ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີ​ເໜືອ ຍັງເປີດກ້ວາງ ຕໍ່ການເຈລະຈາ ກັບສະຫະລັດ (ວີດິໂອ)


ບັນດາຜູ້ນໍາຂອງກອງ​ປະຊຸມດ້ານ​ຄວາມ​ຮ່ວມ​ມື​ທາງ​ການ​ເມືອງແລະ​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດ ຂອງສະມາຄົມ ASEAN
ບັນດາຜູ້ນໍາຂອງກອງ​ປະຊຸມດ້ານ​ຄວາມ​ຮ່ວມ​ມື​ທາງ​ການ​ເມືອງແລະ​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດ ຂອງສະມາຄົມ ASEAN
ເກົາຫຼີ​ເໜືອກ່າວ​ວ່າ​ ຕົນຍັງ​ເປີດ​ກວ້າງ ຕໍ່ການເຈລະຈາໂດຍ
​ກົງກັບ​ສະຫະລັດ ​ແຕ່ຈະ​ບໍ່​ຍົກ​ເລີກໂຄງການ​ນີວ​ເຄລຍຂອງ
​ຕົນ​ຈົນ​ກວ່າ​ທາງ​ກຸງວໍ​ຊິງ​ຕັນ ຈະ​ປ່ຽນ​ນໍ້າ​ສຽງ​ແບບ​ເປັນປໍ​ລະ
​ປັກແລະ​ຢຸດ​ການລົງ​ໂທດ​ຕໍ່ຕົນ.

​ໃນ​ກາ​ນຖະ​ແຫລ​ງຕໍ່ກອງ​ປະຊຸມດ້ານ​ຄວາມ​ຮ່ວມ​ມື​ທາງ​ການ​
ເມືອງແລະ​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດ ຂອງສະມາຄົມ ASEAN
ຫລື ASEAN Regional Forum ທີ່ປະ​ເທດ Brunei ​ໃນ​ວັນ
​ອັງຄານ​ມື້​ນີ້ ທ່ານ Choe Myong Nam ໂຄສົກ​ກະຊວງການ
​ຕ່າງປະ​ເທດ​ເກົາຫຼີ​ເໜືອ ເວົ້າວ່າ ​ແມ່ນສະຫະລັດເອງ ທີ່​ເປັນ​
ຕົ້ນ​ເຫດ​ຂອງຄວາມເຄັ່ງ​ຕຶງ​ ໃນ​ຫວ່າງ​ໝໍ່ໆ​ມາ​ນີ້ ຢູ່ແຫຼມ​ເກົາຫຼີນັ້ນ.

ໃນ​ເດືອນ​ແລ້ວ​ນີ້ ເກົາຫຼີ​ເໜືອໄດ້ສະ​ເໜີຢ່າງ​ບໍ່ຄາດ​ຝັນ ທີ່​ຈະ​ທໍາ​ການ​ເຈລະຈາກັບສະຫະ
ລັດ ຊຶ່ງ​ເປັນ​ການຍຸຕິການ​ໃຊ້​ໂວ​ຫານ​ແບບ​ຢູ່​ໃນ​ພາວະສົງ​ຄາມຂອງ​ກຸງພຽງ​ຢາງ ທີ່​ມີມາ​
ເປັນ​ເວລາ​ຫຼາຍໆ​ເດືອນ ຫຼັງຈາກ​ອົງ​ກາ​ນສະຫະປະຊາ​ຊາດ​ໄດ້​ກ່າວ​ປະນາມການ​ທົດ​ລອງ​
ອາ​ວຸດ​ນິວ​ເຄລຍ ຄັ້ງ​ຫຼ້າ​ສຸດ ຂອງ​ເກົາຫຼີ​ເໜືອ.

ສະຫະລັດ ​ໄດ້​ຕອບ​ໂຕ້​ຢ່າງ​ລະ​ວັງ ​ໂດຍກ່າວ​ວ່າ ກ່ອນ​ອື່ນໝົດ ເກົາຫຼີ​ເໜືອຈະຕ້ອງ​ສະ​ແດງ
ໃຫ້​ເຫັນວ່າ ຕົນເຕັມ​ໃຈ​ແລະ​ພ້ອມ​ທີ່​ຈະ​ຍົກເລີກໂຄງການ​ອາວຸດນີວ​ເຄລຍ​. ການເຈລະຈາ
6 ຝ່າຍ ຊຶ່ງມີ​ເປົ້າ​ໝາຍເພື່ອປົດ​ອາວຸດ​ນີວ​ເຄລຍນັ້ນ​ ໄດ້​ຢຸດ​ສະ​ງັກ ​ມາ​ຕັ້ງ​ແຕ່​ ປີ 2008.

ການ​ປະຊຸມ​ດ້ານຄວາມ​ໝັ້ນຄົງ​ໃນ​ວັນ​ອັງຄານ​ມື້​ນີ້ ​ແມ່ນ​ເປັນ​ໂອ​ກາດ​ທີ່ບໍ່​ສູ້​ຈະ​ມີ​ຂຶ້ນ​ເລື້ອຍໆ
​ທີ່​ນໍາ​ເອົາ​ຜູ້ຕາງໜ້າ​ຈາກບັນດາພາຄີໃນ​ການ​ເຈລະຈາ 6 ຝ່າຍ​ນັ້ນ ມາ​ປະຊຸມ​ກັນແຕ່​ກໍ​ບໍ່​ມີ​
ຮ່ອງ​ຮອຍ​ຂອງ​ຄວາມ​ຄືບ​ໜ້າ ​ແຕ່​ຢ່າງ​ໃດ​ເທື່ອ​ໃນ​ເລື່ອງ​ນີ້.

ວີດິໂອກ່ຽວກັບຂ່າວນີ້:

Kerry: China Taking Firm Steps on North Korea Denuclearization
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG