ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມບໍ່ສະຫງົບ ໃນມຽນມາ ອາດເຮັດໃຫ້ຊາວ Rohingya ກາຍເປັນ ພວກຫົວຮຸນແຮງ


ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ
ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ
ຜູ້ນຳ​ຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດໃນ​ເຂດ​ເອ​ເຊຍອາ​ຄະ​ເນ
ຫລື​ອາ​ຊ່ຽນໄດ້​ເຕືອນວ່າ ຄວາມ​ຮຸນ​ແຮງ​ທາງ​ດ້ານ​ສາສະໜາ​ທີ່​ຍັງ​
ດຳ​ເນີນ​ຢູ່​ຕໍ່​ມາ​ໃນພາກຕາ​ເວັນ​ຕົກ​ຂອງມຽນມານັ້ນ ອາດ​ຈະ​ເຮັດ
​ໃຫ້​ພວກມຸສລິ​ມ Rohingya ​ທີ່​ເປັນຊົນ​ກຸ່ມ​ນ້ອຍນັ້ນ ກາຍ​ເປັນ​
ພວກ​ຫົວ​ຮຸນ​ແຮງ ແລະເປັນ​ການ​ນາບຂູ່​ຕໍ່ສະຖຽນລະ​ພາບ​ ຢູ່​ໃນ
​ຂົງ​ເຂດ.


​ເລຂາທິການ​ໃຫຍ່​ຂອງ​ສະ​ມາ​ຄົມ​ ASEAN ທ່ານ Surin Pitsu-
wan ຮຽກຮ້ອງ​ໃຫ້ປະຊາ​ຄົມນາໆ​ຊາດ ​ເຂົ້າ​ແຊກ​ແຊງ ຢູ່​ທີ່ລັດ
Rakhine ​ໃນພາກ​ຕາ​ເວັນ​ຕົກ​ຂອງມຽນມາ ບ່ອນ​ທີ່​ຫລາຍ​ສິບ
​ຄົນ​ໄດ້​ເສຍ​ຊີວິດແລະ​ຫຼາຍ​ສິບ​ພັນ​ຄົນ​ບໍ່​ມີ​ທີ່​ຢູ່​ອາໄສຍ້ອນ​ການ
ສູ້​ລົບກັນ​ຄັ້ງຫຼ້າສຸດລະ​ຫວ່າງຊາວ​ພຸດແລະ​ຊາວ​ມຸສລິ​ມ.

ທ່ານກ່າວ​ວ່າ ສະມາຄົມ​ອາ​ຊ່ຽນ ຊຶ່ງ​ມີ​ສະມາຊິກ 10 ​ປະ​ເທດນັ້ນ ພ້ອມ​ແລ້ວ​ທີ່ຈະ​ສະ​ເໜີໃຫ້ການຊ່ວຍ​ເຫລືອ​ແກ່ມຽນມາ.

ທ່ານ Surin ກ່າວ​ວ່າ ນອກຈາກ​ວ່າສະຖານະ​ການ​ຈະ​ໄດ້ຮັບ​ການແກ້ໄຂ ຢ່າງໄວ​ວາ​ແລ້ວ ປະຊາ​ກອນ Rohingya ​ໃນ​ມຽນມາ​ທີ່​ມີ​ 1 ລ້ານ 5 ​ແສນ​ຄົນ​ ອາດ​ຈະ​ກາຍເປັນ​ພວກ​ຫົວ​ຮຸນແຮງ ຊຶ່ງ​ເປັນສິ່ງ​ທີ່​ທ່ານ​ກ່າວ​ວ່າ ອາດ​ຈະ​ເປັນໄພອັນຕະລາຍຕໍ່​ຄວາມ​ໝັ້ນ
ຄົງ​ທາງ​ດ້ານເສດຖະກິດຂອງ​ພາ​ກ​ພື້ນເອ​ເຊຍ​ອາຄະ​ເນກໍ​ໄດ້.

ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ 22,000 ຄົນ​ບໍ່​ມີ​ທີ່ຢູ່​ອາໄສ ນັບ​ຕັ້ງ​ແຕ່​ອາ ທິດ​ແລ້ວ​ນີ້​ເປັນຕົ້ນມາ ຢູ່​ລັດ Rakhine ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ. ລັດຖະບານ​ມຽນມາ
ກ່າວວ່າ ການ​ສູ້​ລົບກັນໄດ້​ເຮັດ​ໃຫ້​ເຮືອນຫລາຍ​ກວ່າ 2,800 ຫລັງ​ ຖືກ​ເຜົາ​ໃໜ້ ​ແລະ 67 ຄົນເສຍ​ຊີວິດ.
XS
SM
MD
LG