ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກຊ່ຽວຊານ ຂອງອາຊ່ຽນ ປະຊຸມກັນ ທີ່ຟີລິບປິນ


ແຜນທີ່ທະເລຈີນໃຕ້
ແຜນທີ່ທະເລຈີນໃຕ້

ພວກນັກຊ່ຽວຊານກ່ຽວກັບການເດີນເຮືອນທາງທະເລທີ່ມາຈາກທົ່ວເຂດເອເຊຍຕາເວັນອອກ
ສຽງໃຕ້ກຳລັງປະຊຸມກັນທີ່ກຸງມະນີລາເພື່ອປຶກສາຫາລືກ່ຽວກັບຂໍ້ສະເໜີຂອງຟີລິບປິນທີ່ຢາກ ໃຫ້ມີການຫຼີກລ້ຽງການເກີດບັນຫາຂັດແຍ້ງໃນອະນາຄົດຢູ່ໃນເຂດທະເລຈີນໃຕ້.

ການພົບເຫັນຂອງພວກນັກຊ່ຽວຊານດັ່ງກ່າວຈະຖືກນຳສະເໜີຕໍ່ພວກເຈົ້າໜ້າທີ່ອະວຸໂສຂອງ ສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ຊຶ່ງຈະເປັນຜູ້ອອກ
ຄຳແນະນຳຕ່າງໆກ່ອນໜ້າກອງປະຊຸມສຸດຍອດຂອງສະມາຄົມອາຊ່ຽນໃນເດືອນພະຈິກຈະມາ
ນີ້.

ຮອງປະທານາທິບໍດີຂອງຟີລິບປິນ ທ່ານ Jejomar Binay ກ່າວຕໍ່ພວກນັກຊ່ຽວຊານວ່າ
ທ່ານມີຄວາມຫວັງໄປໃນແງ່ດີທີ່ວ່າວຽກງານຂອງພວກເຂົາເຈົ້າໃນທີ່ສຸດກໍຈະຫຼຸດຜ່ອນຄວາມ
ເຄັ່ງຕຶງຢູ່ໃນເຂດທະເລຈີນໃຕ້ ບ່ອນທີ່ຈີນ ໄຕ້ຫວັນ ແລະອີກ 4 ປະເທດສະມາຊິກຂອງ
ອາຊ່ຽນຕ່າງກໍໄດ້ອ້າງກຳມະສິດກວມກັນນັ້ນ.

ແຕ່ພວກນັກການທູດຂອງຟີລິບປິນ 2 ຄົນກ່າວຕໍ່ອົງການຂ່າວເອພີວ່າ ຟີລິບປິນໄດ້ຮັບການ
ຄັດຄ້ານ ກ່ຽວກັບກອງປະຊຸມເປັນເວລາ 2 ມື້ດັ່ງກ່າວ ຈາກຈີນຊຶ່ງໄດ້ອ້າງເອົາກຳມະສິດໃນ
ເຂດທະເລຈີນໃຕ້ທັງໝົດເປັນຂອງຕົນ.

XS
SM
MD
LG