ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະສະພາ ຢູໂຣບ ຈະກົດດັນ ລາວ ເພີ່ມຂຶ້ນ ຕໍ່ກໍລະນີ ທ່ານ ສົມບັດ


ການປະທ້ວງຂອງກຸ່ມອາຊ່ຽນ ກ່ຽວກັບກໍລະນີ ການຫາຍຕົວ ຂອງທ່ານສົມບັດ ສົມພອນ
ການປະທ້ວງຂອງກຸ່ມອາຊ່ຽນ ກ່ຽວກັບກໍລະນີ ການຫາຍຕົວ ຂອງທ່ານສົມບັດ ສົມພອນ
ຄະນະ​ກໍາມະການ​ ດ້ານ​ສິດທິ​ມະນຸດ​ຂອງ​ລັດຖະສະພາ​ອາ​ຊ່ຽນ​
ແລະ​ຢູ​ໂຣບ ຈະ​ເພີ່ມ​ມາດ​ຕະການ​ກົດ​ດັນ​ລັດຖະບາ​ນລາວ​ຫຼາຍ​
ຂຶ້ນ​ ໃນ​ກໍລະນີ​ ການຫາຍ​ຕົວ​ໄປ​ຂອງ​ທ່ານສົມບັດ​ ສົມພອນ ນັກ​
ພັດທະນາ​ດີ​ເດັ່ນ​ຂອງ​ລາວ.


ທ່ານ Walden Bello ຮອງ​ປະທານ​ຄະນະ​ກໍາມະການ​ດ້ານ​ສິດທິ​ມະນຸດ ຂອງ​ລັດຖະ ສະພາ​ອາ​ຊ່ຽນ ​ໄດ້​ຖະ​ແຫຼ​ງການ​ໃນໂອ​ກາດ​ທີ່​ຄະນະ​ຜູ້​ແທນ​ຂອງ​ລັດຖະສະພາ​ຢູ​ໂຣບ ຢ້ຽມຢາມ ສປປ.ລາວ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 28 ຕຸລາ​ນີ້​ວ່າ ຖື​ເປັນ​ອີກ​ໂອກາດ​ນຶ່ງ​ທີ່​ຈະ​ໄດ້ທວງຖາມ​ທາງ​ການ​ລາວ ​ເຖິງ​ຄວາມ​ຄືບໜ້າ​ ຂອງ​ການ​ສືບສວນ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ກໍລະນີ​ຂອງ ທ່ານ​ສົມບັດ ສົມ​ພອນ ນັກ​ພັດທະນາລາວ​ຜູ້​ດີ​ເດັ່ນ​ຂອງ​ອາ​ຊ່ຽນ ທີ່​ໄດ້​ຫາຍ​ຕົວ​ໄປ​ນັບ​ຕັ້ງແຕ່​ວັນ​ທີ 15 ທັນ​ວາ ປີ 2012 ​ເປັນ​ຕົ້ນ​ມາ.

ຄະນະຜູ້ແທນລັດຖະສະພາ ຢູໂຣບ ຂະນະເຈລະຈາກັບ ເຈົ້າໜ້າທີ່ລາວ ກໍລະນີ ສົມບັດ ສົມພອນ
ຄະນະຜູ້ແທນລັດຖະສະພາ ຢູໂຣບ ຂະນະເຈລະຈາກັບ ເຈົ້າໜ້າທີ່ລາວ ກໍລະນີ ສົມບັດ ສົມພອນ

