ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາ ອາຊ່ຽນ ບໍ່ລົງຮອຍກັນ ກ່ຽວກັບ ບັນຫາ ຂັດແຍ້ງ ຢູ່ທະເລຈີນໃຕ້


ປະທານາທິບໍດີ Obama (5 ຈາກຊ້າຍ) ທີ່ເຂົ້າຮ່ວມ ໃນກອງປະຊຸມສຸດຍອດ ສະຫະລັດ ASEAN ໃນກຸງພະນົມເປນ
ປະທານາທິບໍດີ Obama (5 ຈາກຊ້າຍ) ທີ່ເຂົ້າຮ່ວມ ໃນກອງປະຊຸມສຸດຍອດ ສະຫະລັດ ASEAN ໃນກຸງພະນົມເປນ
ບັນດາຜູ້ນໍາຈາກເອເຊຍຕາເວັນອອກສຽງໃຕ້ ພົບປະກັນໃນກອງ
ປະຊຸມສູງສຸດພູມີພາກໃນກຸງພະນົມເປັນ ນະຄອນຫຼວງຂອງກໍາປູ
ເຈຍອີກຄັ້ງນຶ່ງ ມີຄວາມເຫັນບໍ່ລົງຮອຍກັນກ່ຽວກັບບັນຫາຂັດແຍ້ງ
ເລື່ອງເຂດນໍ້າແດນດິນໃນທະເລຈີນໃຕ້.

ໃນຂະນະທີ່ທາງບັນດາຜູ້ນໍາເຫຼົ່ານີ້ມ້ວນທ້າຍກອງປະຊຸມສຸດຍອດ
ເຂດເອເຊຍຕາເວັນອອກ ແລະກອງປະຊຸມສຸດຍອດອາຊ່ຽນ ໃນວັນ
ອັງຄານມື້ນີ້ ທາງຝ່າຍຟິລິບປີນໄດ້ຄັດຄ້ານຕໍ່ຮ່າງ ຖະແຫຼງການ
ໂດຍເວົ້າວ່າທຸກໆຝ່າຍເຫັນພ້ອມນຳກັນ ທີ່ຈະບໍ່ໃຫ້ບັນຫາຂັດແຍ້ງ
ນີ້ກາຍເປັນເລື່ອງລະຫວ່າງປະເທດ.

ລັດຖະມົນຕີການຕ່າງປະເທດຟິລິບປີນ ທ່ານ Albert del Rosario
ໄດ້ກ່າວວ່າ ຍັງບໍ່ສາມາດບັນລຸຄວາມເຫັນຢ່າງເປັນເອກກະສັນໄດ້
ເທື່ອກ່ຽວກັບເລື່ອງນີ້ ຊຶ່ງກົງກັນຂ້າມກັບຮ່າງ ຖະແຫຼງການທີ່ນຳອອກເຜີຍແຜ່ໂດຍປະທານ
ຂອງສະມາຄົມ ASEAN ແລະຈີນ ຊຶ່ງເປັນພາຄີນັ້ນ. ທ່ານ del Rosario ກ່າວວ່າ “ຄຳວ່າ
ເອກກະສັນນັ້ນໝາຍເຖິງທຸກໆຄົນ ແມ່ນບໍ? ຂ້າພະເຈົ້າກໍຢູ່ທີ່ນັ້ນ, ປະທານກໍຢູ່ທີ່ນັ້ນ
ເປັນຫຍັງພວກເຂົາເຈົ້າຈຶ່ງເວົ້າວ່າ ມີຄວາມເຫັນຢ່າງເປັນ ເອກກະສັນກັນ ທັງໆທີ່ພວກ
ເຮົາເວົ້າວ່າ ມັນບໍ່ມີຄວາມເຫັນຢ່າງເປັນເອກກະສັນເລີຍ.”


ການຜິດຂ້ອງຕ້ອງຖຽງກັນນີ້ ແມ່ນເປັນການເຕືອນໃຫ້ນຶກເຖິງກອງປະຊຸມລະດັບລັດຖະມົນຕີ
ຂອງ ASEAN ໃນເດືອນກໍລະກົດຜ່ານມາ ເວລາ 10 ປະເທດສະມາຊິກ ບໍ່ສາມາດຕົກລົງ ກັນ
ໄດ້ກ່ຽວກັບຖະແຫຼງການຮ່ວມເປັນຄັ້ງທໍາອິດໃນປະຫວັດສາດ ເພາະວ່າ ກໍາປູເຈຍ ຄັດຄ້ານ
ບໍ່ຢາກມີການກ່າວເຖິງ ການຫາລືກັນກ່ຽວກັບບັນຫາຂັດແຍ້ງທີ່ວ່ານີ້.

ຈີນ ຜູ້ທີ່ອ້າງເອົາເປັນກໍາມະສິດເກືອບທັງໝົດຕໍ່ເຂດທະເລຈີນໃຕ້ທີ່ອຸດົມສົມບູນໄປດ້ວຍພະລັງ
ງານໃນທະເລຈີນໃຕ້ແຫ່ງນີ້ ບໍ່ຢາກໃຫ້ກຸ່ມ ASEAN ເຂົ້າໄປພົວພັນຫຼືປຶກສາຫາລືກ່ຽວກັບ
ບັນຫາຂັດແຍ້ງດັ່ງກ່າວນີ້. ຈີນຕ້ອງການຢາກຈະເຈລະຈາບັນຫາດັ່ງກ່າວນີ້ກັບແຕ່ລະ ປະເທດ
ເປັນການສ່ວນຕົວ ຊຶ່ງເປັນຄູ່ອ້າງກຳມະສິດທີ່ອ່ອນແອກວ່າ ຮວມທັງຟິລິບປີນ, ຫວຽດນາມ
ແລະອື່ນໆນໍາອີກ
XS
SM
MD
LG