ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຊ່ຽນອາດໄດ້ຮັບປະໂຫຍດ ຈາກການປັບຄ່າຂອງເງິນຢວນຂອງຈີນ


ບັນດາ​ເສດຖະກິດ​ໃນ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສ່ຽງ​ໃຕ້ ອາດ​ສາມາດ​ຮວມຢູ່​ໃນ​ພວກ​ປະ​ເທດ​ທຳ​ອິດໆ ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ການ​ຕັດສິນ​ໃຈ​ຂອງ​ຈີນ ທີ່​ຈະ​ຢຸດ​ເຊົາ​​ວາງ​ອັດຕາ​ຕາຍ​ໂຕ​ສຳລັບເງິນ​ຢວນ ຂອງ​ຕົນ​ ​ໃນ​ການ​ແລກປ່ຽນ​ກັບ​ເງິນ​ດອນ​ລ່າ​ຂອງ​ສະຫະລັດ ​ແລະ​ປ່ອຍ​ໃຫ້​ຂຶ້ນໆ​ລົງໆ ​ໄດ້​ຢ່າງ​ກ້ວາ​ງຂວາງຂຶ້ນ​ນັ້ນ. ບັນດາ​ນັກວິ​ເຄາະ​ດ້ານ ການ​ເງິນ​ພາກັນ​ມອງເຫັນ​ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຖີບ​ຂຶ້ນ​ຂອງ​ສິນຄ້າ​ສົ່ງ​ອອກຈາກຂົງ​ເຂດ​ເອ​ເຊຍ​ອາຄະ​ເນນັ້ນ.

ຜ່ານ​ມາ ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສະມາຄົມ​ອາ​ຊ່ຽນ ກໍ​ຄື​ສະມາ ຄົມ​ປະຊາຊາດ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫລື​ເອ​ເຊຍ​ອາ​ຄະ​ເນນັ້ນ ​ພາກັນ​ຖື​ວ່າ​ປະ​ເທດ​ຈີນ​ເປັນ​ຄູ່​ແຂ່ງ​ຂອງ​ພວກຕົນ ຍ້ອນວ່າ​ອຸດສາ​ຫະກຳ ຕ່າງໆ​ຂອງ​ຈີນ ​ໄດ້​ຍາດ​ເອົາ​ສ່ວນ​ແບ່ງ​ຂອງ​ຕະຫລາດ​ໂລກ​ໄປ​ຫລາຍ​ກ່ວາ​.

ແຕ່​ວ່າ​ມາ​ບັດ​ນີ້ ຍ້ອນ​ການ​ຕັດສິນ​ໃຈຂອງ​ຈີນ​ເມື່ອ​ໄວໆ​ມາ​ນີ້ ທີ່​ຈະ​ປ່ອຍ​ໃຫ້​ອັດຕາ​ແລກປ່ຽນ​ຂອງ​ເງິນ​ຢວນ ປັບ​ປ່ຽນຂຶ້ນໆ​ລົງໆໄດ້ໃນ​ຂອບ​ເຂດ​ທີ່​ກ້ວາງຂວາງ​ກ່ວາ​ເກົ່ານັ້ນ ພາກ​ພື້ນ​ເອ​ເຊຍ​ອາຄະ​ເນ​ກໍ​ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຖ້າ​ຫາກ​ວ່າ​ຄ່າ​ຂອງ​ເງິນ​ຢວນຖີບ​ຂຶ້ນ. ນັກ​ເສດຖະສາດ ແລະ​ຜູ້ນຳ​ທຸລະ​ກິດ​ຫລາຍ​ຄົນຈາກ​ທົ່ວ​ໂລກ ​ໄດ້​ພາກັນ​ຈົ່ມ​ວ່າມາດົນ ນານແລ້ວ​ວ່າ ຈີນ​ໄດ້​ກົດຄ່າ​ຂອງ​ເງິນຕາ​ຂອງ​ຕົນ​ໃຫ້​ຕ່ຳ​ກ່ວາ​ທີ່ຄວນຈະ​ ເປັນ​ໃນ​ທ້ອງ​ຕະຫລາດ ຊຶ່ງ​ເຮັດ​ໃຫ້​ສິນຄ້າ​ຂອງ​ຈີນ​ມີ​ລາຄາ​ຖືກ​ກ່ວາ ຢູ່​ໃນ​ຕະຫລາດ​ໂລກ ​ແລະ​ເຮັດ​ໃຫ້​ສິນຄ້າ​ຈາກ​ຕ່າງປະ​ເທດ ມີ​ລາຄາ​ແພງ​ຂຶ້ນ​ຢູ່​ໃນ​ຈີນ.

