ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກຸ່ມອາຊຽນເປີດກອງປະຊຸມ ທີ່ອິນໂດເນເຊຍ


ກຸ່ມອາຊຽນເປີດກອງປະຊຸມປະຈໍາພາກພື້ນຂຶ້ນ ທີ່ເກາະບາຫລີ ອິນໂດເນເຊຍ
ວັນທີ 18 ກໍລະກົດ 2011
ກຸ່ມອາຊຽນເປີດກອງປະຊຸມປະຈໍາພາກພື້ນຂຶ້ນ ທີ່ເກາະບາຫລີ ອິນໂດເນເຊຍ ວັນທີ 18 ກໍລະກົດ 2011


















ບັນດາ​ນັກ​ການ​ທູດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ເລີ້ມ​ເດີ​ນທາງ​ໄປ​ຮອດອິນ​ໂດ​ເນ​ເຊຍ​ແລ້ວ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ປະ​ຈໍາ​ພາກ​ພື້ນ​ທີ່​ຄາດວ່າຈະ​ໂອ້​ລົມ​ກັນ​ເລື້ອງ​ບັນຫາ​ຄວາມ​ປອດ​ໄພ ທີ່ຮວມທັງ​ບັນຫາຂັດ​ແຍ້​ງກັນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນໍາ.

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈາກ​ກຸ່ມ​ອາ​ຊຽນຈະເປີດ​ກອງ​ປະຊຸມ​ປະ​ຈໍາປີ​ ຢູ່​ທີ່ເກາະ​
ບາ​ຫລີ​ໃນ​ວັນ​ອັງຄານ​ມື້​ອື່ນ ​ແລະ​ຫລັງ​ຈາກ​ນັ້ນ​ຈະ​ເຊື້ອ​ເຊີນ​ຈີນ ຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້ ​ມາ​
ຮ່ວມ​ນໍາ​ໃນ​ວັນ​ພະຫັດສໍາລັບກອງ​ປະຊຸມ​ກຸ່ມ​ອາ​ຊຽນ ບວກ 3. ແລະເລີ້ມ​ແຕ່​ວັນ​ເສົາ​ຈະ​ມາ
ນີ້ເປັນ​ຕົ້ນ​ໄປ ການ​ພົບ​ປະກັນຈະ​ຂະຫຍາຍ​ອອກ​ເປັນ 27 ປະ​ເທດທີ່ຮວມທັງ​ສະຫະລັດ​ແລະ
ຣັດ​ເຊຍ ສໍາລັບ​ກອງ​ປະຊຸມ ASEAN Regional Forum.

ຄາດ​ກັນ​ວ່າ ບັນດາ​ປະ​ເທດອາ​ຊຽນຈະ​ກົດ​ດັນ​ຈີນ​ໃຫ້​ທໍາ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບການ​ຮ່າງ​ກົດ​
ການ​ປະພຶດ​ ທີ່​ຈະ​ບົ່ງ​ອອກ​ມາ​ຢ່າງ​ແຈ້ງ​ຂາວຂັ້ນ​ຕອນ​ຕ່າງໆສໍາລັບ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ
ເລື້ອງ​ແຫລ່ງຊັບພະຍາກອນ​ໃນ​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ຫລາຍ​ປະ​ເທດ​ໄດ້​ຍາດ​ກັນອ້າງເອົາກໍາ
ມະສິດນັ້ນ. ລາຍ​ງານ​ເວົ້າ​ວ່າ ນອກ​ນີ້​ແລ້ວ ກໍ​ຄາດ​ກັນ​ວ່າ ຖະ​ແຫລ​ງການ​ຮ່ວມ​ສະບັບ​ສຸດ​
ທ້າຍຂອງ​ກອງ​ປະຊຸມຍັງ​ຈະ​ເວົ້າ​ເລື້ອງ​ບັນຫາ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ເຂດ​ແດນລະຫວ່າງ​ໄທ
ແລະ​ກໍາປູ​ເຈຍ ທີ່​ໄດ້​ກະ​ຕຸ້ນ​ໃຫ້​ເກີດການ​ປະ​ທະ​ກັນ​ທາງ​ທະຫານເປັນ​ເວລາ​ຫລາຍ​ມື້ເມື່ອຕົ້ນ
ປີ​ນີ້.

XS
SM
MD
LG