ຄະນະ​ຜູ້​ແທນ​ ຂອງ​ລັດຖະສະພາ​ຢູ​ໂຣບ ທີ່ຢ້ຽມຢາມ​ລາວ​ ໃນ​
ຄັ້ງນີ້ ນໍາໂດຍ​ທ່ານWerner Langen ປະທາ​ນລັດຖະສະພາ​
ຢູ​ໂຣບ ຊຶ່ງ​ຄະນະ​ຂອງ​ທ່ານກໍ​ໄດ້​ພົບ​ປະ​ເຈລະຈາ​ຮ່ວມ​ກັນ ກັບ​
ຄະ​ນະ​ຜູ້ແທນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ທີ່​ມີ​ທ່ານ ​ໄຊ​ສົມ​ພອນ
ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ​ເປັນ​ຫົວໜ້າ​ຄະ
ນະ ​ໂດຍ​ທັງ​ສອງ​ຝ່າຍ​ກໍ​ໄດ້​ແລກ​ປ່ຽນ​ທັດ​ທະນະ​ຄວາມເຫັນ​ທັງ​
ໃນ​ດ້ານ​ການ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ​ສິດທິ​ມະນຸດທັງ​
ທີ່​ເປັນ​ການ​ຮ່ວມ​ມື ລະຫວ່າງ​ສະພາ​ແຫ່ງ​ຊາດ​ລາວ ກັບ​ລັດຖະ
ສະພາ​ ຢູ​ໂຣບ ​ແລະ​ລັດຖະສະພາ​ອາ​ຊ່ຽນ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ສະມາຊິ​ກລັດຖະສະພາ​ຢູ​ໂຣບ ກໍ​ເຄີຍ​ພົບ​ປະ​ເຈລະຈາ​ກັບ​ຄະນະ​ເຈົ້າ ໜ້າ​ທີ່​ຂອງ​ທາງ​ການ​ລາວ ຢູ່​ນະຄອນ​ວຽງ​ຈັນ ມາ​ແລ້ວ​ຄັ້ງ​ນຶ່ງ ​ເມື່ອ​ເດືອນ​ສິງ​ຫາ​ປີ​ນີ້ ​ໂດຍ​ຄະນະ​ຜູ້ແທນ​ຂອງ​ລັດຖະສະພາ​ຢູ​ໂຣບຢືນຢັນ​ວ່າ​ຈະ​ດໍາ​ເນີນ​ມາດ​ຕະການ​ກົດ​ດັນ​ລັດຖະບານ​ລາວ​ຫຼາຍ ຂຶ້ນ​ໃນ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ສົມ​ພອນ ​ເພາະ​ເຫັນ​ວ່າ​ທາງ​ການ​ລາວ​ບໍ່​ໄດ້ ດໍາ​ເນີນ​ການ​ຢ່າງ​ຈິງ​ຈັງ​ ໃນ​ການ​ສືບສວນ ​ເພື່ອ​ຄົ້ນ​ຫາ​ຄວາມ​ຈິງ.

ຊາວລາວ ຕ່າງປະເທດ ປະທ້ວງ ໃຫ້ຊ່ວຍຊອກຫາ ທ່ານສົມບັດ ສົມພອນ
ຊາວລາວ ຕ່າງປະເທດ ປະທ້ວງ ໃຫ້ຊ່ວຍຊອກຫາ ທ່ານສົມບັດ ສົມພອນ

ທັງ​ນີ້​ໂດຍ​ກໍລະນີ​ທີ່​ສະທ້ອນ ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ຈັງ​ຂອງ​ທາງ​ການ​ລາວ​ໄດ້​ຢ່າງ​ຊັດ​ເຈນ ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້ປະ​ໂຫຍ​ດ ຈາກ​ພາບ​ທີ່​ກ້ອງ​ວົງ​ຈອນ​ປິດ​ຂອງ​ທາງ​ການ​ລາວ​ບັນ ທຶກ​ໄວ້​ໄດ້​ໃນ ຕອນ​ແລງ​ຂອງ​ວັນ​ທີ 15 ທັນ​ວາ 2012 ຊຶ່ງ​ເປັນ​ມື້​ທີ່​ທ່ານ​ສົມບັດ ຖືກ​ລັກ​ພາ​ຕົວ​ໄປ​ຈາກ​ປ້ອມຕໍາຫຼວດ​ໃນ​ເຂດ​ນະຄອນ​ວຽງ​ຈັນ.

ກ່ອນ​ໜ້າ​ນີ້ ພັນເອກ ​ເພັງ​ສະຫວັນ ທິບ​ພະ​ວົງ​ໄຊ ຮອງ​ຫົວໜ້າກົມ​ໃຫຍ່​ຕໍາຫຼວດ​ ກະ ຊວງ ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ​ໄດ້​ໃຫ້ການ​ຢືນຢັນ​ໃນ​ໂອກາດ​ການ​ຖະ​ແຫຼ​ງຂ່າວ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທີ 3 ກ່ຽວ​ກັບ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ​ ວ່າ​ທາງ​ການ​ຕໍາຫຼວດ​ລາວ​ໄດ້​ດໍາ​ເນີນ​ການ​ສຶບສວນ​ສອບ​ສວນ​ເພື່ອ​ຄົ້ນ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ກໍລະນີ​ດັ່ງກ່າວ​ນີ້​ຢູ່ເລື້ອຍ​ມາ.

​ໂດຍ​ທາງ​ການ​ລາວ​ກໍ​ໄດ້​ເຮັດ​ໜັງສື​ ສະ​ເໜີ​ໄປ​ເຖິງ​ອົງການ​ຕໍາຫຼວດສາກົນ ​ເພື່ອ​ຂໍ​ໃຫ້​ອອກໃບ ​ແຈ້ງຄົນ​ຫາຍ​ສາບ​ສູນ ຊຶ່ງ​ອົງການ​ຕໍາຫຼວດ​ສາກົນ​ກໍ​ໄດ້​ອອກ​ເອກ​ກະສາ​ນ​ເປັນ​ໃບ​ແຈ້ງ​ການ ວ່າ​ທ່ານ​ສົມບັດ ​ເປັນ​ຄົນ​ຫາຍ​ສາບ​ສູນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ​ເມສາ​ທີ່​ຜ່ານ​ມາ ​ແລະ ​ໃນ​ລະຍະ​ດຽວ​ກັນ ທາງ​ການ​ລາວ​ກໍ​ໄດ້​ສົ່ງ​ໜັງສື​ ເຖິງ​ທາງ​ການ​ຕໍາຫຼວດ​ສາກົນ​ຂອງ​ສະຫະລັດອາ​ເມຣິກາ ອິນ​ເດຍ ​ເກົາ​ຫຼີ​ໃຕ້ ຍີ່ປຸ່ນ ຝຣັ່ງ ​ແລະ​ສະ​ເປ​ນ ​ເພື່ອ​ຂໍ​ໃຫ້​ຊ່ວຍ​ຊອກ​ຫາ​ຕົວ​ທ່ານ ສົມບັດ ອີກ​ດ້ວຍ.

