ໃນເກມເຝິກແອບທີ່ວ່ານີ້ ເປົ້າໝາຍແມ່ນເພື່ອຄວບຄຸມການແພ່ລະບາດຢ່າງຮ້າຍແຮງໄປທົ່ວ ຢ່າງຕໍ່ເນື່ອງຂອງໂຣກຕິດແປດ ຢູ່ໃນຂົງເຂດທີ່ສົມມຸດເອົາ ທີ່ໃຫ້ຊື່ວ່າຂົງເຂດ Pandemica ທີ່ປະກອບດ້ວຍ 6 ປະເທດ.
ພວກທີ່ມາຮ່ວມການເຝິກແອບ ຄືພວກພະນັກງານສາທາລະນະສຸກຈາກກຸ່ມປະເທດອາຊ່ຽນ ສະຫະປະຊາຊາດ ສະຫະພາບຢູໂຣບ ສະຫະລັດແລະປະເທດອື່ນໆອີກ ແມ່ນເອົາຈິງເອົາຈັງ ທີ່ສຸດ ກັບການເຝິກແອບຄັ້ງນີ້.
ໃນເວລາເລີ່ມຕົ້ນການເຝິກແອບ ທີ່ມີກໍານົດ 5 ມື້ໃນສັບປະດານີ້ ຢູ່ນະຄອນຫລວງພະນົມ ເປັນນັ້ນ ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງອາຊ່ຽນ ກ່າວວ່າ ພວກທີ່ມາຮ່ວມການເຝິກແອບ ຈະໄດ້ຮຽນຮູ້ວິທີການປະຕິບັດທີ່ດີທີ່ສຸດຈາກກັນແລະກັນ ແລະທ່ານກ່າວຕໍ່ ໄປວ່າ ທີ່ສໍາຄັນເຊ່ນກັນນັ້ນ ກໍແມ່ນວ່າ ເຂົາເຈົ້າຈະໄດ້ຮູ້ຈັກຄຸ້ນເຄີຍກັບຄູ່ຮ່ວມງານຈາກປະເທດອື່ນໆ ຊຶ່ງທ່ານສຸຣິນ ພິດສຸວັນ ກ່າວຊີ້ແຈງດັ່ງນີ້:
“ຂ້າພະເຈົ້າຄິດວ່າ ຖ້າມີເຄືອຂ່າຍທີ່ໃກ້ຊິດກັນຫລາຍຂື້ນ ບໍ່ແມ່ນແຕ່ພະນັກງານ ສາທາລະນະສຸກເທົ່ານັ້ນ ແຕ່ໝົດທຸກພາກສ່ວນນໍາ ໃນຄວາມກຽມພ້ອມລະດັບ ຊາດ ສຳລັບຮັບມືກັບຄວາມຫາຍະນະແບບນັ້ນ ມັນກໍຈະສົ່ງຜົນ ທີ່ປະຕິບັດໄດ້ດີທີ່ສຸດ. ນັ້ນກໍຄືວ່າ ພວກເຂົາເຈົ້າຮູ້ຈັກກັນ ຮູ້ຈັກເບີໂທລະສັບ ແລະທີ່ຢູ່ຂອງກັນ ແລະກັນ ແລະພວກເຂົາເຈົ້າກໍຈະສືບຕໍ່ແຈ້ງຂ່າວໃຫ້ກັນແລະກັນຊາບວ່າ ກໍາລັງເກີດສະຖານະການແບບໃດຂື້ນ ໃນປະເທດຂອງພວກເຂົາເຈົ້າ ເພື່ອວ່າຈະມີການເອົາບາດກ້າວຮ່ວມກັນຢ່າງໄວ ໃນຖານະເປັນອົງການນຶ່ງດຽວກັນນັ້ນ.”
ທ່ານສຸຣິນກ່າວວ່າ ສິ່ງທ້າທາຍຕ່າງໆ ເຊ່ນ ການແພ່ລະບາດໄປທົ່ວຢ່າງຕໍ່ເນື່ອງຂອງໂຣກ ຕິດແປດ ວິກິດການດ້ານການເງິນ ແລະການປ່ຽນແປງຂອງດິນຟ້າອາກາດນັ້ນ ແມ່ນເປັນບັນຫາໃຫຍ່ໂພດ ສໍາລັບປະເທດໃດນຶ່ງ ທີ່ຈະຮັບມືໄດ້ຕາມລໍາພັງ ແລະຕ້ອງການການຕອບ ໂຕ້ຈາກຂົງເຂດ ຫລືແມ່ນແຕ່ຈາກໂລກທັງໝົດ ຮ່ວມກັນ.
