ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ປະຊຸມ​ປະ​ຈໍາປີ ຂອງສະມາຄົມອາຊ່ຽນ ໄຂຂຶ້ນທີ່ເກາະບາຫຼີ ອິນໂດເນເຊຍ


ປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono (ກາງ) ລົງມາຈາກເວທີ ຫຼັງຈາກໄດ້ມີ ການຖ່າຍຮູບຮ່ວມກັນໃນພິທີເປີດກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອາຊ່ຽນ ທີ່ເກາະບາຫຼີ ອິນໂດເນ ເຊຍ (19 ກໍລະກົດ 2011)
ປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono (ກາງ) ລົງມາຈາກເວທີ ຫຼັງຈາກໄດ້ມີ ການຖ່າຍຮູບຮ່ວມກັນໃນພິທີເປີດກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອາຊ່ຽນ ທີ່ເກາະບາຫຼີ ອິນໂດເນ ເຊຍ (19 ກໍລະກົດ 2011)

ໄດ້​ມີ​ການຮຽກຮ້ອງ​ໃຫ້ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ​ຈາກເຂດ​ເອ​ເຊຍ​ຕາເວັນອອກ
ສຽງໃຕ້​ເລັ່ງລັດການໂອ້​ລົມ​ສົນທະນາ​ກັບຈີນ​ໃຫ້ໄວ​ຂຶ້ນກ່ຽວກັບ​ກົດລະບຽບໃນການປະພຶດ
ປະຕິບັດ ທີ່ມີຜົນບັງຄັບຢູ່ໃນເຂດທະເລຈີນໃຕ້ ໃນຕອນເລີ່ມຕົ້ນກອງປະຊຸມປະຈຳປີຂອງ
ບັນດາປະເທດດັ່ງກ່າວ ທີ່ເກາະບາຫຼີໃນວັນອັງຄານມື້ນີ້.

ປະທານາທິບໍດີອິນ​ໂດ​ເນ​ເຊຍ​ ທ່ານ Susilo Bambang Yodhoyono ​ໄດ້​ກ່າວຄຳປາໄສ
ເປີດກອງ​ປະຊຸມ​ລະດັບລັດຖະມົນຕີຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍ
ຕາເວັນອອກສຽງໃຕ້ຫຼືອາຊ່ຽນ.

ທ່ານ Yodhoyono ​ໃຫ້ຂໍ້ສັງເກດວ່າ ​ເວລາ​ຜ່ານ​ມາ​ເຖິງ 9 ປີ​ແລ້ວ ທີ່​ທາງ​ກຸ່ມອາ​ຊຽນ​
ແລະ​ຈີນ​ໄດ້​ຕົກລົງໃນທາງຫຼັກການ ທີ່ຈະເຈລາກ່ຽວກັບກົດລະບຽບໃນການປະຕິບັດ
ທີ່ມີຜົນບັງຄັບ ເພື່ອແກ້ໄຂບັນຫາຂັດແຍ້ງໃນການອ້າງເອົາກຳມະສິດທີ່ກວມກັນຢູ່ໃນ
ເຂດນ່ານນໍ້າທີ່ອຸດົມສົມບູນ​ໄປດ້ວຍນໍ້າມັນ​ແລະ gas ທໍາມະ​ຊາດ​ນັ້ນ ​ຊຶ່ງ​ທ່ານ​ກ່າວ​ວ່າ
ມັນ​ບໍ່​ມີ​ຄວາມ​ຈໍາ​ເປັນ​ທີ່ຕ້ອງໄດ້ມີການຊັກ​ຊ້າ​ເຖິງ​ພຽງ​ນີ້.

ຄວາມ​ເຄັ່ງ​ຕຶງ​ໃນ​ເຂດທະເລຈີນໃຕ້ໄດ້ເພີ່ມທະວີຂຶ້ນໃນໄລຍະສອງສາມເດືອນຜ່ານມານີ້
ຂະນະທີ່ປະເທດຕ່າງໆເພີ່ມການສຳຫຼວດຊອກຫາແຫຼ່ງນໍ້າໂດຍສະເພາະແລ້ວໃນບໍລິເວນ
ໃກ້ໆ ​ໝູ່​ເກາະ Spratly ທີ່​ໄດ້​ມີ​ການອ້າງເອົາກໍາມະສິດ ​ໂດຍທັງ​ໝົດ​ ຫຼື​ເປັນບາງ​ພາກ
ສ່ວນ​ ຈາກ​ລັດຖະບານຂອງ 6 ປະ​ເທດ​ດ້ວຍກັນ. ທ່ານ Yodhoyono ​ໄດ້​ກ່າວເຖິງ​
ຄວາມກ້າວ ໜ້າໃນການຮ່າງກົດ​ລະບຽບໃນການ​ປະ​ພຶດທີ່ວ່ານີ້ຈະເປັນ​ສັນຍານ​ທີ່​ແຂງ​
ຂັນ​ໃຫ້​ໂລກ​ເຫັນວ່າ ຂົງເຂດດັ່ງກ່າວນີ້ ມີອະນາຄົດທີ່ສາມາດທຳນາຍໄດ້ ຄຸ້ມຄອງ
ແລະມີຄວາມ​ຫວັງ​ໄປ ໃນທາງ​ບວກ.

XS
SM
MD
LG