ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດຊົມເຊີຍ ຈີນແລະອາຊ່ຽນ ທີ່ໄດ້ບັນລຸ ການຕົກລົງກັນ


ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ຈັບມືກັບລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ກ່ອນການພົບປະທີ່ເກາະບາຫຼີ ອິນໂດເນເຊຍ (22 ກໍລະກົດ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ຈັບມືກັບລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ກ່ອນການພົບປະທີ່ເກາະບາຫຼີ ອິນໂດເນເຊຍ (22 ກໍລະກົດ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ກ່າວຊົມເຊີຍຈີນ
ແລະສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນທີ່ໄດ້ບັນ
ລຸການຕົກລົງກັນໃນຂັ້ນຕົ້ນ ກ່ຽວກັບການແກ້ໄຂຢ່າງສັນຕິຕໍ່ບັນຫາຂັດແຍ້ງໃນເລື່ອງເຂດ
ນໍ້າແດນດິນຢູ່ໃນທະເລຈີນໃຕ້.

ໃນການພົບປະກັບລັດຖະມົນຕີການຕ່າງປະເທດຈີນທ່ານ Yang Jiechi ໃນ ວັນສຸກມື້ນີ້
ຢູ່ຂ້າງນອກກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງພູມີພາກຂອງອາຊ່ຽນທີ່ເກາະບາຫຼີ ປະເທດ
ອິນໂດເນເຊຍນັ້ນ ທ່ານນາງ Clinton ໄດ້ກ່າວຊົມເຊີຍທັງສອງຝ່າຍທີ່ໄດ້ບັນລຸການຕົກລົງ
ກັນນັ້ນ.

ການຕົກລົງທີ່ວ່ານີ້ ແມ່ນແນໃສ່ເພື່ອປ້ອງກັນ ບໍ່ໃຫ້ເກີດບັນຫາຂັດແຍ້ງກ່ຽວກັບຫຼາຍໆໝູ່
ເກາະໝູ່ດອນທີ່ມີການອ້າງກຳມະສິດຂອງຫຼາຍໆຝ່າຍແລະມີຄວາມເປັນໄປໄດ້ທີ່ໝູ່ເກາະໝູ່
ດອນເຫຼົ່ານີ້ອາດມີແຫຼ່ງນໍ້າມັນແລະແກັສທຳມະຊາດສຳຮອງໃນປະລິມານຫຼວງຫຼາຍ. ວໍຊິງ
ຕັນເວົ້າວ່າ ການແກ້ໄຂຢ່າງສັນຕິ ຕໍ່ການອ້າງກຳມະສິດເຫຼົ່ານີ້ ແມ່ນຜົນປະໂຫຍດໃນດ້ານ
ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.

ໃນໄລຍະສອງສາມເດືອນຜ່ານມານີ້ ມີການກ່າວຫາຈີນວ່າ ພະຍາຍາມທີ່ຈະຂົ່ມຂູ່ການສຳ
ຫຼວດຫານໍ້າມັນຂອງຟີລິບປິນແລະຫວຽດນາມ ຢູ່ໃນເຂດນ່ານນໍ້າ ທີ່ໄດ້ມີການອ້າງເອົາກຳ
ມະສິດໂດຍໄຕ້ຫວັນ ບຣູນາຍ ແລະມາເລເຊຍນຳນັ້ນ.

XS
SM
MD
LG