ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊຽນ ສ້າງຕັ້ງ 'ປະຊາຄົມ' ທີ່ປະກອບດ້ວຍ ປະຊາກອນ ຫົກຮ້ອຍກວ່າ ລ້ານຄົນ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye (ກາງ) ເຂົ້າຮ່ວມຖ່າຍຮູບ ກັບບັນດາຜູ້ນຳ ຂອງອາຊຽນ ໃນລະຫວ່າງ ກອງປະຊຸມສຸດຍອດ ASEAN-Republic of Korea ຄັ້ງທີ 17 ຢູ່ທີ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27th (ASEAN) ຢູ່ທີນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ, ວັນທີ 22 ພະຈິກ 2015.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye (ກາງ) ເຂົ້າຮ່ວມຖ່າຍຮູບ ກັບບັນດາຜູ້ນຳ ຂອງອາຊຽນ ໃນລະຫວ່າງ ກອງປະຊຸມສຸດຍອດ ASEAN-Republic of Korea ຄັ້ງທີ 17 ຢູ່ທີ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27th (ASEAN) ຢູ່ທີນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ, ວັນທີ 22 ພະຈິກ 2015.

ບັນດາຜູ້ນຳຂອງສິບປະເທດ ທີ່ເປັນສະມາຊິກ ປະຊາຄົມປະ
ເທດເອເຊຍ ຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ລົງນາມຮ່ວມ
ກັນ ເພື່ອສ້າງຕັ້ງປະຊາຄົມ ເສດຖະກິດ ການເມືອງ ຄວາມໝັ້ນ
ຄົງ ແລະ ສັງຄົມ-ວັດທະນະທຳ ຢ່າງເປັນທາງການ ໃນວັນອາ
ທິດມື້ນີ້.

ເຈົ້າພາບຈັດກອງປະຊຸມສຸດຍອດ ນາຍົກລັດຖະມົນຕີ ມາເລເຊຍ
ທ່ານ Najib Razak ກ່າວຢູ່ທີ່ພິທີລົງນາມ ໃນຖະແຫລງການດັ່ງ
ກ່າວ ເຊິ່ງມີເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ
Ban Ki-moon ເປັນສັກຂີພິຍານ ວ່າ “ແນວທາງອາຊຽນຂອງ
ພວກເຮົາ ໄດ້ນຳພາພວກເຮົາ ແລະ ສືບຕໍ່ເປັນເຂັມທິດໃຫ້ພວກ
ເຮົາ ໃນຂະນະທີ່ ພວກເຮົາ ຫາທາງທີ່ຈະເຮັດໃຫ້ມີ ການເມືອງທີ່ໜຽວແໜ້ນ ເສດຖະ
ກິດທີ່ເປັນອັນນຶ່ງອັນດຽວ ສັງຄົມທີ່ມີຄວາມຮັບຜິດຊອບ ແລະ ຫັນໄປສູ່ປະຊາຊົນ ຢ່າງ
ແທ້ຈິງ ອາຊຽນທີ່ເປັນສູນກາງ ການປົກຄອງ ດ້ວຍປະຊາຊົນ ເປັນພື້ນຖານ.”

ທ່ານ Najib ໄດ້ສັນລະເສີນ ການຈັດຕັ້ງຂອງປະຊາຄົມອາຊຽນ ວ່າ “ເປັນຂີດໝາຍ
ຂອງຄວາມສຳເລັດ”
ຫຼາຍກວ່າສິບສອງປີຜ່ານມາ ຫຼັງຈາກວິໄສທັດ ໄດ້ຖືກນຳສະເໜີ
ໃນເບືຶ້ອງຕົ້ນ.

ກຳແພງການເກັບພາສີອາກອນຫຼາຍໆຢ່າງ ໄດ້ຖືກລົບລ້າງອອກໄປແລ້ວ ພາຍໃນປະ
ເທດຂອງອາຊຽນ ແຕ່ຫາກວ່າ ພາກສ່ວນທາງດ້ານການເມືອງທີ່ລະອຽດອ່ອນ ຍັງຄົງ
ໄດ້ຮັບການປົກປ້ອງ ເຊັ່ນວ່າ ດ້ານກະສິກຳ ການຜະລິດແບບອັດໂຕໂນມັດ ແລະ
ເຫຼັກກ້າ.

ທ່ານ Najib ກ່າວອີກວ່າ “ບັດນີ້ ພວກເຮົາຕ້ອງຮັບປະກັນ ໃຫ້ມີການເຄື່ອນຍ້າຍ ຢ່າງ
ເສລີຂຶ້ນຕື່ມອີກ ແລະ ຍົກຍ້າຍກຳແພງທີ່ກີດກັນການຂະຫຍາຍໂຕ ແລະ ການລົງທຶນ
ຕ່າງໆອອກໄປ.”

ASEAN
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG