ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມອາຊ່ຽນແລະຈີນ ຕົກລົງກັນ ກ່ຽວກັບຫຼັກຊີ້ນຳ ຈຳນວນນຶ່ງ


ທຸງຊາດຈີນແລະທຸງຊາດຂອງປະເທດອື່ນໆທີ່ມາຮ່ວມກອງປະຊຸມກຸ່ມ
ອາຊ່ຽນທີ່ເກາະບາຫລີ ອິນໂດເນເຊຍ
ວັນທີ 20 ກໍລະກົດ 2011
ທຸງຊາດຈີນແລະທຸງຊາດຂອງປະເທດອື່ນໆທີ່ມາຮ່ວມກອງປະຊຸມກຸ່ມ ອາຊ່ຽນທີ່ເກາະບາຫລີ ອິນໂດເນເຊຍ ວັນທີ 20 ກໍລະກົດ 2011

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ຈີນ​ກ່າວ​ວ່າ ເຂົາ​ເຈົ້າ​ບັນລຸ​ຂໍ້​ຕົກລົງ​ກັນ​
ກ່ຽວ​ກັບ​ຫລັກ​ຊີ້​ນໍາ​ຈໍານວນ​ນຶ່ງ​ ຊຶ່ງ​ອາດສາມາດ​ກາຍ​ເປັນ​ກົດແຫ່ງ​ຄວາມ​ປະພຶດ ​ທີ່​ຈະ​ຕ້ອງ​
ປະຕິບັດ​ຕາມ​ໃນ​ຂັ້ນຕໍ່ໄປ ເພື່ອ​ແກ້ໄຂ​ບັນຫາ​ຂັດ​ແຍ້​ງກັນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ​ໄດ້​ມີ​ການ​ບັນລຸຂໍ້​ຕົກລົງ​ກັນ​ດັ່ງກ່າວ​ໃນ​ວັນ​ພຸດ​ມື້​ນີ້ ​ແລະ​ຈະ
ຍື່ນ​ສະເໜີຕໍ່​ຄະນະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ອາຊ່ຽນແລະຈີນ​ໃນ​ວັນ​ພະຫັດ​ມື້​ອື່ນ​ໃຫ້​
ການອະນຸມັດ. ​ເວລາ​ນີ້​ພວກລັດຖະມົນຕີ​ເຫລົ່າ​ນີ້​ກໍາລັງ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ເກາະ​ຕາກ​ອາກາດ​
ບາຫລີ​ຂອງ​ອິນ​ໂດ​ເນ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ປະ​ຈໍາປີ​ຂອງ​ກຸ່ມ​ອາ​ຊ່ຽນ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຫລັກ​ຊີ້​ນໍາ​ເຫລົ່າ​ນີ້​ຈະ​ໃຫ້ການຊີ້ແຈງກ່ຽວກັບ ວ່າ​ພວກ​ປະເທດ​ເຫລົ່າ​
ນີ້​ຄວນ​ຈະ​ດໍາ​ເນີນ​ການ​ແບບ​ໃດ​ເພື່ອ​ປະຕິບັດ​ຕາມ​ຄໍາ​ປະກາດ​ແຫ່ງ​ການ​ປະພຶດ​ທີ່​ພວກ​ປະ​ເທດ
ເຫລົ່າ​ນີ້​ໄດ້​ລົງ​ນາມ​ກັນ​ໃນ​ປີ 2002 ນັ້ນ. ທ່ານ​ຟາ​ມກວາງ​ວິນ ນັກ​ເຈລະຈາ​ຂອງ​ຫວຽດນາມ​
ເອີ້ນ​ຂໍ້​ຕົກລົງນີ້​ວ່າ ​ເປັນ​ການ​ລິ​ເລີ້ມ​ທີ່ດີແລະ​ມີ​ຄວາມ​ໝາຍ​ໄປ​ສູ່​ເປົ້າ​ໝາຍຂອງ​ຂໍ້​ຕົກລົງ​ວ່າ​
ດ້ວຍກົດ​ການ​ປະພຶດ​ໃນ​ຂັ້ນ​ຕໍ່​ໄປ​ທີ່​ຈະ​ສາມາດ​ນໍາ​ໃຊ້​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ຕ່າງໆ​ໃນ
ທະ​ເລຈີນ​ໃຕ້​ນັ້ນ.

ຄວາມ​ເຄັ່ງ​ຕຶງ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້ງໃນເຂດທະເລຈີນໃຕ້ໄດ້​ເພີ່ມ​ທະວີ​ຂຶ້ນ​ ຂະນະທີ່​ພວກ​ປະ
ເທດ​ຕ່າງໆ​ໃນ​ຂົງ​ເຂດ​ເລີ່ມ​ບຸກ​ເບີກ​ຫາ​ບໍ່ນໍ້າມັນ​ແລະ​ແກັ​ສທໍາ​ມະ​ຊາດ​ໃນ​ເຂດ​ທະ​ເລ​ດັ່ງກ່າວ.
ຈີນ ​ໄຕ້​ຫວັນ​ແລະ 4 ປະ​ເທດ​ສະມາຊິກ​ກຸ່ມ​ອາ​ຊ່ຽນ​ອັນ​ມີ ຫວຽດນາມ ຟີ​ລິບ​ປິນ ມາ​ເລ​ເຊຍ
ແລະ​ບຣູ​ໄນ ຕ່າງ​ຄົນ​ຕ່າງ​ອ້າງ​ເອົາ​ກໍາມະສິດທີ່ກວມກັນ​ໃນ​ເຂດ​ນ່ານນໍ້າ​ໃນ​ທະ​ເລ​ຈີນ​ໃຕ້​ນີ້.

XS
SM
MD
LG