ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາສະມາຊິກ ກຸ່ມອາຊຽນ ປຶກສາບັນຫາ ຂັດແຍ່ງ ດ້ານການຄ້າ ລະຫວ່າງ ສຫລ ແລະ ຈີນ


ນາຍົກລັດຖະມົນຕີ ຂອງສິງກະໂປ ທ່ານ ລີ ຊຽນ ຫລຸງ ກ່າວໃນ
ລະຫວ່າງ ກອງປະຊຸມຖະແຫລງຂ່າວ ເພື່ອເປັນຂີດໝາຍ ການ
ສິ້ນສຸດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32, ວັນທີ 28 ເມສາ 2018, ໃນສິງກະໂປ.
ນາຍົກລັດຖະມົນຕີ ຂອງສິງກະໂປ ທ່ານ ລີ ຊຽນ ຫລຸງ ກ່າວໃນ ລະຫວ່າງ ກອງປະຊຸມຖະແຫລງຂ່າວ ເພື່ອເປັນຂີດໝາຍ ການ ສິ້ນສຸດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32, ວັນທີ 28 ເມສາ 2018, ໃນສິງກະໂປ.

ນາຍົກລັດຖະມົນຕີ ຂອງສິງກະໂປ ກ່າວວ່າ ການຂັດແຍ່ງດ້ານການຄ້າ
ລະຫວ່າງ ສະຫະລັດ ກັບ ຈີນ ເປັນນຶ່ງໃນບັນຫາທັງຫຼາຍ ທີ່ກຳລັງມີ
ຄວາມກົດດັນ ຢູ່ໃນ ຂົງເຂດເອເຊຍຕາເວັນອອກສຽງໃຕ້.

ນາຍົກລັດຖະມົນຕີ ຂອງສິງກະໂປ ທ່ານ ລີ ຊຽນ ຫລຸງ ໄດ້ໃຫ້ຄຳເຫັນ ຂອງ
ທ່ານ ຢູ່ໃນຖະແຫລງການ ເມື່ອຕອນສິ້ນສຸດລົງ ຂອງກອງປະຊຸມສຸດຍອດ ກຸ່ມ
10 ປະເທດສະມາຊິກ ຂອງສະມາຄົມບັນດາປະເທດ ໃນເຂດເອເຊຍ
ຕາເວັນອອກສຽງໃຕ້ ຫຼື ອາຊຽນ ທີ່ໄດ້ຈັດຂຶ້ນ ໃນເມືອງແລະປະເທດນັ້ນ.

ທ່ານໄດ້ກ່າວວ່າ “ພວກເຮົາມີຄວາມກັງວົນຢ່າງເລີກເຊິ່ງ ກ່ຽວກັບຄື້ນ
ຟອງ ຂອງລັດທິປ້ອງກັນສິນຄ້າພາຍໃນ ແລະ ການມີຄວາມຮູ້ສຶກຕໍ່ຕ້ານ
ການເຊື່ອມໂຍງການຄ້າຂອງໂລກ ທີ່ກຳລັງເພີ່ມຂຶ້ນຢູ່ເລື້ອຍໆນີ້.”

ບັນດາຜູ້ນຳ ກຸ່ມປະເທດໃນອາຊຽນ ຕັ້ງທ່າຖ່າຍຮູບ ກ່ອນໜ້າ ພິທີການເປີດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 32 ໃນ ສິງກະໂປ, ວັນທີ 28 ເມສາ 2018.
ບັນດາຜູ້ນຳ ກຸ່ມປະເທດໃນອາຊຽນ ຕັ້ງທ່າຖ່າຍຮູບ ກ່ອນໜ້າ ພິທີການເປີດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 32 ໃນ ສິງກະໂປ, ວັນທີ 28 ເມສາ 2018.

ລັດຖະບານຂອງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂົ່ມຂູ່ວ່າ
ຈະວາງພາສີນຳເຂົ້າຢ່າງໜັກ ຕໍ່ສິນຄ້າຕ່າງໆ ຂອງຈີນທີ່ເຂົ້າມາໃນ
ສະຫະລັດ ໂດຍກ່າວວ່າ ພວກເຂົາ ໄດ້ເຮັດໃຫ້ບັນດາຜູ້ຜະລິດ ຂອງ
ສະຫະລັດ ຕ້ອງໄດ້ແບກຫາບພາລະ ໃນການແຂ່ງຂັນ ທີ່ບໍ່ສົມຄວນໄດ້ຮັບ
ຍ້ອນການວາງລາຄາສິນຄ້າຕ່ຳຂອງພວກເຂົາເຈົ້ານັ້ນ. ປັກກິ່ງ ໄດ້ຕອບ
ໂຕ້ຄືນ ດ້ວຍການຂົ່ມຂູ່ຂອງຕົນເອງ ວ່າຈະຍົກພາສີນຳເຂົ້າຂຶ້ນ ຕໍ່ສິນຄ້າ
ຕ່າງໆ ຈາກສະຫະລັດ.

ສ່ວນບັນຫາອື່ນໆ ກໍໄດ້ຖືກນຳຂຶ້ນປຶກສາຫາລື ຢູ່ທີ່ກອງປະຊຸມສຸດຍອດ
ລວມທັງ ເລື່ອງ ການກໍ່ການຮ້າຍ ການກໍ່ວິນາດສະກຳດ້ານເທັກໂນໂລຈີ
ກຸ່ມກໍ່ການຮ້າຍລັດອິສລາມ ຄວາມສຳພັນທີ່ອົບອຸ່ນ ລະຫວ່າງ ເກົາຫຼີ
ເໜືອ ກັບເກົາຫຼີໃຕ້ ແລະ ບັນຫາສິດທິມະນຸດຕ່າງໆໃນມຽນມາ ບ່ອນທີ່
ມີການລັ່ງໄຫລ ຂ້າມຊາຍແດນເຂົ້າໄປໃນ ປະເທດບັງກລາແດັສ ຂອງ
ພວກຊາວໂຣຮິງຢາ ເພື່ອຫລີກເວັ້ນຄວາມຮຸນແຮງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG