ບັນດາລັດຖະມົນຕີການຕ່າງປະເທດຂອງສະມາຄົມປະຊາ
ຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ກ່າວ
ໃນມື້ວັນຈັນສັບປະດາແລ້ວນີ້ວ່າ ພວກທ່ານຈະສົນທະນາ
ຫາລືກັນກ່ຽວກັບບັນຫາທາງດ້ານການເມືອງ ແລະຄວາມ
ໝັ້ນຄົງ ເວລາພວກທ່ານພົບປະກັບປະເທດຄູ່ເຈລະຈາໃນ
ກອງປະຊຸມສຸດຍອດເຂດເອເຊຍຕາເວັນອອກຊຶ່ງຈະມີຂຶ້ນ
ໃນທ້າຍປີນີ້.
ແຕ່ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ທ່ານ
Marty Natalegawa ກ່າວວ່າ ນຶ່ງໃນບັນຫາທີ່ກໍ່ໃຫ້
ເກີດການໂຕ້ຖຽງກັນຫຼາຍທີ່ສຸດ ທີ່ໄດ້ຍົກຂຶ້ນມາສົນທະ
ນາຫາລືກັນ ໃນປີກາຍນີ້ ຄືບັນຫາເຂດທະເລຈີນໃຕ້ນັ້ນ
ບໍ່ໄດ້ຢູ່ໃນຫົວຂໍ້ປະຊຸມ.
ຈີນອ້າງວ່າຕົນມີອະທິປະໄຕເໜືອອານາບໍລິເວນເກືອບ
ທັງໝົດ ຂອງທະເລຈີນໃຕ້ ຮວມທັງເຂດແດນທີ່ໄຕ້ຫວັນ
ແລະບັນດາປະເທດສະມາຊິກອາຊ່ຽນ ຄືບຣູນາຍ ມາເລເຊຍ ຟີລິບປິນ ແລະຫວຽດ
ນາມ ຕ່າງກໍໄດ້ອ້າງກຳມະສິດນັ້ນ.
ຈີນແລະຫວຽດນາມໄດ້ສູ້ລົບກັນມາແລ້ວເອົາໝູ່ເກາະນ້ອຍໆໃນບໍລິເວນທີ່ມີການ ຂັດແຍ້ງ ແລະກອງທັບເຮືອຂອງປັກກິ່ງກໍໄດ້ເພີ່ມການປະຕິບັດງານຢູ່ໃນເຂດດັ່ງ ກ່າວທີ່ເຊື່ອກັນວ່າ ອຸດົມສົມບູນໄປດ້ວຍນໍ້າມັນ ແລະຕັ້ງຢູ່ໃກ້ໆກັບເສັ້ນທາງເດີນເຮືອທີ່ສຳຄັນ.
ໃນຕອນທ້າຍຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງສະມາຄົມອາຊ່ຽນ ໃນມື້
ວັນຈັນແລ້ວນີ້ ທ່ານ Natalegawa ກ່າວວ່າ ບັນຫາທາງທະເລບາງບັນຫາຈະມີການສົນ
ທະນາຫາລືກັນ ຢູ່ທີ່ກອງປະຊຸມສຸດຍອດ ແຕ່ບັນຫາຂັດແຍ້ງໃນເຂດທະເລຈີນໃຕ້ ຈະບໍ່ມີ
ຮວມຢູ່ໃນນັ້ນນອກຈາກວ່າໄດ້ເກີດການປະທະກັນຄັ້ງໃໝ່ຂຶ້ນ.
ທ່ານ Natalegawa ກ່າວວ່າ "ບັນຫາທາງທະເລເຫຼົ່ານັ້ນຈະຮວມທັງເຂດທະເລ
ຈີນຕອນໃຕ້ຫຼືບໍ່ແມ່ນຂຶ້ນຢູ່ກັບວ່າ ພວກເຮົາຢູ່ບ່ອນໃດເວລາພວກຜູ້ນຳພົບປະ
ກັນຫວັງວ່າທຸກສິ່ງທຸກຢ່າງຫງຽບສະຫງົບແລະມີຄວາມທຸ່ນທ່ຽງ ແລະດັ່ງນັ້ນ
ຈຶ່ງບໍ່ມີຄວາມຈຳເປັນທີ່ຈະນຳເອົາບັນຫາດັ່ງກ່າວຂຶ້ນມາໂອ້ລົມກັນໃນກອງປະ ຊຸມສຸດຍອດເຂດເອເຊຍຕາເວັນອອກ."
