ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ລມຕ ປ້ອງກັນ ຈາກ 18 ປະເທດ ທີ່ຮ່າໂນ່ຍ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ປະຊຸມກັບລັດຖະມົນຕີປ້ອງກັນຈາກກຸ່ມອາຊ່ຽນ ກັບອີກ 5 ປະເທດ ທີ່ນະຄອນຫຼວງຮ່າໂນ່ຍ ຂອງຫວຽດນາມ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ປະຊຸມກັບລັດຖະມົນຕີປ້ອງກັນຈາກກຸ່ມອາຊ່ຽນ ກັບອີກ 5 ປະເທດ ທີ່ນະຄອນຫຼວງຮ່າໂນ່ຍ ຂອງຫວຽດນາມ.

ສະຫະລັດເຕືອນວ່າ ກໍລະນີພິພາດເລື່ອງດິນແດນຢູ່ໃນ
ນ່ານນໍ້າຂອງເອເຊຍ ພວມເປັນບັນຫາທ້າທາຍ ທີ່ທະວີ
ຂຶ້ນນັບ​ມື້ ຕໍ່ສະເຖຍລະພາບແລະຄວາມວັດທະນາຖາ
ວອນຢູ່ໃນຂົງເຂດ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ
Robert Gates ກ່າວຕໍ່ກອງປະຊຸມລັດຖະມົນຕີປ້ອງ
ກັນປະເທດຈາກ 18 ປະເທດ ທີ່ນະຄອນຫຼວງຮ່າໂນ່ຍ
ໃນວັນອັງຄານມື້ນີ້ວ່າ ການອ້າງກຳມະສິດເຫຼົ່ານີ້ຄວນ
ຈະໄດ້ຮັບການແກ້ໄຂຢ່າງສັນຕິ ໂດຍປາດສະຈາກບັງຄັບ
ຂູ່ເຂັນໃດໆ. ທ່ານໄດ້ກ່າວຢໍ້າເຖິງການຮຽກຮ້ອງຂອງ
ສະຫະລັດ ທີ່ຢາກໃຫ້ມີການເດີນເຮືອ​ໄດ້ຢ່າງເສລີ ຢູ່ໃນ
ເຂດນ່ານນໍ້ານາໆຊາດ.

ເຖິງ​ແມ່ນໄດ້ມີການເຕືອນດັ່ງກ່າວ ພວກຜູ້ແທນທີ່ໄປຮ່ວມ​
ໃນກອງປະຊຸມ ເທື່ອທຳອິດ ຂອງລັດຖະມົນຕີປ້ອງກັນ
ປະເທດອາຊ່ຽນແລະ 8 ປະເທດຄູ່ເຈລະຈາ ກໍລາຍງານ
ວ່າ ໄດ້ມີການຫຼຸດລົງ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ ​ໃນຄວາມເຄັ່ງຕຶງກ່ຽວກັບບັນຫາຂັດແຍ້ງ ໃນເຂດທະເລຈີນໃຕ້ນັ້ນ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນ ທ່ານ Liang Quanglie ໃຫ້ການຄໍ້າປະກັນ
ຕໍ່ພວກຜູ້ແທນທີ່ໄປຮ່ວມປະຊຸມວ່າ ການພັດທະນາທາງທະຫານຂອງຈີນ ແມ່ນຢູ່ໃນຮູບຂອງ
ການປ້ອງກັນ ແລະບໍ່ໄດ້ມີ​ເປົ້າ​ໝາຍ ​ເພື່ອທ້າທາຍ ຫຼືຂົ່ມຂູ່ຕໍ່ປະເທດໃດທັງ​ນັ້ນ.

ແລະຫວຽດນາມ ຊຶ່ງເປັນປະເທດເຈົ້າພາບ ໄດ້ປະກາດໃຫ້ຊາບວ່າ ຈີນ​ໄດ້​ປ່ອຍຊາວປະມົງ 9 ຄົນ ທີ່ຖືກຈີນຈັບຢູ່ໃກ້ໆໝູ່ເກາະທີ່ມີການອ້າງກຳມະສິດ ທັງຈີນແລະຫວຽດນາມນັ້ນ​ແລ້ວ.

XS
SM
MD
LG