ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມເສດຖະກິດອາຊ່ຽນ ຢູ່ຮ່າໂນ່ຍ


ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyễn Tấn Dũng
ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyễn Tấn Dũng

ລັດຖະມົນຕີເສດຖະກິດ ຈາກ 10 ປະເທດ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ຫລືສະມາ ຄົມອາຊ່ຽນກຳລັງປະຊຸມກັນຢູ່ ທີ່ຫວຽດນາມ ເພື່ອສົນທະນາ ຫາລື ກ່ຽວກັບການສ້າງຕັ້ງປະ ຊາຄົມເສດຖະກິດຢູ່ໃນຂົງເຂດ ທີ່ມີລັກສະນະແບບດຽວກັນ ກັບສະຫະພາບຢູໂຣບ.

ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung ກ່າວໃນຄຳປາໄສ​ ໄຂກອງ ປະຊຸມ ໃນວັນພຸດວານນີ້ວ່າ ຂົງເຂດເອເຊຍຕາເວັນອອກສຽງໃຕ້ ພວມກ້າວເຂົ້າ​ໃກ້ຫຼາຍຂຶ້ນ ສູ່ເປົ້າໝາຍ ໃນການສ້າງຕັ້ງ ຕະຫຼາດນຶ່ງດຽວຂຶ້ນ ພາຍໃນປີ 2015 ນັ້ນ.

ທ່ານໄດ້ຮຽກຮ້ອງ ໃຫ້ມີການຮ່ວມມືກັນເພີ້ມຂຶ້ນໃນບັນດາປະເທດສະມາຊິກຂອງສະມາຄົມ ອາຊ່ຽນ ແລະບັນດາປະເທດຄູ່ການຄ້າ ເພື່ອເອົາຊະນະ ຕໍ່ບັນຫາທ້າທາຍ ທີ່ອາດມີຂຶ້ນ ເຊັ່ນ ຄວາມບໍ່ທຸ່ນທ່ຽງ ທາງດ້ານເສດຖະກິດ ໄພພິບັດທຳມະຊາດ ແລະການປ່ຽນແປງ ຂອງດິນຟ້າອາກາດ.

ສ່ວນເລຂາທິການໃຫຍ່ ຂອງສະມາຄົມອາຊ່ຽນ ທ່ານສຸຣິນ ພິດສຸວັນ ໃຫ້ຂໍ້ສັງເກດວ່າ ເຂດເອເຊຍຕາເວັນອອກສຽງໃຕ້ພວມຟື້ນໂຕຄືນ ຈາກສະພາບເສດຖະກິດຊັກຊ້າລົງຂອງ ໂລກ ແລະເວົ້າວ່າ ບາງປະເທດສາມາດດຶງດູດເອົາການລົງທຶນເພີ້ມຂຶ້ນ ແຕ່ທ່ານກໍເຕືອນ ວ່າ ການລົງທຶນໂດຍກົງ ຂອງຕ່າງປະເທດ ເພີ້ມຕື່ມນັ້ນ ແມ່ນຈະກາງຕໍ່ ສະພາບການ ຟື້ນໂຕຄືນ ຂອງເສດຖະກິດໂລກ.

ຫວຽດນາມ ເປັນເຈົ້າພາບ ຈັດກອງປະຊຸມປະຈຳປີ ຂອງລັດຖະມົນຕີ ເສດຖະກິດອາຊ່ຽນ ໃນປີນີ້ ທີ່ເມືອງທ່າດານັງ.

ສະມາຄົມອາຊ່ຽນ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1967 ແລະປັດຈຸບັນນີ້ມີສະມາຊິກປະກອບ ດ້ວຍ ບຣູນາຍ ມຽນມາ ກຳປູເຈຍ ອິນໂດເນເຊຍ ສປປ ລາວ ມາເລເຊຍ ຟີລິບປິນ ສິງກະໂປ ໄທ ແລະ ຫວຽດນາມ.

ສ່ວນ​ກຸ່ມທີ່ເອີ້ນວ່າ ຄູ່ເຈລະຈາ ຂອງອາຊ່ຽນນັ້ນ ແມ່ນຮວມທັງຈີນ ຍີ່ປຸ່ນ ເກົາຫຼີໃຕ້ ອອສເຕຣເລຍ ອິນເດຍ ນິວຊີແລນ ຣັດເຊຍ ສະຫະພາບຢູໂຣບ ສະຫະລັດ ແລະ ການາດາ.

XS
SM
MD
LG