ການພົບປະກັນທ່ີອິນໂດເນເຊຍໃນວັນອາທິດມື້ນີ້ລະຫວ່າງນາຍົກລັດ ຖະມົນຕີໄທແລະນາຍົກລັດຖະມົນຕີກໍາປູເຈຍ ຢູ່ນອກກອງປະຊຸມອາຊຽນນັ້ນ ບໍ່ໄດ້ບັນລຸຂໍ້ຕົກລົງກັນໃດໆເພື່ອຍຸດຕິບັນຫາຂັດແຍ່ງເລື້ອງຊາຍແດນທີ່ກໍາລັງດໍາເນີນໄປລະຫວ່າງສອງປະເທດນັ້ນ.
ການພົບປະກັນດັ່ງກ່າວແມ່ນໄກ່ເກ່ຍໂດຍປະທານາທິບໍດີ ຊູຊີໂລ ບໍາບັງ ຢຸດໂທໂຢໂນະ ແຫ່ງອິດໂດເນເຊຍໃນມື້ສຸດທ້າຍຂອງກອງປະຊຸມສຸດຍອດເປັນເວລາ 2 ມື້ຂອງກຸ່ມອາຊຽນ.
ການປະທະກັນຊໍ້າແລ້ວຊໍ້າອີກ ເລາະຕາມຊາຍແດນກໍາປູເຈຍແລະໄທ ໄດ້ເຮັດປະຊາຊົນເສຍຊີວິດໄປແລ້ວຫລາຍກວ່າ 20 ຄົນໃນປີນີ້. ປະຊາຊົນຫລາຍໝື່ນຄົນໄດ້ພາກັນຫລົບໜີຈາກບ້ານເຮືອນຂອງເຂົາເຈົ້າຢູ່ເລາະຕາມທັງສອງຟາກຊາຍແດນ.
ບັນຫາຂັດແຍ້ງກັນແມ່ນຮວມຈຸດຢູ່ທີ່ການຍາດແຍ່ງກັນຄວບຄຸມວັດເກົ່າແກ່ຈໍານວນນຶ່ງຊຶ່ງທັງສອງປະເທດຕ່າງຄົນຕ່າງອ້າງເອົາກໍາມະສິດນັ້ນ.
ໃນວັນສຸກຜ່ານມານີ້ ທ່ານ Marty Natalegwa ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ປະກາດໃຫ້ຊາບວ່າ ກໍາປູເຈຍແລະໄທໄດ້ຕົກລົງຮັບເອົາພວກເຈົ້າໜ້າທີ່ອິນໂດເນເຊຍ ທີ່ຈະໄປຕິດຕາມເບິ່ງສະຖານນະການເລາະຕາມຊາຍແດນ ເພື່ອຊ່ອຍປ້ອງກັນບໍ່ໃຫ້ເກີດການປະທະກັນທາງດ້ານທະຫານຕື່ມອີກໃນອະນາຄົດ. ແຕ່ຝ່າຍກໍາປູເຈຍໄດ້ທໍາການຕໍາໜິຕິຕຽນຢ່າງແຮງ ຕໍ່ຄໍາຮ້ອງຂໍຂອງໄທທີ່ຢາກໃຫ້ກໍາປູເຈຍ ຍ້າຍທະຫານຂອງຕົນອອກຈາກເຂດຊາຍແດນກ່ອນນັ້ນ.