ສະມາຄົມບັນດາປະຊາຊາດ ໃນເຂດເອເຊຍ ຕາເວັນອອກ ສຽງໃຕ້ ຫຼືອາຊ່ຽນ ເປີດກອງປະຊຸມ ປະຈຳປີ ວ່າດ້ວຍ ຄວາມໝັ້ນຄົງ ລະດັບລັດຖະມົນຕີ ທີ່ນະຄອນຫຼວງ ຮາໂນ່ຍ ໃນວັນອັງຄານ ມື້ນີ້.
ໃນລະຫວ່າງ ການປະຊຸມ ເປັນເວລາ 4 ມື້ ບັນດາລັດ ຖະມົນຕີ ການຕ່າງປະເທດ ຈະສົນທະນາຫາລືກັນ ກ່ຽວກັບ ການປັບປຸງ ຄວາມໝັ້ນຄົງ ແລະການຮ່ວມມື ໃນຮູບອື່ນໆ ໃນລະຫວ່າງ 10 ປະເທດ ສະມາຊິກອາຊ່ຽນ ຕະຫຼອດທັງ ບັນດາປະເທດອື່ນໆ ໃນເອເຊຍ ແລະ ປະເທດຕາເວັນຕົກ ນຳດ້ວຍ.
ທ່ານ NGUYEN TAN DUNG ນາຍົກ ລມຕ ຫວຽດນາມ ເປັນຜູ້ກ່າວ ໄຂກອງປະຊຸມ ຊຶ່ງທ່ານໄດ້ເວົ້າວ່າ ອາຊ່ຽນ ມີບົດບາດ ອັນສຳຄັນ ທີ່ຈະຕ້ອງໄດ້ດຳເນີນ ເພື່ອຮັກສາໄວ້ ຊຶ່ງສັນຕິພາບ ຢູ່ໃນຂົງເຂດ ເອເຊຍ-ປາຊີຟິກ.
ນອກນັ້ນ ບັນດາປະເທດ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ຍັງຈະໄດ້ ສົນທະນາ ຫາລືສອງຝ່າຍ ໃນຕະຫຼອດອາທິດ. ເປັນທີ່ຄາດກັນວ່າ ຈະມີການສະແດງ ຄວາມວິຕົກ ກັງວົນ ກ່ຽວກັບ ຄວາມເຄັ່ງຕຶງ ກັບເກົາຫຼີເໜືອ ແລະມຽນມາ ຊຶ່ງເປັນສະມາຊິກ ຂອງສະມາຄົມ ອາຊ່ຽນ. ປະເທດ ຜະເດັດການ ທັງສອງ ກໍມີຜູ້ຕາງໜ້າ ເຂົ້າຮ່ວມ ປະຊຸມຄັ້ງນີ້.
ສະມາຄົມອາຊ່ຽນ ປະກອບດ້ວຍ ປະເທດບຣູໄນ ມຽນມາ ກຳປູເຈຍ ອິນໂດເນເຊຍ ສປປ ລາວ ມາເລເຊຍ ຟີລິບປີນ ສິງປະໂປ ໄທ ແລະ ຫວຽດນາມ.