ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນຳ ອາຊຽນ ສົນທະນາກັນ ກ່ຽວກັບ ຄວາມໝັ້ນຄົງ ແລະປະຊາຄົມເສດຖະກິດ


ລັດຖະມົນຕີ ຕ່າງປະເທດ ມາເລເຊຍ ທ່ານ Anifah Aman ກ່າວຕໍ່ບັນດານັກຂ່າວ ຢູ່ ກອງປະຊຸມສຸດຍອດ ASEAN ຄັ້ງທີ່ 27th ທີ່ນະຄອນຫລວງ Kuala Lumpur ປະເທດ Malaysia, ເດືອນພະຈິກ ທີ 18, 2015.
ລັດຖະມົນຕີ ຕ່າງປະເທດ ມາເລເຊຍ ທ່ານ Anifah Aman ກ່າວຕໍ່ບັນດານັກຂ່າວ ຢູ່ ກອງປະຊຸມສຸດຍອດ ASEAN ຄັ້ງທີ່ 27th ທີ່ນະຄອນຫລວງ Kuala Lumpur ປະເທດ Malaysia, ເດືອນພະຈິກ ທີ 18, 2015.

ການ​ພົບປະກັນ​ເທຶ່ອຫລ້າ​ສຸດ ​ຂອງບັນດາ​ຜູ້ນຳຂັ້ນສູງຂອງອົງ
ການຈັດ​ຕັ້ງດ້ານ​ການ​ເມືອງ ​ແລະ​ເສດຖະກິດຂອງຂົງເຂດເອ
​ເຊຍອາຄະ​ເນ ທີ່ດຳ​ເນີນໄປຢູ່ເວລານີ້ ​ຢູ່​ນະຄອນ​ຫລວງ​ ມາ​ເລ​
ເຊຍໃນ ທ່າມກາງ​ອັນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່ບັນລະຍາຍ​ວ່າ ການ​
ເພີ້ມທະວີ​ເປັນສອງ​ເທົ້າ ການຮັກສາຄວາມປອດໄພ ຍ້ອນ​
ການ​ໂຈມ​ຕີ​ໃນ​ນະຄອນຫລວງ​ປາຣີ ທີ່ຜ່ານມາ. ນັກ​ຂ່າວ
ວີ​ໂອ​ເອ Steve Herman ທີ່ ນະ​ຄ​ອນ​ຫລວງ Kuala Lumpur
ລາຍ​ງາ​ນວ່າ ​ໃນ​ຂະນະ​ທີ່​ການກໍ່ການ​ຮ້າຍ ​ແລະ​ການ​ໂຕ້​ແຍ້​ງ​
ກັນເລື້ອງເຂດ​ນໍ້າ​ແດນ​ດິນ ຈະ​ຢູ່​ໃນ​ລາຍການກອງ​ປະຊຸມ ກໍ
ຕາມ ແຕ່ເລື້ອງການ​ຄ້າ​ຂອງ​ຂົງ​ເຂດ ກໍຈະ​ເປັນ​ຫົວຂໍ້ທີ່​ສຳຄັນ
​ ​ໃນ​ການ​ສົນທະນາດັ່ງກ່າວ. ກິ່ງ​ສະຫວັນ ຈະ​ນຳເອົາເລື້ອງນີ້
​ມາສະ​ເໜີ​ທ່ານ.

ກອງ​ປະຊຸ​ມ​ສຸດ​ຍອດ ຂອງພວກຜູ້​ນຳ​ດັ່ງກ່າວ ໃນອາທິດ​ແລ້ວນີ້ ​ແມ່ນເປັນ​ເທື່ອ​ສຸດ​ທ້າຍ ​ກ່ອນການ​ເລິ້ມ ກອງ​ປະຊຸ​ມ​ເສດຖະກິດ ປະຊາ​ຄົມ ASEAN ຫລຶ (AEC) ໃນວັນ​ທີ 13
ເດືອນ​ທັນ​ວາ ຈະ​ມາ​ເຖິງ​ນີ້.

