝ່າຍ ແລະມີກຳນົດທີ່ຈະລົງນາມໃນຂໍ້ ຕົກລົງທາງດ້ານເສດຖະກິດຈຳນວນນຶ່ງ.

ກ່ອນອອກເດີນທາງໄປຍັງນະຄອນຫຼວງຮ່າໂນ່ຍນັ້ນ ທ່ານ
Ban ໄດ້ກ່າວຕໍ່ອົງການຂ່າວເອພີວ່າ ຖ້າຫາກບໍ່ມີການປ່ອຍ
ພວກນັກໂທດການເມືອງທັງໝົດແລ້ວ ມັນກໍຈະມີບັນຫາກ່ຽວກັບເລື່ອງຄວາມຖືກຕ້ອງ
ຊອບທຳແລະຄວາມໜ້າເຊື່ອຖື ສຳລັບການເລືອກຕັ້ງ ໃນວັນທີ 7 ພະຈິກ.

ຜູ້ນຳຂອງອົງການສະຫະປະຊາຊາດກ່າວວ່າ ດ້ວຍການປ່ອຍພວກຄັດຄ້ານລັດຖະບານນັ້ນ
ມຽນມາສາມາດສ້າງ ໃນອັນທີ່ທ່ານເອີ້ນວ່າ ຄວາມຮູ້ສຶກທີ່ວ່າການເລືອກຕັ້ງດັ່ງກ່າວ ຈະມີ
ການເປີດກວ້າງຫຼາຍຂຶ້ນ ເຖິງແມ່ນມັນໄດ້ຊ້າໄປແລ້ວສຳລັບພວກຄັດຄ້ານລັດຖະບານທີ່ຈະ
ສະມັກເຂົ້າແຂ່ງຂັນຫຼືປ່ອນບັດເລືອກຕັ້ງ

XS
SM
MD
LG