ທ່ານສຸຣິນກ່າວຕື່ມວ່າ ພາຍໃນປະເທດຕ່າງໆນັ້ນ ການຕໍ່ສູ້ກັບໂຣກລະບາດດັ່ງກ່າວ ແມ່ນ ຕ້ອງການການຮັບມືຂອງສັງຄົມທັງປວງ ນອກເໜືອໄປຈາກພາກສ່ວນສາທາລະນະສຸກ ຊຶ່ງ ຮວມທັງພາກສ່ວນສະໜອງອາ ຫານການກິນ ສາທາລະນຸປະໂພກ ຄວາມປອດໄພຂອງ ປະຊາຊົນແລະການຂົນສົ່ງມວນຊົນນໍາ ແລະທ່ານສຸຣິນເຕືອນວ່າ ຄວາມລົ້ມແຫລວໃນການ ຕອບໂຕ້ຢ່າງຖືກຕ້ອງເໝາະສົມ ສາມາດນໍາພາໃຫ້ເກີດຄວາມເສຍຫາຍ ຫລືການພັງລົງ ທາງດ້ານສັງຄົມແລະເສດຖະກິດຢ່າງຮ້າຍແຮງໄດ້ ຊຶ່ງທ່ານຊີ້ແຈງຕື່ມວ່າ:
“ຖ້າຫາກພວກເຮົາຂາດຄວາມລະມັດລະວັງແລ້ວ ແນ່ນອນວ່າ ມັນກໍຈະບ່ອນທໍາ ລາຍການເຕີບໂຕທາງເສດຖະກິດຂອງພວກເຮົາເອງ ແລະຄວາມສາມາດກັບຄືນ ສູ່ສະພາບເດີມຂອງພວກເຮົາໃນສ່ວນພູມິພາກນັ້ນໄດ້. ມັນເປັນເລຶ່ອງທໍາມະຊາດ ທີ່ວ່າປະຊາຊາດທັງໝົດເຫລົ່ານີ້ ຄວນຈະປຸ້ມລຸມກັນ ແລະຮັບປະກັນວ່າ ແຕ່ລະ ປະເທດຈະບໍ່ຖືກກະທົບ ຢ່າງຮ້າຍແຮງກ່ວາອີກປະເທດນຶ່ງ ແລະບໍ່ມີປະເທດໃດ ຢາກຈະເປັນຕົວເຊຶ່ອມໂຍງທີ່ອ່ອນແອ ໃນວົງໂສ້ປ້ອງກັນດັ່ງກ່າວນີ້.”
ທ່ານສຸຣິນກ່າວວ່າ ໂລກເຮົາໄດ້ລອດພົ້ນຈາກການລະບາດຂອງໂຣກ SARS ໃນປີ 2003 ມາໄດ້ ໂດຍບໍ່ໄດ້ຮັບຜົນກະທົບຮ້າຍແຮງປານໃດ. ໃນປີນັ້ນ ໄດ້ມີເຊື້ອໄວຣັສໃໝ່ໂຜ່ໂຕຂຶ້ນມາ ໃນພາກໃຕ້ຂອງຈີນ ແລະໄດ້ແພ່ລາມໄປທົ່ວໂລກຢ່າງໄວ. ປະຊາຊົນຫລາຍພັນຄົນໄດ້ເຂົ້າໂຮງໝໍ ຍ້ອນປອດອັກເສບຫລືປອດບວມ ແລະຫລາຍກວ່າ 800 ຄົນໄດ້ເສຍຊີວິດ ກ່ອນຈະຄວບຄຸມໂຣກນີ້ໄດ້ ໂດຍການເອົາມາດຕະການກັກໂຕຜູ້ປ່ວຍຢ່າງເຂັ້ມງວດ ຢູ່ໃນຫລາຍປະເທດ.
ທ່ານສຸຣິນ ກ່າວວ່າ ຜົນຂອງການເຝິກແອບໃນສັບປະດານີ້ ກໍຄວນຈະແມ່ນຂົງເຂດນຶ່ງ ທີ່ ສາມາດຮັບມືກັບສະຖານະການແພ່ລະບາດຂອງໂຣກຕິດແປດຄັ້ງຮ້າຍແຮງທີ່ສຸດ ທີ່ອາດ ເກີດຂຶ້ນໄດ້ນັ້ນ ໂດຍໃຫ້ມີຄວາມເສຍຫາຍນ້ອຍທີ່ສຸດ ແລະຊ່ອຍໃຫ້ປະເທດອື່ນໆໃນໂລກ ໄດ້ຖອດຖອນບົດຮຽນທີ່ຖືກຕ້ອງເຊ່ນກັນ.