ທາງ​ດ້ານ​ທ່ານນາງ ອັງຄະນາ ນີລະ​ໄພຈິດ ປະທາ​ນຄະ​ນະ​ທໍາ​ງານ​ຍຸຕິ​ທໍາ​ເພື່ອ​ສັນຕິ ພາບ​ໃນ ​ໄທ​ກໍ​ໃຫ້​ທັດສະນະ​ວ່າ ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ​ເກີດ​ຈາກ​ສາ​ເຫດ​ອັນ​ດຽວ​ກັນ​ກັບ​ການຫາຍ​ຕົວ​ໄປ​ຢ່າງ​ບໍ່​ມີ​ຮ່ອງຮອຍ​ຂອງ​ທ່ານ ສົມ​ຊາຍ ນີລະ​ໄພຈິດ ທະ ນາຍຄວາມ​ຊື່​ດັງ​ຂອງ ​ໄທ ​ໂດຍສາ​ເຫດ​ທີ່​ວ່າ​ນີ້ ກໍ​ຄື​ການ​ໃຊ້​ອໍານາດ​ລັດ​ຄຸກ​ຄາມ​ສິດທິ​ຂັ້ນ​ພື້ນຖານ​ຂອງ​ປະຊາຊົນ ດັ່ງ​ທີ່​ທ່ານ​ນາງ ໄດ້​ກ່າວ​ວ່າ:

“ກໍລະນີ​ສົມບັດນີ້ ມີ​ຮູບ​ພາບ​ທີ່​ອອກ​ມາ ​ແລະ​ເຫັນ​ຢ່າງ​ຊັດ​ເຈນ​ວ່າ​ເກີດ​ຫຍັງ​ຂຶ້ນ ຂະໜາດ​ມີ ຫຼັກ​ຖານ​ແບບ​ນີ້​ແລ້ວ ສປປ.ລາວ ກໍ​ຍັງ​ໃຫ້​ຄໍາ​ຕອບ​ວ່າ​ ເຈົ້າໜ້າ​ທີ່​ຕໍາຫຼວດ​ລາວ​ນີ້ ບໍ່​ມີ​ສ່ວນ​ກ່ຽວ ຂ້ອງ ​ໃນ​ຂະນະ​ດຽວ​ກັນ​ກັບ​ໃນ​ກໍລະນີ​ຂອງ​ສົມ​ຊາຍ ນີລະ​ໄພຈິດ ນີ້​ ກໍ​ມີ​ຫຼັກ​ຖານ​ ການ​ໃຊ້​ໂທ​ລະສັບ ມີ​ຄົນ​ບອກ​ໄດ້​ວ່າ​ ເປັນ​ເຈົ້າໜ້າ​ທີ່​ຕໍາຫຼວດ ​ແຕ່​ສຸດ​ທ້າຍ ຂໍ້​ມູນ​ຕ່າງໆ ກໍ​ຖືກ​ລຶບ​ຖິ້ມ​ໄປ​ ໃນ ​ເວລາ​ອັນ​ວ່ອງ​ໄວ.”

ທ່ານ​ນາງ ອັງ​ຄະນາ​ ​ເປັນ​ພັນ​ລະ​ຍາ​ໝ້າຍ​ຂອງ​ທ່ານ​ສົມ​ຊາຍ ທະນາຍຄວາມທີ່​ໄດ້​ໃຫ້ ການ​ຊ່ວຍເຫຼືອ​ແກ່​ບັນດາ​ຊາວ​ໄທ​ມຸສລິ​ມ ທີ່​ຖືກ​ກ່າວ​ຫາ​ວ່າ​ກໍ່​ການ​ຮ້າຍ​ໃນ​ເຂດ​ພາກ​ໃຕ້​ຂອງ​ໄທ ຈົນ​ໃນສຸດ​ທ້າຍ​ທີ່​ສຸດ ຕົວ​ຂອງ​ທ່ານ​ເອງ​ກໍ​ຖືກ​ລັກ​ພາ​ຕົວ​ໄປ​ ນັບ​ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ.
XS
SM
MD
LG