ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ຂອງກຸ່ມອາຊ່ຽນບວກ 3 ຮຽກຮ້ອງໃຫ້ເປີດ ການເຈລະຈາ 6 ຝ່າຍ


ລັດຖະມົນຕີການຕ່າງປະເທດອາຊ່ຽນ ພົບປະກັນທີ່ເກາະບາຫຼີ ອິນໂດເນເຊຍ (19 ກໍລະກົດ 2011)
ລັດຖະມົນຕີການຕ່າງປະເທດອາຊ່ຽນ ພົບປະກັນທີ່ເກາະບາຫຼີ ອິນໂດເນເຊຍ (19 ກໍລະກົດ 2011)

ໃນວັນພະຫັດມື້ນີ້ ບັນດາລັດຖະມົນຕີການຕ່າງປະເທດຈາກເຂດເອເຊຍຕາເວັນອອກແລະຕາ
ເວັນອອກສຽງໃຕ້ ໄດ້ຮຽກຮ້ອງໃຫ້ເປີດການເຈລະຈາ 6 ຝ່າຍ ກ່ຽວກັບໂຄງການສ້າງອາວຸດ
ນິວເຄລຍຂອງເກົາຫຼີເໜືອໂດຍໄວ.

ບັນດາລັດຖະມົນຕີ ໄດ້ອອກຖະແຫຼງການລຸນຫຼັງກອງປະຊຸມທີ່ເກາະບາຫຼີ ປະເທດອິນໂດເນ
ເຊຍໃນອັນທີ່ເອີ້ນວ່າ ອາຊ່ຽນບວກ 3 ນັ້ນ ຊຶ່ງເປັນກອງປະຊຸມປະຈຳປີລະຫວ່າງຈີນ ຍີ່ປຸ່ນ
ແລະເກົາຫຼີໃຕ້ ຮ່ວມກັບ 10 ປະເທດສະມາຊິກຂອງກຸ່ມອາຊ່ຽນ.

ໃນຖະແຫຼງການສະບັບດັ່ງກ່າວນີ້ ບັນດາລັດຖະມົນຕີ ໄດ້ໃຫ້ການຢືນຢັນ ກ່ຽວກັບການໃຫ້
ຄວາມສະໜັບສະໜຸນຕໍ່ການດຳເນີນຄວາມພະຍາຍາມເພື່ອໃຫ້ແຫຼມເກົາຫຼີເປັນເຂດປອດນິວ
ເຄລຍດ້ວຍຄວາມສັນຕິແລະຮຽກຮ້ອງໃຫ້ 6 ປະເທດທີ່ພົວພັນໃນການເຈລະຈາສ້າງບັນຍາ
ກາດກະຕຸກຊຸກຍູ້ໃຫ້ມີການສົນທະນາ ແລະປຶກສາຫາລືກັນ ຊຶ່ງເກົາຫຼີເໜືອ ແລະເກົາຫຼີໃຕ້ກໍ
ໄດ້ຮ່ວມຢູ່ໃນການເຈລະຈາກັບຈີນ ຍີ່ປຸ່ນ ສະຫະລັດແລະຣັດເຊຍ.

ເກົາຫຼີເໜືອໄດ້ຖອນໂຕຈາກການເຈລະຈາໃນປີ 2008 ແຕ່ໃນເວລານີ້ເວົ້າວ່າຕົນຢາກໃຫ້ເປີດ
ກອງປະຊຸມດັ່ງກ່າວຄືນໃໝ່. ແຕ່ແນວໃດກໍຕາມເກົາຫຼີໃຕ້ຊຶ່ງໄດ້ຮັບການສະໜັບສະໜຸນໂດຍ
ສະຫະລັດແລະຍີ່ປຸ່ນກ່າວວ່າ ກ່ອນອື່ນໝົດພຽງຢາງຕ້ອງໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈ ກ່ຽວກັບການທີ່ຈະຢຸດເຊົາໂຄງການສ້າງອາວຸດນິວເຄລຍນັ້ນ.

XS
SM
MD
LG