ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍສະເໜີໃຫ້ສະຫະລັດ ລົບ​ລ້າງ "ໜີ້ສົກກະປົກ"


ທ່ານ ຮຸນເຊນ ກ່າວຄໍາປາໃສ ຕໍ່ກອງປະຊຸມເສດຖະກິດໂລກ
ທີ່ນະຄອນໂຮຈີມິນ ປະເທດຫວຽດນາມ, ວັນທີ 6 ມີຖຸນາ 2010.
ທ່ານ ຮຸນເຊນ ກ່າວຄໍາປາໃສ ຕໍ່ກອງປະຊຸມເສດຖະກິດໂລກ ທີ່ນະຄອນໂຮຈີມິນ ປະເທດຫວຽດນາມ, ວັນທີ 6 ມີຖຸນາ 2010.

ນາຍົກລັດຖະມົນຕີຮຸນເຊນແຫ່ງກຳປູເຈຍກ່າວວ່າ ທ່ານຢາກໃຫ້ປະທານາທິບໍດີສະຫະລັດ
ທ່ານບາຣັກ ໂອບາມາ ລົບ​ລ້າງອັນທີ່ທ່ານເອີ້ນວ່າ “ໜີ້ສິນສົກກະປົກ” ທີ່ມີມູນຄ່າຫຼາຍກວ່າ
300 ລ້ານໂດລາ ຈາກຊຸມປີ 1970 ນັ້ນ.

ທ່ານຮຸນເຊນກ່າວໃນມື້ວັນຈັນວານນີ້ວ່າທ່ານຈະເວົ້າກ່ຽວກັບເລື່ອງນີ້ ຢູ່ທີ່ນະຄອນນິວຢອກ
ບ່ອນທີ່ທ່ານແລະຜູ້ນຳຄົນອື່ນໆຂອງ 10 ປະເທດສະມາຊິກສະມາຄົມອາຊ່ຽນຈະພົບປະກັບ
ທ່ານໂອບາມາ ຢູ່ທາງນອກກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ.

ສະຫະລັດໄດ້ໃຫ້ເງິນກູ້ຢືມ 317 ລ້ານໂດລາ ແກ່ລັດຖະບານລອນນອນທີ່ເຂົ້າກຳອຳນາດ
ໂດຍການກໍ່ລັດຖະປະຫານໃນປີ 1970 ແລະໄດ້ຮັບການສະໜັບສະໜຸນຢ່າງແຂງຂັນຈາກ
ລັດຖະບານສະຫະລັດໃນເວລານັ້ນ.

ແຕ່ທ່ານຮຸນເຊນກ່າວວ່າ ຄວາມຈິງແລ້ວເງິນກ້ອນນີ້ໄດ້ນຳໄປໃຊ້ໃນການຊື້ອາວຸດ ຊຶ່ງໃນທີ່
ສຸດກໍຖືກ​ນໍາ​ມາໃຊ້ປາບປາມປະຊາຊົນກຳປູເຈຍເອງ. ລັດຖະບານລອນນອນໄດ້ເສຍໄຊໃຫ້ ແກ່ພວກຂະເໝນແດງໃນປີ 1975.

ການພົບປະໃນມື້ວັນສຸກນີ້ຈະເປັນຄັ້ງທີ 2 ລະຫວ່າງທ່ານໂອບາມາແລະບັນດາຜູ້ນຳສະມາ
ຄົມປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫລື​ອາ​ຊ່ຽນ. ການພົບປະຄັ້ງ​ທໍາ​ອິດ ມີຂຶ້ນ
ໃນປີກາຍນີ້ ທີ່ສິງກະໂປ.

XS
SM
MD
LG