ກອງປະຊຸມສຸດຍອດໃນເຂດເອເຊຍຕາເວັນອອກ ແມ່ນການພົບປະຂອງພວກຜູ້ນຳ 10
ປະເທດສະມາຊິກອາຊ່ຽນ ບວກອອສເຕຣເລຍ ຈີນ ອິນເດຍ ຍີ່ປຸ່ນ ນິວຊີແລນແລະເກົາ
ຫຼີໃຕ້.
ທີ່ກອງປະຊຸມສຸດຍອດຂອງສະມາຄົມອາຊ່ຽນໃນປີກາຍນີ້ ລັດຖະມົນຕີການຕ່າງປະເທດ
ສະຫະລັດທ່ານນາງ Hillary Clinton ກ່າວວ່າ ການແກ້ໄຂຢ່າງສັນຕິຕໍ່ບັນຫາຂັດແຍ້ງ
ໃນເຂດທະເລຈີນໃຕ້ ກໍນອນຢູ່ໃນຜົນປະໂຫຍດ ຂອງວໍຊິງຕັນຄືກັນຊຶ່ງໄດ້ພາໃຫ້ມີການ
ກ່າວຕອບໂຕ້ຢ່າງແຂງຂັນຈາກຈີນ.
ຣັດເຊຍແລະສະຫະລັດໄດ້ໄປຮ່ວມກອງປະຊຸມສຸດຍອດດັ່ງກ່າວໃນຖານະຜູ້ສັງ ເກດການ
ໃນປີກາຍ ແຕ່ໃນປີນີ້ ຈະເປັນຜູ້ມີສ່ວນຮ່ວມຢ່າງເຕັມທີ່. ບາງປະເທດສະມາຊິກຂອງອາ
ຊ່ຽນ ຕ້ອງການຢາກໃຫ້ເປັນທີ່ແນ່ໃຈວ່າ ຫົວຂໍ້ຂອງພວກເຂົາເຈົ້າ ເປັນທີ່ຄອບງຳໃນກອງ
ປະຊຸມສຸດຍອດເຂດເອເຊຍຕາເວັນອອກ ແລະບໍ່ແມ່ນຈະໄດ້ຮັບການເພີກຖອນ ຍ້ອນເປັນ
ທີ່ວິຕົກກັງວົນຂອງປະເທດຄູ່ເຈລະຈາທີ່ມີອິດທິພົນຂອງອາຊ່ຽນ.
ທ່ານ Natalegawa ກ່າວວ່າ ບັນດາລັດຖະມົນຕີຂອງສະມາຄົມອາຊ່ຽນໄດ້ຕົກ ລົງກັນ
ໃນມື້ວັນຈັນແລ້ວນີ້ວ່າວິທີນຶ່ງທີ່ຈະດຳເນີນການດັ່ງກ່າວໄດ້ກໍຈະແມ່ນຫາລືກັນແຕ່ໃນບັນ ຫາທີ່ເຂົາເຈົ້າມີທ່າທາຮ່ວມກັນທໍ່ນັ້ນ ຫຼືເປັນເຫດການທີ່ເກີດຂຶ້ນໃນເວລານັ້ນທີ່ບໍ່ສາມາດ
ເມີນເສີຍໄດ້.
ນອກນັ້ນລັດຖະມົນຕີການຕ່າງປະເທດຂອງອາຊ່ຽນຍັງໄດ້ສົນທະນາຫາລືກ່ຽວກັບການ ເຄື່ອນໄຫວໄປສູ່ປະຊາທິປະໄຕຂອງມຽນມາຫຼັງຈາກການເຂົ້າກຳອຳນາດພຽງແຕ່ໃນນາມ ຂອງລັດຖະບານພົນລະເຮືອນແທນລັດຖະບານທະຫານໃນເດືອນມີນາຜ່ານມານີ້.
