ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ຂໍໃຫ້ພັກຝ່າຍກ່ຽວຂ້ອງ ພິສູດຫຼັກຖານ ໃນການອ້າງກຳມະສິດ ຢູ່ທະເລຈີນໃຕ້


ລັດຖະມົນຕີການຕ່າງປະເທດ ຂອງປະເທດຕ່າງໆ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ເຂດເອເຊຍຕາເວັນອອກ ຢູ່ທີ່ເກາະບາຫຼີ ອິນໂດເນຊຍ (22 ກໍລະກົດ 2011)
ລັດຖະມົນຕີການຕ່າງປະເທດ ຂອງປະເທດຕ່າງໆ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ເຂດເອເຊຍຕາເວັນອອກ ຢູ່ທີ່ເກາະບາຫຼີ ອິນໂດເນຊຍ (22 ກໍລະກົດ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ຂໍຮ້ອງໃຫ້ພັກຝ່າຍ
ຕ່າງໆ ທີ່ພົວພັນໃນບັນຫາຂັດແຍ້ງ ຢູ່ໃນເຂດທະເລຈີນໃຕ້ ສະແດງຫຼັກຖານພິສູດທາງກົດ
ໝາຍກ່ຽວກັບການອ້າງກຳມະສິດຂອງພວກເຂົາເຈົ້າ.

ລັດຖະມົນຕີການຕ່າງປະເທດ Clinton ກ່າວໃນວັນເສົາມື້ນີ້ວ່າການອ້າງກຳມະສິດຂອງຈີນ
ແລະສະມາຊິກຫຼາຍໆປະເທດ ຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກ
ສຽງໃຕ້ຫຼືອາຊ່ຽນ ຍັງຈະຕ້ອງໃຫ້ສອດຄ່ອງກັບກົດໝາຍທາງທະເລຂອງນາໆຊາດ ສະບັບປີ
1982 ນຳດ້ວຍ.

ໃນມື້ວັນສຸກວານນີ້ ທ່ານນາງ Clinton ໄດ້ກ່າວຊົມເຊີຍພັກຝ່າຍກ່ຽວຂ້ອງທີ່ໄດ້ບັນລຸການ
ຕົກລົງຂັ້ນຕົ້ນ ໃນການແກ້ໄຂບັນຫາຂັດແຍ້ງກ່ຽວກັບເລື່ອງເຂດນໍ້າແດນດິນ ຢູ່ໃນທະເລຈີນ
ໃຕ້.

ການຕົກລົງທີ່ວ່ານີ້ ແມ່ນແນໃສ່ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາຂັດແຍ້ງກ່ຽວກັບຫຼາຍໆໝູ່ເກາະ
ໝູ່ດອນທີ່ມີການອ້າງກຳມະສິດ ແລະມີຄວາມເປັນໄປໄດ້ທີ່ໝູ່ເກາະໝູ່ດອນເຫຼົ່ານີ້ອາດມີແຫຼ່ງ
ນໍ້າມັນ ແລະແກັສທຳມະຊາດສຳຮອງນັ້ນ. ວໍຊິງຕັນເວົ້າວ່າ ການແກ້ໄຂຢ່າງສັນຕິຕໍ່ການອ້າງ
ກຳມະສິດນີ້ແມ່ນຜົນປະໂຫຍດໃນດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.

XS
SM
MD
LG