ທ່ານ​ນາງ Tiziana Bonapace ນັກ​ເສ​ດຖະສາດ​ອາວຸ​ໂສ​ປະຈຳຄະ ນະກຳມາ​ທິການ​ເສດຖະກິດ​ແລະ​ສັງຄົມ ສຳລັບ​ຂົງ​ເຂດ​ເອ​ເຊຍ​ແລະ​ປາ ຊີ​ຟິກ ຫລື​ອົງການ ESCAP ຂອງ​ສະຫະ​ປະຊາ​ດ ມອງ​ເຫັນ​ຜົນ​ປະ​ໂຫຍ​ດ​ເຖິງ​ສອງ​ດ້ານ ສຳລັບ​ເອ​ເຊັຍ​ອາຄະ​ເນ ຖ້າ​ຫາກ​ວ່າ​ເງິນ​ຢວນ ຄ່ອຍໆ​ແຂງ​ຄ່າ​ຂຶ້ນ. ທ່ານ​ນາງ​ອະທິບາຍ​ວ່າ:

“ພວກ​ເສດຖະກິດເອ​ເຊຍ​ອາຄະ​ເນນັ້ນ ​ແຂ່ງຂັນ​ກັບປະ​ເທດ​ຈີນບົນ​ພື້ນ ຖານ​ຂອງ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ ຊຶ່ງວ່າ​ຜະລິດ​ຕະພັນ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ອະນາຄົດ​ສະ​ເພາະ​ໜ້ານັ້ນ ຈະ​ໄດ້​ປຽບ​ໃນ​ດ້ານ​ຄ່າໃຊ້​ຈ່າຍ ຍ້ອນ​ວ່າ​ມັນ​ຈະ​ມີ​ລາຄາ​ຖືກ​ລົງ​ກ່ວາ​ເກົ່າ ​ເພາະວ່າ​ເງິນ​ຢວນ​ໄດ້​ແຂງ​ຄ່າ​ຂຶ້ນ. ​ແລະການ​ເພິ່ມຂຶ້ນທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ ​ໃນ​ຄວາມ​ຮຽກຮ້ອງຕ້ອງ ການ​ສິນຄ້າ​ນຳ​ເຂົ້າຢູ່​ໃນຈີນ ກໍຈະ​ສົ່ງ​ຜົນ​ໃຫ້​ມີ​ການ​ເພິ່ມຂຶ້ນ​ໃນ​ສິນຄ້າ​ສົ່ງ​ອອກ ຈາກ​ພວກ​ປະ​ເທດ​ເອ​ເຊຍ​ອາຄະ​ເນ ​ໄປ​ຍັງ​ຈີນນັ້ນ.”

ເມື່ອ​ສອງ​ປີ​ກ່ອນ​ນີ້ ​ເວລາ​ວິ​ກິດ​ການ​ດ້ານ​ການ​ເງິນ​ຂອງ​ໂລກ​ເລິ່ມຕົ້ນຂຶ້ນ​ໃໝ່ໆ ຈີນ​ໄດ້​ເອົາ​ຄ່າ​ຂອງ​ເງິນ​ຢວນຂອງ​ຕົນ​ໄປ​ກຶງໃສ່​ກັບ​ເງິນ$ ສະຫະ ລັດ ​ໂດຍ​ຕັ້ງອັດຕາ​ແລກປ່ຽນ​ທີ່​ຕາຍ​ໂຕ​ໄວ້ ຊຶ່ງ​ເທົ່າ​ກັບປ້ອງ​ກັນ​ບໍ່​ໃຫ້​ເງິນຢວນແຂງ​ຄ່າ​ຂຶ້ນ. ​ແຕ່​ວ່າ ​ເງິ​ນຕາ​ຂອງ​ຫລາຍໆ​ປະ​ເທດ​ໃນ​ເອ​ເຊຍ ອາຄະ​ເນ​ ຊ້ຳພັດ​ແຂງ​ຄ່າ​ຂຶ້ນ​ໃນ​ການ​ແລກປ່ຽນ​ກັບ​ເງິນ$ ​ແລະ​ເງິນ​ສະ ກຸນ​ອື່ນໆທີ່​ສຳຄັນ ຊຶ່ງ​ໄດ້​ເຮັດ​ໃຫ້​ສິນຄ້າ​ສົ່ງ​ອອກ​ຂອງ​ພວກເສດຖະກິດ ເຫລົ່ານັ້ນ ມີ​ລາຄາ​ແພງ​ຂຶ້ນ​ແລະ​ບໍ່​ສາມາດ​ແຂ່ງຂັນ​ກັບ​ສິນຄ້າ​ຂອງ​ຈີນ​ໄດ້.

