ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍຮຽກຮ້ອງໃຫ້ພະຍາຍາມ ໂດຍດ່ວນ ເພື່ອແກ້ໄຂບັນຫາທະເລຈີນໃຕ້


ຄະນະລັດຖະມຸນຕີການຕ່າງປະເທດຂອງກຸ່ມອາຊຽນ ທີ່ກອງປະຊຸມທີ່ ອິນໂດເນເຊຍ ວັນທີ 16 ມັງກອນ 2011.
ຄະນະລັດຖະມຸນຕີການຕ່າງປະເທດຂອງກຸ່ມອາຊຽນ ທີ່ກອງປະຊຸມທີ່ ອິນໂດເນເຊຍ ວັນທີ 16 ມັງກອນ 2011.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ບັນ
ດາ​ປະ​ເທດ​ໃນ​ພາກ​ພື້ນເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ຈີນ
ຈະ​ຕ້ອງ​ຕົກລົງ​ກັນ​ໃຫ້​ໄດ້​ໂດຍໄວ​ ກ່ຽວ​ກັບ​ກົດ​ການ​ປະພຶດ​
ສໍາລັບ​ທະ​ເລ​ຈີນ​ໃຕ້ນັ້ນ.

ທ່ານ Marty Natalegawa ລັດຖະມຸນຕີ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ກັບ​ບັນດາ​ນັກ​ຂ່າວ​ວ່າ ​ເລື້ອງ​ນີ້​ໄດ້​ນໍາ​ຂຶ້ນມາ​ໂອ້​ລົມ​ສົນທະນາ​ກັນ​ຢ່າງ​ກວ້າງຂວາງໃນ​ການ​ພົບ​ປະກັນ​ຫາລື​ກັນ​ເປັນ​ເວລາ 2 ມື້ຂອງ​ບັນດາ​ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຂອງ​ກຸ່ມ​ອາ​ຊ່ຽນ​ ທີ່ຫາ​ກໍ​ເສັດ​ສິ້ນ​ລົງ​ໄປໃນ​ມື້ວານ​ນີ້.

ກຸ່ມ​ປະຕິບັດ​ງານ​ຫລາຍ​ກຸ່ມຈາກ​ພວກ​ປະ​ເທດ​ອາ​ຊ່ຽນ​ແລະ​ຈີນ​ໄດ້ເຮັດ​ວຽກ​ນໍາ​ກັນ ​ມາ​ເປັນ​ເວລາ 9 ປີ​ເພື່ອ​ຕົກລົງ​ກັນ​ເລື້ອງ​ກົດການ​ປະພຶດ ຊຶ່ງມີ​ວັດຖຸ​ປະສົງ​ເພື່ອ​ປ້ອງ​ກັນ​ ບໍ່​ໃຫ້ ​ເກີດ​ການ​ກ່າວ​ອ້າງ​ເອົາ​ກໍາມະສິດກວມ​ກັນ ​ໃນ​ພາກ ສ່ວນຕ່າງໆ​ຂອງ​ເສ້ນ​ທາງ​ເດີນ​ທະ​ເລ ທີ່ອາດ​ເປັນ​ເຂດ​ທີ່​ອຸດົມສົມບູນ​ດ້ວຍ​ບໍ່​ນໍ້າມັນ​ແລະ​ແກ​ສ ທໍາ​ມະ​ຊາດ​ ທີ່​ອາດ​ສາມາດ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ຈົນຄວບ​ຄຸມ​ບໍ່​ໄດ້​ນັ້ນ.

XS
SM
MD
LG