ທ່ານ Natalegawa ກ່າວວ່າ ລັດຖະມົນຕີການຕ່າງປະເທດມຽນມາ ທ່ານ Wunna
Maung Lwin ກ່າວຕໍ່ກອງປະຊຸມວ່າ ມຽນມາແມ່ນເປີດກວ້າງເພື່ອການຕິດຕໍ່ກັບທຸກໆ
ຝ່າຍຢູ່ໃນປະເທດ ຮວມທັງຜູ້ນຳປະຊາທິປະໄຕຂອງມຽນມາທ່ານນາງອອງຊານຊູຈີ.
ທ່ານ Natalegawa ກ່າວວ່າ "ຂ້າພະເຈົ້າໄດ້ໂອ້ລົມໃນຫຼາຍໆໂອກາດ ບໍ່ແມ່ນ
ໃນນາມປະທານຂອງສະມາຄົມອາຊ່ຽນ ແຕ່ໃນນາມອິນໂດເນເຊຍ ກັບທ່ານ
ນາງອອງຊານຊູຈີ. ຂ້າພະເຈົ້າຮູ້ດີວ່າທ່ານນາງພວມຊອກຫາຊ່ອງທາງທີ່ຈະ
ທຳການຕິດຕໍ່ກັບລັດຖະບານໃໝ່ຂອງມຽນມາ ດັ່ງນັ້ນພວກເຮົາຈຶ່ງຢາກເຫັນ ວ່າລັດຖະບານຊຸດໃໝ່ມີທັດສະນະເຊັ່ນນັ້ນຄືກັນຫຼັງຈາກນັ້ນການຕິດຕໍ່ທີ່ວ່າ
ນີ້ກໍຄວນຈະມີຂຶ້ນໃນຄວາມເປັນຈິງ ແລະບໍ່ເປັນພຽງແຕ່ຄວາມຕັ້ງໃຈທໍ່ນັ້ນ."
ທ່ານ Natalegawa ກ່າວວ່າ ບັນດາລັດຖະມົນຕີຂອງສະມາຄົມອາຊ່ຽນ ຍັງໄດ້ສົນ
ທະນາຫາລືກັນ ກ່ຽວກັບບັນຫາຂັດແຍ້ງຢ່າງຮ້າຍແຮງໃ ນເດືອນກຸມພາຜ່ານມາລະ
ຫວ່າງກຳປູເຈຍແລະປະເທດໄທ ເວລາກອງທັບຂອງປະເທດທັງສອງ ໄດ້ຍິງໂຕ້ຕອບ
ກັນດ້ວຍປືນໃຫຍ່ແລະປືນກົນທີ່ເຮັດໃຫ້ທັງສອງຝ່າຍມີຜູ້ເສຍຊີວິດຫຼາຍໆຄົນ.
ອິນໂດເນເຊຍ ໃນຖານະປະທານວຽນຂອງສະມາຄົມອາຊ່ຽນໄດ້ໄກ່ເກ່ຍໃຫ້ບັນລຸຂໍ້
ຕົກລົງສະບັບນຶ່ງ ທີ່ສົ່ງຄະນະສັງເກດການໄປຍັງບໍລິເວນຊາຍແດນທີ່ມີການຂັດແຍ້ງ ເພື່ອຕິດຕາມເບິ່ງສະຖານະການແລະການຢຸດຍິງທີ່ບໍ່ເປັນທາງການ.
ແຕ່ທ່ານ Natalegawa ກ່າວໃນມື້ວັນຈັນແລ້ວນີ້ວ່າ ການສົ່ງຄະນະສັງເກດການໄປ
ຍັງບໍລິເວນທີ່ມີການຂັດແຍ້ງໄດ້ມີການຊັກຊ້າ ຍ້ອນການບໍ່ລົງຮອຍກັນ ກ່ຽວກັບວ່າ ເຂດໃດຄວນໄດ້ຮັບອະນຸຍາດໃຫ້ມີການສັງເກດການໄດ້.