ແຜນທີ່ເຂດ ທະເລຈີນໃຕ້

ແຕ່ສຳລັບ​ປະຊາ​ຄົມ​ທຸລະ​ກິດ ​ຢູ່​ທີ່​ນັ້ນແລ້ວ ຄວາມ​ຄາດ​ໝາຍສຳລັບກອງ​ປະຊຸມ
ASEAN ແມ່ນຈະມີ​ຂອບ​ເຂດຈຳກັດ​ ເຖິງ​ແມ່ນ​ຈະມີ ຜູ້ນຳ​ປະ​ເທດ​ມະຫາ​ອຳນາດຈຳນວນ
ຫຼາຍ ຈາກ​ຂົງ​ເຂດ ​ແລະ​ນອກ​ຂົງ​ເຂດເຂົ້າຣ່ວມ​ກໍ​ຕາມ.

ທ່ານ Anthony Nelson ຜູ້ອຳນວຍການສະພາ​ທຸລະ​ກິດ ສະຫະລັດ-ອາ​ຊຽນ ກ່າວ​ວ່າ
“ກອງ​ປະຊຸມ​ສຸດ​ຍອດໃນ​ເດືອນ​ພະຈິກ ປະກອບດ້ວຍກອງ​ປະ​ຊຸມ​ສຸດ​ຍອດ​ ເອ​ເຊຍ​ຕາ​ເວັນ
​ອອກ ຊຶ່ງຕົ້ນຕໍ ແມ່ນເຈາະ​ຈົງ​ໃສ່ ການ​ເມືອງ ​ແລະ​ບັນຫາ​ຄວາມ​ໝັ້ນຄົງ. ​ເພາະ​ສະ​ນັ້ນ​ຈະ
​ເປັນ​ພາກສ່ວນ​ໃຫຍ່ ຂອງ​ອັນ​ທີ່​ກຳລັງ​ເກີດ​ຂື້ນ​ຢູ່​ອ້ອ​ມ​ແອ້ມ​ ກອງ​ປະຊຸມ​ສຸດ​ຍອດນີ້. ວຽກ
​ການ​ຫລາຍ​ຢ່າງ​ທີ່ ທຸລະ​ກິດ​ພົວພັນ​ຢ່າງ​ແທ້​ຈິງ​ແມ່ນ ມີ​ຈຸດປະສົງຈະໃຫ້​ເກີດ​ຂື້ນ​ຢູ່​ອ້ອມ​
ແອ້ມ ກອງປະຊຸມ ​ລັດຖະມົນຕີ​ເສດຖະກິດ ASEAN ​ໃນ​ເດືອນສິງຫາ.”

ຮູບພາບຖ່າຍຈາກປ່ອງຢ້ຽມເຮືອບິນທະຫານ ຟິລິບປິນ ທີ່ເຫັນບັນດາໝູ່ເກາະ ທີ່ ຈີນ ອ້າງເອົາເປັນກຳມະສິດ.
ຮູບພາບຖ່າຍຈາກປ່ອງຢ້ຽມເຮືອບິນທະຫານ ຟິລິບປິນ ທີ່ເຫັນບັນດາໝູ່ເກາະ ທີ່ ຈີນ ອ້າງເອົາເປັນກຳມະສິດ.

