ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊຽນແລະອີຢູ ຮ່ວມມືກັນ ຮັບມືກັບໄພທໍາມະຊາດ.


ທ່ານນາງ Kristalina Georgieva, ຫົວໜ້າຊ່ອຍເຫລືອດ້ານມະນຸດ
ສະທໍາແລະຮັບມືກັບວິກິດການຂອງສະຫະພາບຢູໂຣບ.
ວັນທີ 13 ກັນຍາ 2011.
ທ່ານນາງ Kristalina Georgieva, ຫົວໜ້າຊ່ອຍເຫລືອດ້ານມະນຸດ ສະທໍາແລະຮັບມືກັບວິກິດການຂອງສະຫະພາບຢູໂຣບ. ວັນທີ 13 ກັນຍາ 2011.
























ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ຢູ​ໂຣບ​ແລະ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ໃຫ້​ຄໍາ​ໜັ້ນສັນຍາ​ວ່າ​ ຈະ​ດໍາ​ເນີນ​ງານ​ຮ່ວມ​ກັນ​ຢ່າງ​ໃກ້ຊິດ​ຂຶ້ນ​ເພື່ອ​ປົກ​ປ້ອງ​ແລະ​ຮັບມືກັບໄພ​ພິບັດທໍາ​ມະ​ຊາດ​ຕ່າງໆ​ນັ້ນ.

ທ່ານ​ນາງ Kristalina Georgieva ຫົວໜ້າ​ຊ່ອຍ​ເຫລືອ​ທາງ​ດ້ານ​ມະນຸດສະ​ທໍາແລະ​ຮັບມືກັບວິ​ກິດ​ການຂອງ​ສະຫະພາບ​ຢູ​ໂຣບປະກາດ​ໃຫ້ ຊາບກ່ຽວກັບຂໍ້​ຕົກລົງ​ດັ່ງກ່າວໃນ​ວັນ​ຈັນ​ວານ​ນີ້​ ຫລັງ​ຈາກ​ທໍາ​ການ​ພົບ​ປະ​ຫາລື​ກັນ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອາຊຽນ ທີ່​ອິນ​ໂດ​ເນ​ເຊຍ. ທ່ານ​ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ກຸ່ມອາຊຽນໄດ້​ເປັນ​ຜູ້ຕາງໜ້າ​ຂອງກຸ່ມ​ເຂົ້າ​ຮ່ວມ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ນີ້.

ທ່ານ​ນາງ Georgieva ​ໃຫ້​ຂໍ້​ສັງ​ເກດ​ວ່າ ເຂດ​ເອ​ເຊັຍ​ຕາ​ເວັນ​ອອກສຽງ​ໃຕ້​ມີຄວາມຫຼໍ່ແຫຼມ
ເປັນພິເສດຈາກ​ໄພ​ພິບັດ​ເຫລົ່ານີ້ ຍ້ອນ​ມີ​ພົນລະ​ເມືອງ​ຢ່າງ​ໜາ​ແໜ້ນ​ແລະ​ຕັ້ງ​ຢູ່​ໃນ​ຂົງ​ເຂດ​
ທີ່​ມັກ​ເກີດໄພ​ແຜ່ນ​ດິນ​ໄຫວ​ ຄື້ນຟອງ​ສຸ​ນາ​ມິ ​ແລະ​ພູ​ໄຟນັ້ນ. ນອກ​ນັ້ນ​ທ່ານ​ນາງຍັງ​ກ່າວ
ຕື່ມວ່າ ພາກ​ພື້ນ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເສຍ​ຫາ​ຍ 91 ​ເປີ​ເຊັນ​ຂອງ​ຈໍານວນ​ພວກ​ທີ່​ເສຍ​ຊີວິດ
​ໄປ ​ແລະ 49 ​ເປີ​ເຊັນ​ຂອງ​ຄວາມ​ເສຍຫາຍ​ດ້ານ​ເສດຖະກິດ​ຈາກໄພພິບັດທໍາ​ມະ​ຊາດ​ຕ່າງໆ​
ໃນ​ຮອບ​ 30 ປີຜ່ານມາ​ນີ້.

XS
SM
MD
LG