ເຈົ້າໜ້າທີ່ສະຫະລັດກ່າວວ່າ ລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານນາງ Hillary Clinton ໄດ້ຮັບການຄໍ້າປະ
ກັນຈາກຄູ່ຕຳແໜ່ງຝ່າຍຈີນ ກ່ຽວກັບນະໂຍບາຍ ຂອງປັກ
ກິ່ງ ໃນການສົ່ງອອກແຮ່ທາດທີ່ຫາຍາກ ທີ່ຈຳເປັນສຳລັບ
ອຸດສາຫະກຳຮາຍເທັກ.
ເຈົ້າໜ້າທີ່ກ່າວວ່າ ທ່ານນາງ Clinton ໄດ້ຍົກເອົາບັນຫານີ້
ຂຶ້ນມາໂອ້ລົມກັບ ລັດຖະມົນຕີ ການຕ່າງປະເທດຈີນທ່ານ
Yang Jiechi ໃນວັນເສົາມື້ນີ້ຢູ່ຂ້າງນອກກອງປະຊຸມສຸດ
ຍອດ ເອເຊຍຕາເວັນອອກ ທີ່ນະຄອນຫຼວງຮ່າໂນ່ຍຂອງ
ຫວຽດນາມ.
ເຈົ້າໜ້າທີ່ບໍ່ໄດ້ໃຫ້ການອະທິບາຍຢ່າງເຈາະຈົງວ່າແມ່ນການຄໍ້າປະກັນແນວໃດ ແຕ່ຈີນ ກ່າວໃນສັບປະດານີ້ວ່າຕົນຈະບໍ່ໃຊ້ການສົ່ງອອກແຮ່ທາດທີ່ຫາຍາກເປັນ ເຄື່ອງຕໍ່ຮອງກັບ ປະເທດຕ່າງໆ.
ນອກນັ້ນທ່ານນາງ Clinton ຍັງໄດ້ກ່າວໃນຄຳປາໄສວ່າ ບັນຫາຂັດແຍ້ງທາງທະເລ ຄວນໄດ້ຮັບການແກ້ໄຂອີງຕາມກົດໝາຍນາໆຊາດ.
ການພົບປະລະຫວ່າງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ແລະນາຍົກລັດຖະ ມົນຕີຈີນ ທ່ານ Wen Jiabao ໄດ້ຖືກຍົກເລີກໃນມື້ວານນີ້ຫຼັງຈາກຍີ່ປຸ່ນໄດ້ຍົກເອົາບັນ ຫາໝູ່ເກາະ ທີ່ມີການຂັດແຍ້ງຂຶ້ນມາສົນທະນາຫາລືໃນການພົບປະລະຫວ່າງລັດຖະມົນຕີ ການຕ່າງປະເທດ ຂອງປະເທດທັງສອງ.