ເມື່ອ​ວັນ​ທີ 20 ​ເດືອນ​ນີ້ ປັກ​ກິ່ງ​ໄດ້​ປະກາດ​ວ່າ ຕົນ​ຈະ​ບໍ່​ກຶງ​ເງິນຕາ​ຂອງ​ຕົນ​ໃສ່​ກັບ​ເງິນ$ຕໍ່​ໄປ​ອີກ​ແລ້ວ ​ແລະ​ຈະ​ຂະຫຍາຍ​ຂອບ​ເຂດ​ທີ່ຄ່າ​ຂອງ​ເງິນຢວນສາມາດປັບ​ໂຕຂຶ້ນໆ​ລົງໆ​ໄດ້ ​ໃນ​ການ​ແລກປ່ຽນ​ກັບ​ເງິນ $ນັ້ນ. ​ແຕ່​ຊ່ຽວຊານ​ດ້ານ​ຕະຫລາດເງິນຕາ​ຫລາຍ​ຄົນ​ໄດ້​ກ່າວ​ວ່າ ​ພວກ ​ເຂົາ​ເຈົ້າຄາດ​ວ່າ ​ເງິນ​ຢວນຈະ​ແຂງ​ຄ່າ​ຂຶ້ນ​ຢ່າງ​ຊ້າໆ​ເທົ່າ​ນັ້ນ. ຄື​ກັນ​ກັບ ຈະ​ຢືນຢັນ​ຄວາມ​ເຫັນ​ທີ່​ວ່າ​ນັ້ນ ​ເງິນ​ຢວນ​ໄດ້​ແຂງ​ຄ່າ​ຂຶ້ນ​ພຽງ​ເລັກ​ນ້ອຍ​ໃນ​ອາທິດ​ແລ້ວ​ນີ້.

ໃນ​ຮອບ​ປີຜ່ານມາ ສະມາຄົມ​ອາ​ຊ່ຽນ​ໄດ້​ເສີມ​ຂະຫຍາຍ​ສາຍ​ພົວພັນ​ກັບ​ ຈີນ​ໃຫ້​ແຂງ​ແຮງ​ຂຶ້ນ ໂດຍ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ​ນຳ​ກັນ. ພວກ​ນັກ ວິ​ເຄາະ​ຂ່າວ​ກ່າວ​ວ່າ ການ​ຄ້າ​ທີ່​ຈະ​ຂະຫຍາຍ​ກວ້າງ​ອອກ​ຍ້ອນ​ສັນຍາ​ດັ່ງກ່າວນັ້ນ ຈະ​ຊ່ວຍ​ໃຫ້​ບັນດາ​ເສດຖະກິດ​ໃນ​ເອ​ເຊຍຕາ​ເວັນ​ອອກ ລວມ​ໂຕ​ເຂົ້າກັນ​ຫລາຍ​ຂຶ້ນ.

ປະທານ​ຫ້ອງການ​ຜູ້​ແທນ​ການ​ຄ້າ​ຂອງ​ໄທ ທ່ານ​ກຽດ ສິດທິ​ອຳມອນ ມີ​ຄວາມ​ເຫັນ​ວ່າ ຕະຫລາດ​ເງິນຕາ​ຈະ​ມີ​ການ​ປ່ຽນ​ແປງເພື່ອ​ສະທ້ອນໃຫ້​ເຫັນ​ໄດ້​ດີ​ຂຶ້ນ ເຖິງສະພາບ​ການ​ເສດຖະກິດ​ຂອງ​ພວກ​ປະ​ເທດໃນ​ຂົງ​ເຂດ. ທ່ານ​ຊີ້​ແຈງ​ຕຶ່ມວ່າ:

“ຈຸດ​ປະສົງ​ຂອງລະບົບຄວບ​ຄຸມເງິນຕາ ທີ່​ຕັ້ງອັດ​ຕາ​ແລກປ່ຽນ​ຕາຍ​ໂຕນັ້ນ ແມ່ນ​ເພື່ອສະທ້ອນເຖິງຮາກຖານຂອງເສດຖະກິດ. ຈາກການ​ແຂງ​ຄ່າ​ຂຶ້ນຂອງເງິນຢວນທີ່ສາມາດເປັນໄປໄດ້ນັ້ນ ຂ້າພະເຈົ້າຢາກ ເວົ້າວ່າ ສິນຄ້າສົ່ງອອກຈາກໄທ ອາດສາມາດ​ໄດ້​ຮັບຜົນປະໂຫຍດ ຫລາຍທີ່ສຸດ ແລະສິນຄ້າຈາກກຸ່ມປະເທດອາຊ່ຽນນຳອີກ ເນຶ່ອງຈາກ ວ່າ ພວກເຮົາມີສັນຍາການຄ້າເສລີລະຫວ່າງຈີນແລະສະມາຄົມອາຊ່ຽນ ດັ່ງນັ້ນແລ້ວ ທັງໝົດ 10 ປະເທດສະມາຊິກຂອງອາຊ່ຽນ ​ກໍແມ່ນຈະ ສາມາດໄດ້ຮັບຜົນປະໂຫຍດຈາກປະລິມານສິນຄ້າສົ່ງອອກ ທີ່ສູງຂື້ນ ກວ່າເກົ່ານັ້ນ.”

ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊ່ຽນ ​ເວລາ​ນີ້ ​ແມ່ນ​ມີ​ມູນ​ຄ່າເກີນ 100 ພັນ​ລ້ານ$ ​ແລະ​ໄດ້​ຂະຫຍາຍ​ໂຕຂຶ້ນ​ໃນ​ອັດຕາ​ສູງ​ກ່ວາ 20% ຕໍ່​ປີໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

XS
SM
MD
LG