ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກອງປະຊຸມກຸ່ມປະ​ເທດ ອາ​ຊ່ຽນ​ໄຂ​ຂຶ້ນທີ່ນະຄອນຫຼວງ ​ພະນົມ​ເປັນຂອງກໍາປູ​ເຈຍ (ວີດິໂອ)


ແຜນທີ່ທະ​ເລ​ຈີນ​ໃຕ້​​ຊຶ່ງເປັນບ່ອນທີ່ມີຫລາຍໍາດໃນກຸ່ມປະເທດອາຊຽນ ແລະຈີນກ່າວອ້າງເອົາ ກໍາມະສິດເປັນບາງສ່ວນ
ແຜນທີ່ທະ​ເລ​ຈີນ​ໃຕ້​​ຊຶ່ງເປັນບ່ອນທີ່ມີຫລາຍໍາດໃນກຸ່ມປະເທດອາຊຽນ ແລະຈີນກ່າວອ້າງເອົາ ກໍາມະສິດເປັນບາງສ່ວນ

ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງກຸ່ມປະ​ເທດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລືອາ​ຊ່ຽນ
ໄດ້ໄຂກອງ​ປະຊຸມ 5 ວັນ ທີ່​ຄາດວ່າຈະ​ຖືກ​ຄອບ​ງໍາໂດ​ຍບັນຫາ​ການ​ຜິດ​ຖຽງ​ກັນ​ເລື້​ອງການ
ອ້າງເອົາ​ກໍາມະ​ສິດ​ໃນ​ດິນ​ແດນ​ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ນັ້ນ.

​ພວກ​ເຈົ້າ​ໜ້າ​ທີ່​ຈາກ 10 ປະ​ເທດອາ​ຊ່ຽນ (ASEAN) ​ໄດ້​ເລີ່​ມທໍ​າການ​ໂອ້​ລົມ​ກັນ ​ຢູ່​ນະຄອນ
ຫຼວງ​ພະນົມ​ເປັນ ຂອງ​ກໍາປູ​ເຈຍ ​ໃນ​ວັນ​ຈັນ​ມື້​ນີ້.

ທະ​ເລ​ຈີນ​ໃຕ້ເປັນ​ແຫຼ່ງຫາ​ປາທີ່ອຸດົມສົມບູນ ​ແລະ​ອາດ​ມີ​ບໍ່​ນໍ້າມັນ​ແລະ​ເເກ໊ສທໍາ​ມະຊາດຢ່າງ​
ຫລວງຫລາຍ​ອີກ​ດ້ວຍ. 6 ປະ​ເທດ ​ອັນ​ມີ: ຈີນ, ​ໄຕ້​ຫວັນ, ​ຟິລິບ​ປີນ​, ຫວຽດນາມ, ບູລ​ໄນ
​ແລະ​ມາ​ເລ​ເຊຍ ຕ່າງ​ກໍ​ໄດ້​ອ້າງ​ເອົາ​ກໍາມະ​ສິດໃນ​ດິນ​ແດນ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.

ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ ຮິ​ລລາຣີ ຄລິນ​ຕັນ ​ໄດ້ຮຽກຮ້ອງ​ ​ໃນ
​ວັນ​ອາທິດ​ວານ​ນີ້ ຂໍ​ໃຫ້ບັນດາສະມາຊິກກຸ່ມ​ອາ​ຊ່ຽນ ຈົ່ງ​ຫາ​ທາງ​ແກ້ໄຂ​ບັນຫາກັນຢ່າງ​ສັນ
ຕິ​ວິທີ. ທ່ານ​ນາງ​ມີ​ກໍ​ານົດຈະ​ໄປຮ່ວມ​ປະຊຸມ​ກັບ​ກຸ່ມ​ອາ​ຊ່ຽນ ທີ່​ກໍາປູ​ເຈຍ ​ໃນ​ທ້າຍ​ອາທິດ​ນີ້
ຫລັງ​ຈາກ​ຢ້ຽມຢາມ​ປະ​ເທດ​ລາວ ​ໃນ​ມື້ວັນ​ພຸດ​.

ເບິ່ງວີດິໂອກ່ຽວກັບເລື້ອງນີ້ ເປັນພາສາອັງກິດ

XS
SM
MD
LG