ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຂອງອ່າຊຽນ ຟື້ນໂຕຄືນ


ກອງປະຊຸມສຸດຍອດກຸ່ມອາຊຽນ
ກອງປະຊຸມສຸດຍອດກຸ່ມອາຊຽນ

ອົງການ​ວ່າ​ດ້ວຍ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານ​ເສດ
ຖະກິດ​ກ່າວ​ວ່າ 6 ປະ​ເທດ​ໃນ​ພາກ​ຕາ​ເວັນ​ອອກ​ເອ​ເຊຍໄດ້
ຟື້ນ​ໂຕຄືນ​ແລ້ວ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ ດ້ວຍ​ອັດ
ຕາ​ການ​ເຕີບ​ໂຕ​ສະ​ເລ່ຍຫລາຍ​ກວ່າ7 ​ເປີ​ເຊັນ​ໃນ​ປີ​ນີ້.

ອົງການ​ທີ່​ມີ​ສໍານັກງານ​ໃຫຍ່​ຕັ້ງ​ຢູ່​ໃນ​ກຸງ​ປາຣີ ກ່າວ​ຢູ່​ໃນ
ລາຍ​ງານ​ສະບັນ​ນຶ່ງ​ທີ່​ເປີດ​ເຜີຍອອກ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ການ​ເສດຖະກິດ​ຂອງອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ຟີລິບ​ປິນ
ສິງກະ​ໂປ ​ໄທ​ແລະ​ຫວຽດນາມ ຄາດ​ວ່າ​ຈະ​ເຕີບໂຕ​ຂຶ້ນ​ໃນ ​ອັດຕາ​ສະ​ເລ່ຍ 7.3 ​ເປີ​ເຊັນ ​ໃນ​ປີ 2010 ນີ້.

6 ປະ​ເທດ​ນີ້​ທັງ​ໝົດ​ເປັນ​ສະມາຊິກ​ຂອງ​ກຸ່ມ​ອາ​ຊຽນ.ການ​ເສດຖະ
ກິດ​ຂອງ​ສິງກະ​ໂປ​ກໍາລັງ​ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ​ສູງ​ກວ່າ​ໝູ່ຊຶ່ງ​ຄາດ​ວ່າ​ຈະ​ຢູ່​ໃນ​ອັດຕາ 14 ​ເປີ
ເຊັນໃນ​ປີ​ນີ້. ຟີ​ລິບ​ປິນຊຶ່ງ​ຢູ່​ໃນ​ລະດັບ​ຕໍ່າ​ສຸດ​ຂອງ​ບັນຊີ ຄາດ​ວ່າ​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ 6 ​ເປີ​ເຊັນ.

ທັດສະນະ​ຂອງອົງການ OECD ກ່າວ​ວ່າ ການ​ເສດຖະກິດ​ຂອງ​ພວກ 6 ປະ​ເທດ​ເຫລົ່າ​ນີ້
ຍັງ​ຄາດ​ເຊ່ັນກັນ​ວ່າ ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ໄລຍະ 5 ປີຂ້າງ​ໜ້າ​ນີ້​ໃນ​ອັດຕາ​ສະ​ເລ່ຍ 6 ​ເປີ​ເຊັນ.

ທ່ານ Kiichiro Fukasaku ນັກ​ເສດຖະສາດ​ປະ​ຈໍາ​ສູນ​ກາງ​ພັດທະນາ​ຂອງອົງການ
OECD ທີ່​ກຸງ​ໂຕ​ກຽວ ກ່າວ​ວ່າ ການ​ຮວມ​ໂຕ​ເຂົ້າກັນ​ຂອງ​ຂົງ​ເຂດ​ແລະ​ຄວາມ​ພະຍາຍາມ​
ຕ່າງໆ​ໃນ​ທ້ອງ​ຖິ່ນ ຈະ​ສາມາດ​ເຮັດໃຫ້ການເຕີບ​ໂຕ​ຂອງ​ເສດຖະກິດ​ທຸ່ນ​ທ່ຽງ​ຫລາຍ​ຂຶ້ນ​ໃນ
ຂົງ​ເຂດ​ ໃນ​ອີກຫລາຍ​ປີ​ ທີ່​ຈະ​ມາ​ເຖິງ​ນີ້.

ອົງການ OECD ຍັງ​ຮຽກຮ້ອງ​ໃຫ້​ກຸ່ມ​ອາ​ຊຽນດໍາ​ເນີນ​ການ​ສົ່ງ​ອອກ​ຂອງ​ຕົນ​ໃຫ້​ມີ​ຫລາຍ
ຂຶ້ນ ​ແລະໃຫ້​ປັບປຸງ​ໂຄງ​ລ່າງ​ພື້ນຖານ​ຂອງ​ຕົນ​ໃຫ້​ດີຂຶ້ນ ​ເພື່ອ​ລົດ​ຜ່ອນ​ຄ່າ​ຂົນສົ່ງ​ສິນຄ້າ​ທີ່​
ສູງ​ນັ້ນ​ລົງ.

XS
SM
MD
LG