ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນັກ​ການ​ທູດ​ລາວ ທີ່​ຫາ​ກໍ​ຖືກ​ແຕ່ງ​ຕັ້ງ​ເປັນ​ທູດ​ພິ​ເສດ​ອາ​ຊຽນ ຢ້ຽມ​ຢາມ​ມຽນ​ມາ


ທ່ານ​ມິນ ອອງ ລາຍ (ຂວາ) ຫົວ​ໜ້າ​ສະ​ພາ​ປົກ​ຄອງ​ທະ​ຫານມຽນ​ມາ ໂອ້​ລົມ​ກັບ​ທ່ານ​ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ (ຊ້າຍ) ທູດ​ພິ​ເສດ​ຂອງ​ສະ​ມາ​ຄົມ​ອາ​ຊຽນ ໃນ​ລະ​ຫວ່າງ​ການ​ພົບ​ປະ​ເມື່ອ​ວັນ​ທີ 10 ມັງ​ກອນ 2024 ທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ.
ທ່ານ​ມິນ ອອງ ລາຍ (ຂວາ) ຫົວ​ໜ້າ​ສະ​ພາ​ປົກ​ຄອງ​ທະ​ຫານມຽນ​ມາ ໂອ້​ລົມ​ກັບ​ທ່ານ​ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ (ຊ້າຍ) ທູດ​ພິ​ເສດ​ຂອງ​ສະ​ມາ​ຄົມ​ອາ​ຊຽນ ໃນ​ລະ​ຫວ່າງ​ການ​ພົບ​ປະ​ເມື່ອ​ວັນ​ທີ 10 ມັງ​ກອນ 2024 ທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ.

ນັກ​ການ​ທູດລາວ ທີ່ຫາ​ກໍ​ຖືກ​ແຕ່ງ​ຕັ້ງ ​ໃຫ້​ເປັນ​ທູດ​ພິ​ເສດ​ ຂອງ​ສະ​ມາ​ຄົມ​ອາ​ຊ່ຽນ​ ຮັບ​ຜິດ​ຊອບ​ເລື້ອງ​ມຽນ​ມາ ໄດ້​ເດີນ​ທາງ​ໄປ​ເຖິງ​ປະ​ເທດ​ດັ່ງ​ກ່າວ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເທື່ອ​ທຳ​ອິດ ໂດຍ​ໄດ້​ພົບ​ປະ​ກັບ​ຫົວ​ໜ້າ ​ສະ​ພາ​ປົກ​ຄອງ​ທະ​ຫານ ແລະ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນ​ໆ ອີງ​ຕາມອົງ​ການ​ຂ່າວ​ເອ​ພີ ​ທີ່​ອ້າງລາຍ​ງານໂທ​ລະ​ພາບ ຂອງ​ທາງ​ການ​ມຽນ​ມາ.

ນັກ​ການ​ທູດ​ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ປະ​ເຊີນ​ກັບ​ບັນ​ຫາ​ທ້າ​ທາຍ​ຢ່າງ​ໜັກ ທີ່​ຈະ​ຊຸກ​ຍູ້​ແຜນ​ການ​ສັນ​ຕິ​ພາບ​ຢູ່​ໃນ​ມຽນ​ມາ ​ເພື່ອ​ໃຫ້​ຍຸ​ຕິ​ຄວາມ​ຮຸນ​ແຮງ​ ລະ​ຫວ່າງ​ລັດ​ຖະ​ບານ​ທະ​ຫານ​ ທີ່​ເຂົ້າ​ຢຶດ​ອຳ​ນາດ ​ຈາກ​ລັດ​ຖະ​ບານທີ່​ໄດ້​ຖືກ​ຮັບ​ເລືອກ ຂອງ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ໃນ​ເດືອນ​ກຸມ​ພາ​ປີ 2021 ແລະ​ຂະ​ບວນ​ການ​ຕໍ່​ຕ້ານ​ປ​ະ​ກອບ​ອາ​ວຸດ​ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ.

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ​ຂອງ​ທ່ານ​ອາ​ລຸນ​ແກ້ວ ມີ​ຂຶ້ນ​ກ່ອນ​ກອງ​ປະ​ຊຸມ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ຊຽນ ຊຶ່ງ​ຈະ​ມີ​ຂຶ້ນ​ ໃນທ້າຍ​ເດືອນນີ້ ລະ​ຫວ່າງ​ວັນ​ທີ 28 ຫາ 29 ມັງ​ກອນ ທີ່​ນະ​ຄອນ​ຫຼວງ​ພະ​ບາງ.

ລາວ​ ເຂົ້າ​ຮັບ​ໜ້າ​ທີ່​ເປັ​ນ​ປະ​ທານ​ວຽນ ​ຂອງ​ອາ​ຊຽນ ໃນມັງ​ກອນ​ປີ 2024 ແລະ​ບໍ່​ດົນ​ຫຼັງ​ຈາກນັ້ນ ​ກໍ​ໄດ້​ແຕ່ງ​ຕັ້ງ​ໃຫ້​ທ່ານ​ອາ​ລຸນ​ແກ້ວ ເຂົ້າ​ຮັບ​ໜ້າ​ທີ່​ເປັນ​ທູດ​ພິ​ເສດ.

ທ່ານ​ອາ​ລຸນ​ແກ້ວ ​ເຄີຍ​ຮັບ​ໜ້າ​ທີ່​ເປັນ​ລັດ​ຖະ​ມົນ​ຕີ​ ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ ແລະ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ລາວ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

XS
SM
MD
LG