ປະຊາຄົມເສດຖະກິດອາຊຽນ ຫຼື AEC ທີ່​ທຽບ​ເທົ້າ​ກັບ ​ເສດຖະກິດ​ໂລກໃຫຍ່​ສຸດ​ອັນ​ດັບ
​ທີເຈັດ ມີ​ຄວາມ​ຕັ້ງໃຈ​ເພື່ອສ້າງ​ຕັ້ງ ການຕະຫລາດ​ດ່ຽວ​ ແລະ​ພື້ນຖານ​ການ​ຜະລິດທີ່ແຂ່ງ
ຂັນໄດ້ເປັນຢ່າງສູງ. ບັນດາ​ຜູ້​ຈັດຕັ້ງ​ຫວັງ​ວ່າ ​ມັນ​ຈະ​ປັງ​ປຸງ​ໃຫ້ມີການ​ເຄື່ອນໄຫວຂອງສີນ
ຄ້າ​ໃຫ້ດີ​ຂື້ນ​ ​ການ​ບໍລິການດີ ການ​ລົງທຶນດີຂຶ້ນ ຄວາມ​ຊຳນານ​ດ້ານ​ແ​ຮງງານ ​ແລະ​ຜົນ​ປະ
​ໂຫຍ​ດຢູ່​ທົ່ວ​ບັນດາ​ປະ​ເທດ ASEAN ​ເຮັດ​ໃຫ້​ຂົງ​ເຂດ​ທັງ​ໝົດ ​ມີ​ການ​ແຂ່ງຂັນ​ຫລາຍ​ຂື້ນ
ທັງຄວາມອຸດົມຮັ່ງມີກໍຫຼາຍກວ່າເກົ່າ.

​ແຕ່​ວ່າ ​ເວລາ​ເວົ້າ​ເຖິງການ​ກ້າວ​ເຂົ້າ​ສູ່​ປີີໜ້າ ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ຈະ​ມີ​ການ​ປ່ຽນ​ແປງ​ພຽງ​ເລັກ​ນ້ອຍ ​ໃນ​ຂັ້ນ​ທຳ​ອິດ ​ເພາະວ່າ ຍັງ​ມີ​ຫລາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ​ໃຫ້​ເສັດ​ສີ້​ນກ່ອນ.

ເຮືອພິຄາດ ຕິດຕັ້ງລູກສອນໄຟ USS Lassen ເດີນທາງມາເຖິງ Shanghai International Passenger Quay ທີ່ເມືອງ Shanghai, ປະເທດຈີນ ເພື່ອຢ້ຽມຢາມ.
ເຮືອພິຄາດ ຕິດຕັ້ງລູກສອນໄຟ USS Lassen ເດີນທາງມາເຖິງ Shanghai International Passenger Quay ທີ່ເມືອງ Shanghai, ປະເທດຈີນ ເພື່ອຢ້ຽມຢາມ.

ທ່ານ Nelson ກ່າວ​ວ່າ “ປະຊາຄົມ​ ASEAN ອັນ​ດຽ​ວ ​ທີ່ເປັນໂຄງການ​ເຮັດ​ຂື້ນ​ເອງນັ້ນ
ຍັງ​ຢູ່​ໃນ​ຂັ້ນ​ລິເລີ້ມ ຍັງມີວຽກເຮັດຫຼາຍຢູ່. ​ແຕ່​ເລີ້ມ​ຕົ້ນ​ປີໜ້າ​ໄປ ​ເຂົາ​ເຈົ້າ​ຈະ​ຈຳກັດ ການ
​ທົດ​ລອງແຕ່​ກັບ​ຫ້າ​ ຂອງຈຳນວນບັນດາສິບປະ​ເທດ ASEAN​. ​ແລະ​ໄດ້​ມີ​ການ​ເຫັນ​ດີ
ຮັບຮູ້​ຮ່ວມກັນ​ທີ່ຜ່ານ​ມາ ​ແກ່ຄວາ​ມ​ເຊື່ອ​ຖື ດ້ານຄວາມຊຳ​ນານ​ລະດັບ​ອາຊີບ. ​ແຕ່​ວ່າ​ຍັງ​
ມີ​ວຽກ​ການ​ອີກຫລາຍຢູ່ ​ທີ່​ຈະ​ເຮັດ​ໃຫ້​ເສັດ​ສີ້​ນ ​ໃນ​ກໍລະນີ​ທີ່​ຈະ​ປະຕິບັດກັບບັນດາ​ຂໍ້​ຕົກ
ລົງດັ່ງກ່າວ​ຢ່າງ​ແທ້​ຈິງ.”

ບັນ​ດາ​ນັກວິຈານ​ຈຳນວນ​ໜຶ່ງກ່າວ​ວ່າ ACE ຈະ​ໄດ້​ຮັບຜົນປະໂຫຍດຢ່າງຫລວງຫລາຍ ແທນທີ່ຈະແມ່ນ ປະຊາຊົນ​ສ່ວນ​ໃຫຍ່​ຢູ່​ໃນ​ຂົງ​ເຂດ.

ກອງປະຊຸມ ສັງຄົມ​ພົນລະ​ເຮືອນ ASEAN ​ແລະ ກອງ​ປະຊຸມ ປະຊາຊົນ ASEAN ທີ່
ຮ່ວມຖະ​ແຫລ​ງການ​ໃນ​ຕົ້ນ​ເດືອນນີ້ ​ໄດ້​ສະ​ແດງ​ຄວາ​ມ​ເປັນ​ຫ່ວງ​ວ່າ ການ​ຮວມ​ເຂົ້າກັນ
​ດ້ານ​ເສດຖະກິດໃນ​ຂົງ​ເຂດ ຈະ​ໝາຍ​ຄວາມ​ວ່າ ຈະສ້າງຄວາມບໍ່ກໍ້າເກິ່ງ ​ແລະການ​ເ​ຕີບ
​ໂຕທາງດ້ານເສດຖະກິດພໍພຽງ ຍັງ​ຜົນໃຫ້ເກີດ “ຄວາມ​ຍາກຈົນ​ຕື່ມ ​ແລະ​ຊ່ອງຫວ່າງ
ຫຼາຍຂຶ້ນ ດ້ານຄວາມ​ມັ່ງ​ຄັ່ງ​ສົມ​ບູນ​.”

ປະທານາທິບໍດີ ສະຫະລັດ ທ່ານ Barack Obama, ທີ່ສອງຈາກຂວາ ສຳພັດມືກັບ ເອກອັກຄະລັດຖະທູດ ຟິລິບປີນ ປະຈຳ ສະຫະລັດ ທ່ານ Jose Cuisia Jr., ທີ່ເດີ່ນບິນ Manila, ປະເທດ Philippines, ພະຈິກ 17, 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama, ທີ່ສອງຈາກຂວາ ສຳພັດມືກັບ ເອກອັກຄະລັດຖະທູດ ຟິລິບປີນ ປະຈຳ ສະຫະລັດ ທ່ານ Jose Cuisia Jr., ທີ່ເດີ່ນບິນ Manila, ປະເທດ Philippines, ພະຈິກ 17, 2015.

ທ່ານ Jeral Joseph ປະທານ​ຄູ່່​ ​ຂອງກອງ​ປະຊຸ​ມ ປະຊາຊົນ ASEAN ປິ​ນີ້ ກ່າວ​ວ່າ
“ບັນດາ​ພວກແຮງ​ງານ​ຂ້າມ​ປະ​ເທດ ບໍ່​ໄດ້ຮັບ​ການ​ປ້ອງ​ກັນໃນລະດັບ​ດຽວ​ກັນ ຫລື​ມີ
ຜົນ​ປະໂຫຍ​ດຈາກການ​ເຈລະ​ຈາ​ທັງ​ໝົດ. ​ເພາະສະ​ນັ້ນ ​ຈຶ່ງເປັນ​ທີ່​ໜ້າ​ອີ່ດູ​ຕົນ​ເລັກ​
ນ້ອຍ ​ທັງເສຍ​ໂອກາດນຳ ຖ້າ​ຫາກມັນ​ບໍ່​ສະທ້ອນ​ ໃຫ້ເຫັນຢູ່ໃນເອກກະສາ​ນທີ່ຈະ
ອອກ​ມາ​.”

ກອງ ​ປະຊຸມ​ສຸດ​ຍອດ ASEAN ຄັ້ງທີ 27 ຈະປະກອບດ້ວຍ ບັນດາ​ຄູ່​ຮ່ວມອົງການ​ຈັດ​ຕັ້ງ​ສົນທະນາ ຊຶ່ງຜູ້​ສຳຄັນສ່ວນ​ໃຫຍ່ກໍຈະແມ່ນ ຈີນ ອິນ​ເດຍ ຍີ່ປຸ່ນ ​ແລະ​ສະຫະລັດ.

XS
SM
MD
LG